ເພງ^ສັນລະເສີນ 1:1-3
ເພງ^ສັນລະເສີນ 1:1-3 ພຄພ
ຄວາມສຸກເປັນຂອງບຸກຄົນ ຜູ້ທີ່ບໍ່ເຮັດຕາມຄຳແນະນຳຂອງຄົນຊົ່ວຮ້າຍ ຫລືບໍ່ປະພຶດຕາມແບບຢ່າງຂອງຄົນບາບ ຫລືບໍ່ຕິດພັນຢູ່ກັບຄົນປະໝາດພຣະເຈົ້າ. ແຕ່ພວກເຂົາພົບຄວາມຊົມຊື່ນຍິນດີຢູ່ໃນພຣະຄຳຂອງພຣະເຈົ້າຢາເວ ແລະພາວັນນາເອົາທັງເວັນທັງຄືນ. ພວກເຂົາເປັນດັ່ງຕົ້ນໄມ້ທີ່ໃຫຍ່ຢູ່ໃກ້ລຳນໍ້າ ຊຶ່ງເກີດໝາກຕາມລະດູການ ແລະໃບກໍບໍ່ຫ່ຽວແຫ້ງຈັກເທື່ອ. ທຸກສິ່ງທີ່ພວກເຂົາກະທຳກໍຈະເລີນຮຸ່ງເຮືອງຂື້ນ.