YouVersion Logo
Search Icon

ມາຣະໂກ 8:22-26

ມາຣະໂກ 8:22-26 ພຄພ

ແລ້ວ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ກໍ​ເຂົ້າ​ໄປ​ເບັດສາອີດາ ຊາວ​ເມືອງ​ນັ້ນ​ໄດ້​ພາ​ຄົນ​ຕາບອດ​ຜູ້ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຂໍຮ້ອງ​ພຣະອົງ​ໃຫ້​ວາງ​ມື​ໃສ່​ລາວ. ພຣະເຢຊູເຈົ້າ​ຈູງ​ຄົນ​ຕາບອດ​ອອກ​ໄປ​ນອກ, ເມື່ອ​ຖົ່ມ​ນໍ້າລາຍ​ໃສ່​ຕາ​ຄົນ​ນີ້​ແລ້ວ​ພຣະອົງ​ກໍ​ວາງ​ມື​ໃສ່​ລາວ ແລະ​ຖາມ​ວ່າ, “ເຈົ້າ​ເຫັນ​ຫຍັງ​ແດ່​ບໍ?” ຊາຍ​ຄົນ​ນີ້​ເງີຍ​ໜ້າ​ຂຶ້ນ​ເບິ່ງ ແລະ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ຄົນ ແຕ່​ເບິ່ງ​ຄື​ຕົ້ນໄມ້​ຍ່າງ​ໄປມາ​ໄດ້.” ພຣະເຢຊູເຈົ້າ​ວາງ​ມື​ໃສ່​ຕາ​ຊາຍ​ຄົນ​ນີ້​ອີກ ເທື່ອ​ນີ້​ລາວ​ມືນ​ຕາ​ເຕັມ​ໜ່ວຍ ແລະ​ສາຍ​ຕາ​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ ຈຶ່ງ​ເຫັນ​ທຸກຢ່າງ​ໄດ້​ຈະແຈ້ງ​ດີ. ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ລາວ​ກັບ​ເມືອ ພ້ອມ​ທັງ​ສັ່ງ​ວ່າ, “ຢ່າ​ເຂົ້າ​ໄປ​ໃນ​ເມືອງ​ເດີ.”