ມັດທາຍ 9:2-8
ມັດທາຍ 9:2-8 ພຄພ
ບ່ອນນັ້ນ ພວກເຂົາໄດ້ຫາມຄົນເປ້ຍຜູ້ໜຶ່ງ ນອນຢູ່ເທິງບ່ອນນອນມາຫາພຣະອົງ, ເມື່ອພຣະເຢຊູເຈົ້າໄດ້ເຫັນຄວາມເຊື່ອຂອງຄົນເຫຼົ່ານັ້ນ ພຣະອົງຈຶ່ງກ່າວແກ່ຄົນເປ້ຍນັ້ນວ່າ, “ລູກເອີຍ, ຈົ່ງຊື່ນໃຈເຖີດ ບາບກຳຂອງເຈົ້າໄດ້ຮັບການອະໄພແລ້ວ.” ແລ້ວທຳມະຈານບາງຄົນກໍຄິດໃນໃຈ ແລ້ວເວົ້າກັນວ່າ, “ຄົນນີ້ເວົ້າໝິ່ນປະໝາດພຣະເຈົ້າ.” ພຣະເຢຊູເຈົ້າໄດ້ຮູ້ຄວາມຄິດຂອງພວກເຂົາ ພຣະອົງຈຶ່ງໄດ້ກ່າວວ່າ, “ເປັນຫຍັງພວກເຈົ້າຈຶ່ງຄິດບໍ່ດີເຊັ່ນນີ້? ອັນໃດງ່າຍກວ່າກັນ ທີ່ຈະເວົ້າວ່າ, ‘ບາບກຳຂອງເຈົ້າໄດ້ຮັບການອະໄພແລ້ວ’ ຫລືຈະເວົ້າວ່າ ‘ຈົ່ງລຸກຂຶ້ນແລະຍ່າງໄປ?’ ແຕ່ເຮົາຢາກຈະໃຫ້ພວກເຈົ້າຮູ້ວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນໂລກນີ້ ທີ່ຈະອະໄພບາບກຳໃຫ້ມະນຸດໄດ້.” ດັ່ງນັ້ນ ພຣະອົງຈຶ່ງເວົ້າກັບຄົນເປ້ຍນັ້ນວ່າ, “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າ ແລະເມືອເຮືອນສາ.” ຄົນເປ້ຍໄດ້ລຸກຂຶ້ນ ແລະເມືອເຮືອນຂອງຕົນ. ເມື່ອປະຊາຊົນໄດ້ເຫັນເຫດການນີ້ພວກເຂົາຈຶ່ງຢ້ານ ແລະພາກັນສັນລະເສີນພຣະເຈົ້າທີ່ໃຫ້ສິດອຳນາດຢ່າງນີ້ແກ່ມະນຸດ.