YouVersion Logo
Search Icon

ມັດທາຍ 8:18-27

ມັດທາຍ 8:18-27 ພຄພ

ເມື່ອ​ພຣະເຢຊູເຈົ້າ​ສັງເກດ​ເຫັນ​ປະຊາຊົນ​ອ້ອມ​ພຣະອົງ​ຢູ່ ພຣະອົງ​ຈຶ່ງ​ສັ່ງ​ໃຫ້​ຂ້າມ​ໄປ​ທະເລສາບ​ຟາກ​ພຸ້ນ. ມີ​ທຳມະຈານ​ຜູ້ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ອາຈານ​ເຈົ້າ​ເອີຍ, ທ່ານ​ໄປ​ທີ່​ໃດ​ຂ້ານ້ອຍ​ກໍ​ຈະ​ໄປ​ທີ່​ນັ້ນ​ກັບ​ທ່ານ.” ພຣະເຢຊູເຈົ້າ​ຊົງ​ຕອບ​ເຂົາ​ວ່າ, “ໝາ​ຈິກຈອກ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ​ຢູ່ ສ່ວນ​ບຸດ​ມະນຸດ​ແລ້ວ​ບໍ່ມີ​ບ່ອນ​ຈະ​ວາງ​ຫົວ​ນອນ.” ມີ​ຊາຍ​ຄົນອື່ນ​ອີກ​ທີ່​ເປັນ​ສາວົກ​ຜູ້ໜຶ່ງ​ຂອງ​ພຣະເຢຊູເຈົ້າ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ, ໃຫ້​ຂ້ານ້ອຍ​ກັບ​ເມືອ​ເຮືອນ​ຝັງສົບ​ພໍ່​ຂອງ​ຂ້ານ້ອຍ​ກ່ອນ.” ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ​ປ່ອຍ​ໃຫ້​ຄົນ​ຕາຍ​ຝັງ​ກັນ​ເອງ​ເທາະ.” ພຣະເຢຊູເຈົ້າ​ໄດ້​ລົງ​ເຮືອ​ລຳ​ໜຶ່ງ ແລະ​ພວກ​ສາວົກ​ກໍ​ໄປ​ກັບ​ພຣະອົງ. ໃນ​ທັນໃດນັ້ນ ກໍ​ເກີດ​ລົມພະຍຸ​ໃຫຍ່​ພັດ​ທະເລສາບ​ຢ່າງ​ແຮງ ຈົນ​ເຮືອ​ເກືອບ​ຫລົ້ມ ເພາະ​ນໍ້າ​ຊັດ​ເຂົ້າ​ເຮືອ ສ່ວນ​ພຣະເຢຊູເຈົ້າ​ນັ້ນ​ຊົງ​ນອນ​ຫລັບ​ຢູ່. ພວກ​ສາວົກ​ຈຶ່ງ​ໄປ​ປຸກ​ພຣະອົງ ພວກເພິ່ນ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ພວກ​ຂ້ານ້ອຍ​ກຳລັງ​ຈະ​ຕາຍ​ຢູ່​ແລ້ວ.” ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ? ໂອ ຄົນ​ທີ່​ມີ​ຄວາມເຊື່ອ​ຫນ້ອຍ​ເອີຍ” ແລ້ວ​ພຣະອົງ​ກໍ​ລຸກ​ຢືນ​ຂຶ້ນ​ສັ່ງ​ລົມ ແລະ​ຟອງ​ນໍ້າ​ໃຫ້​ຢຸດ ລົມ​ແລະ​ຟອງ​ນໍ້າ​ຈຶ່ງ​ງຽບ​ສະຫງົບ​ລົງ. ຄົນ​ເຫຼົ່ານັ້ນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ? ແມ່ນແຕ່​ລົມ​ແລະ​ຟອງ​ນໍ້າ​ທະເລ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ!”

Free Reading Plans and Devotionals related to ມັດທາຍ 8:18-27