YouVersion Logo
Search Icon

ມັດທາຍ 17:14-21

ມັດທາຍ 17:14-21 ພຄພ

ເມື່ອ​ພວກເພິ່ນ​ກັບຄືນ​ມາ​ບ່ອນ​ທີ່​ມີ​ປະຊາຊົນ​ແລ້ວ, ຊາຍ​ຄົນ​ໜຶ່ງ​ກໍ​ມາ​ຫາ​ພຣະເຢຊູເຈົ້າ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ, ແລະ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຂໍໂຜດ​ເມດຕາ​ລູກຊາຍ​ຂອງ​ຂ້ານ້ອຍ​ແດ່ທ້ອນ, ລາວ​ເປັນ​ບ້າ​ໝູ ແລະ​ອາການ​ປ່ວງ​ບ້າ​ເຊັ່ນ​ນີ້ ເຮັດ​ໃຫ້​ລາວ​ມີ​ຄວາມ​ທຸກ​ລຳບາກ​ຫລາຍ ຈົນ​ໂດດ​ໃສ່​ໄຟ ແລະ​ໂຕນ​ລົງ​ນໍ້າ​ເລື້ອຍໆ, ຂ້ານ້ອຍ​ໄດ້​ນຳ​ລາວ​ມາ​ຫາ​ພວກ​ສາວົກ​ຂອງທ່ານ​ແລ້ວ, ແຕ່​ພວກເພິ່ນ​ບໍ່​ສາມາດ​ເຮັດ​ໃຫ້​ຫາຍ​ດີ​ໄດ້.” ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກ​ມາ​ຫາ​ເຮົາ​ເບິ່ງດູ.” ພຣະເຢຊູເຈົ້າ​ສັ່ງ​ຜີມານຮ້າຍ​ໃຫ້​ອອກ ແລະ​ມັນ​ກໍ​ອອກ​ໄປ​ຈາກ​ເດັກຊາຍ, ໃນ​ທັນໃດນັ້ນ ເດັກຊາຍ​ກໍດີ​ເປັນ​ປົກກະຕິ. ແລ້ວ​ພວກ​ສາວົກ​ກໍ​ມາ​ຫາ​ພຣະເຢຊູເຈົ້າ​ເປັນ​ການ​ສ່ວນ​ຕົວ ແລະ​ຖາມ​ພຣະອົງ​ວ່າ, “ດ້ວຍເຫດໃດ ພວກ​ຂ້ານ້ອຍ​ຈຶ່ງ​ຂັບໄລ່​ຜີມານຮ້າຍ​ອອກ​ບໍ່ໄດ້?” ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ໜ້ອຍ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ເມັດ​ຜັກ​ກາດ ພວກເຈົ້າ​ກໍ​ຈະ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ,’ ແລະ​ມັນ​ກໍ​ຈະ​ເຄື່ອນ​ໄປ. ບໍ່ມີ​ສິ່ງໃດ​ທີ່​ພວກເຈົ້າ​ເຮັດ​ບໍ່ໄດ້.” [“ແຕ່​ຜີ​ແນວ​ນີ້​ບໍ່ເຄີຍ​ຖືກ​ຂັບ​ອອກ ເວັ້ນ​ແຕ່​ດ້ວຍ​ການ​ພາວັນນາ​ອະທິຖານ ແລະ​ການ​ຖືສິນ​ອົດອາຫານ.”]