YouVersion Logo
Search Icon

ລູກາ 9:37-42

ລູກາ 9:37-42 ພຄພ

ວັນ​ໜ້າ​ມາ ຂະນະທີ່​ພຣະເຢຊູເຈົ້າ​ກັບ​ສາວົກ​ທັງ​ສາມ ໄດ້​ລົງ​ມາ​ແຕ່​ເທິງ​ພູ​ນັ້ນ ກໍ​ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ມາ​ພົບ​ພຣະອົງ. ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ປະຊາຊົນ​ນັ້ນ​ຮ້ອງ​ຂຶ້ນ​ວ່າ, “ອາຈານ​ເອີຍ ຂ້ານ້ອຍ​ຂໍ​ຄວາມ​ເມດຕາ​ໃຫ້​ເບິ່ງ​ລູກຊາຍ​ຂອງ​ຂ້ານ້ອຍ​ແດ່ທ້ອນ. ດ້ວຍວ່າ, ລາວ​ແມ່ນ​ລູກຊາຍ​ຄົນ​ດຽວ​ຂອງ​ຂ້ານ້ອຍ. ຜີຮ້າຍ​ທີ່​ສິງ​ຕົວ​ເດັກ​ເທື່ອໃດ ເດັກ​ກໍ​ຮ້ອງ​ຂຶ້ນ​ເທື່ອນັ້ນ​ໃນ​ທັນທີ​ໂລດ ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ​ຈົນ​ນໍ້າລາຍ​ຟູມ​ປາກ ມັນ​ເຮັດ​ໃຫ້​ຕົວ​ເດັກ​ຟົກ​ຊໍ້າ ແລະ​ບໍ່​ຍອມ​ອອກ​ໄປ​ໂດຍ​ງ່າຍ. ຂ້ານ້ອຍ​ໄດ້​ຂໍຮ້ອງ​ໃຫ້​ພວກ​ສາວົກ​ຂອງທ່ານ ຂັບໄລ່​ມັນ​ອອກ​ເສຍ ແຕ່​ພວກເພິ່ນ​ເຮັດ​ບໍ່ໄດ້.” ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ໃນ​ຍຸກ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ເຫິງ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ?” ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ພາ​ລູກຊາຍ​ຂອງ​ເຈົ້າ​ມາ​ພີ້​ເບິ່ງດູ.” ຂະນະທີ່​ເດັກ​ກຳລັງ​ມາ​ນັ້ນ ຜີມານຮ້າຍ​ກໍໄດ້​ເຮັດ​ໃຫ້​ເດັກ​ລົ້ມ​ລົງ​ກັບ​ພື້ນດິນ ຊັກດີ້ນ​ກິ້ງ​ເກືອກ​ໄປມາ, ແຕ່​ພຣະເຢຊູເຈົ້າ​ໄດ້​ໃຫ້​ຄຳສັ່ງ​ຊຳລະ​ຜີຊົ່ວຮ້າຍ​ນັ້ນ ແລະ​ຊົງ​ໂຜດ​ເດັກນ້ອຍ​ໃຫ້​ຫາຍ​ດີ ແລ້ວ​ມອບ​ຄືນ​ໃຫ້​ແກ່​ພໍ່​ຂອງ​ເດັກ​ນັ້ນ.

Free Reading Plans and Devotionals related to ລູກາ 9:37-42