YouVersion Logo
Search Icon

ລູກາ 7:11-16

ລູກາ 7:11-16 ພຄພ

ຕໍ່​ຈາກ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ເມືອງ​ໜຶ່ງ​ຊື່​ວ່າ ນາອິນ ແລະ​ພວກ​ສາວົກ​ກັບ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຕິດຕາມ​ພຣະອົງ​ໄປ. ພໍ​ພຣະອົງ​ມາ​ໃກ້​ປະຕູ​ເມືອງ ກໍ​ມີ​ຄົນ​ຫາມ​ຊາກສົບ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ຄົນ​ທີ່​ຕາຍ​ນີ້ ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໝ້າຍ ມີ​ຊາວ​ເມືອງ​ຫລາຍ​ຄົນ​ອອກ​ມາ​ນຳ​ນາງ. ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ ພຣະອົງ​ກໍ​ມີ​ຈິດໃຈ​ເມດຕາ​ນາງ​ຫລາຍ ແລະ​ກ່າວ​ຕໍ່​ນາງ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ.” ແລ້ວ​ພຣະອົງ​ກໍໄດ້​ຫຍັບ​ເຂົ້າ​ໄປ​ໃກ້​ບາຍ​ຫີບ​ສົບ ແລະ​ພວກ​ທີ່​ຫາມ​ຫີບ​ສົບ​ກໍ​ຢຸດ​ຢືນ​ຢູ່ ພຣະອົງ​ກ່າວ​ວ່າ, “ຊາຍໜຸ່ມ​ເອີຍ, ເຮົາ​ສັ່ງ​ເຈົ້າ ຈົ່ງ​ລຸກ​ຂຶ້ນ.” ແລ້ວ​ຄົນ​ທີ່​ຕາຍ​ນັ້ນ ກໍ​ລຸກ​ຂຶ້ນ​ນັ່ງ​ແລະ​ໄດ້​ເລີ່ມຕົ້ນ​ເວົ້າ. ພຣະເຢຊູເຈົ້າ​ຈຶ່ງ​ມອບ​ຊາຍ​ຄົນ​ນັ້ນ​ໃຫ້​ແມ່​ຂອງ​ລາວ. ທຸກຄົນ​ຈຶ່ງ​ເກີດ​ສະດຸ້ງ​ຕົກໃຈ ແລະ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ​ວ່າ, “ຜູ້ທຳນວາຍ​ທີ່​ຍິ່ງໃຫຍ່​ຄົນ​ໜຶ່ງ ໄດ້​ປາກົດ​ຕົວ​ໃນ​ທ່າມກາງ​ພວກເຮົາ​ແລ້ວ ພຣະເຈົ້າ​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.”