ລູກາ 14:1-6
ລູກາ 14:1-6 ພຄພ
ໃນວັນຊະບາໂຕວັນໜຶ່ງ ພຣະເຢຊູເຈົ້າໄດ້ໄປຮ່ວມພາເຂົ້າ ທີ່ເຮືອນຂອງຜູ້ນຳຄົນຟາຣີຊາຍຄົນໜຶ່ງ ພວກເຂົາຕ່າງກໍເຝົ້າເບິ່ງພຣະເຢຊູເຈົ້າຢ່າງໃກ້ຊິດ. ຕໍ່ໜ້າພຣະອົງມີຊາຍຄົນໜຶ່ງ ທີ່ເປັນພະຍາດທ້ອງມານມາຫາພຣະເຢຊູເຈົ້າ. ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງຖາມພວກທຳບັນດິດ ແລະພວກຟາຣີຊາຍວ່າ, “ກົດບັນຍັດຂອງພວກເຮົາ ອະນຸຍາດເຮັດໃຫ້ດີໃນວັນຊະບາໂຕຫລືບໍ່?” ພວກເຂົາກໍມິດຢູ່ ພຣະອົງຈຶ່ງຊົງຮັບເອົາຄົນນັ້ນ ແລະຊົງໂຜດໃຫ້ດີພະຍາດແລ້ວກໍປ່ອຍໄປ. ແລ້ວພຣະອົງກໍກ່າວແກ່ພວກເຂົາວ່າ, “ຖ້າຄົນໃດຄົນໜຶ່ງ ໃນພວກເຈົ້າມີລູກ ຫລືງົວຕົກນໍ້າສ້າງໃນວັນຊະບາໂຕ ລາວຈະບໍ່ຟ້າວດຶງຂຶ້ນບໍ?” ແຕ່ພວກເຂົາບໍ່ສາມາດຕອບພຣະອົງໄດ້ກ່ຽວກັບເລື່ອງນີ້.