ລູກາ 11:14-26
ລູກາ 11:14-26 ພຄພ
ພຣະເຢຊູເຈົ້າກຳລັງຂັບໄລ່ຜີປາກກືກໂຕໜຶ່ງອອກ ເມື່ອຜີປາກກືກອອກໄປແລ້ວ ຊາຍຄົນນັ້ນກໍເລີ່ມຕົ້ນເວົ້າໄດ້ ຝ່າຍປະຊາຊົນຕ່າງກໍງຶດປະຫລາດໃຈ, ແຕ່ປະຊາຊົນບາງຄົນເວົ້າວ່າ, “ແມ່ນເບເອນເຊບູນ ນາຍຂອງຜີມານຮ້າຍທີ່ໃຫ້ອຳນາດແກ່ຄົນນີ້ ຂັບໄລ່ຜີມານຮ້າຍອອກ.” ສ່ວນຄົນອື່ນນັ້ນ ຫວັງຢາກຈັບຜິດພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາຈຶ່ງຂໍໃຫ້ພຣະອົງເຮັດໝາຍສຳຄັນຈາກສະຫວັນ. ແຕ່ພຣະເຢຊູເຈົ້າຮູ້ວ່າ ພວກເຂົາກຳລັງຄິດຢ່າງໃດ. ດັ່ງນັ້ນ ພຣະອົງຈຶ່ງກ່າວແກ່ພວກເຂົາວ່າ, “ອານາຈັກໃດ ທີ່ປະຊາຊົນແບ່ງອອກເປັນກຸ່ມຕໍ່ສູ້ກັນເອງ ກໍຈະຕັ້ງຢູ່ຕໍ່ໄປບໍ່ໄດ້ ຄົວເຮືອນໜຶ່ງ ທີ່ສະມາຊິກໃນຄອບຄົວຕໍ່ສູ້ກັນເອງ ກໍຈະລົ້ມລະລາຍ. ຖ້າອານາຈັກຂອງມານຊາຕານແບ່ງກຸ່ມຕໍ່ສູ້ກັນແລະກັນ ອານາຈັກນັ້ນຈະຕັ້ງຢູ່ໄດ້ຢ່າງໃດ? ພວກເຈົ້າກ່າວຫາວ່າ ເຮົາຂັບໄລ່ພວກຜີມານຮ້າຍອອກໄດ້ ເພາະເບເອນເຊບູນໃຫ້ຣິດອຳນາດແກ່ເຮົາ. ຖ້າເຮົາຂັບໄລ່ພວກມັນໂດຍເບເອນເຊບູນນັ້ນ. ແມ່ນຜູ້ໃດໃຫ້ຣິດອຳນາດແກ່ລູກຫລານຂອງພວກເຈົ້າຂັບໄລ່ຜີມານຮ້າຍ? ບັນດາລູກຫລານຂອງພວກເຈົ້າເອງ ຈະເປັນຜູ້ຕັດສິນພວກເຈົ້າ ແຕ່ຖ້າເຮົາຂັບໄລ່ພວກຜີມານຮ້າຍອອກ ໂດຍຣິດອຳນາດຂອງພຣະເຈົ້າ. ດັ່ງນັ້ນ ອານາຈັກຂອງພຣະເຈົ້າກໍມາເຖິງພວກເຈົ້າແລ້ວ. ເມື່ອຄົນແຂງແຮງຜູ້ໜຶ່ງ ຖືອາວຸດຄົບຊຸດຕຽມພ້ອມເຝົ້າເຮືອນຂອງຕົນຢູ່ ສິ່ງຂອງຂອງລາວທີ່ມີຢູ່ທັງໝົດກໍປອດໄພ. ແຕ່ເມື່ອມີຄົນແຂງແຮງກວ່າມາໂຈມຕີ ແລະຊະນະລາວໄປ ຄົນນັ້ນກໍຈະຍາດເອົາອາວຸດທັງໝົດ ທີ່ເຈົ້າຂອງເຮືອນເພິ່ງພານັ້ນໜີໄປ ແລະແບ່ງປັນສິ່ງຂອງທັງໝົດທີ່ເຂົາຍາດເອົາໄປນັ້ນ. ຜູ້ໃດທີ່ບໍ່ຢູ່ຝ່າຍເຮົາ ກໍຕໍ່ສູ້ເຮົາ ຜູ້ໃດທີ່ບໍ່ໂຮມເຂົ້າກັບເຮົາ ກໍເປັນຜູ້ເຮັດໃຫ້ແຕກຊະຊາຍໄປ.” “ເມື່ອຜີຊົ່ວຮ້າຍອອກມາຈາກຄົນໃດແລ້ວ ມັນກໍທຽວໄປມາໃນຖິ່ນແຫ້ງແລ້ງກັນດານ ເພື່ອຊອກຫາບ່ອນພັກເຊົາເມື່ອຍ ເມື່ອມັນຫາບໍ່ໄດ້. ມັນກໍເວົ້າວ່າ, ‘ເຮົາຈະກັບຄືນເມືອເຮືອນຂອງເຮົາ ທີ່ເຮົາໄດ້ໜີມາ.’ ດັ່ງນັ້ນ ມັນຈຶ່ງກັບຄືນໄປ ແລະພົບເຮືອນນັ້ນເປົ່າຫວ່າງຢູ່ທັງສະອາດ ແລະຕົບແຕ່ງໄວ້ຢ່າງດີແລ້ວດ້ວຍ. ແລ້ວມັນກໍອອກໄປນຳເອົາຜີຊົ່ວຮ້າຍເຈັດໂຕ ທີ່ຊົ່ວຮ້າຍຍິ່ງກວ່າມັນອີກ ແລ້ວກັບມາເຂົ້າອາໄສຢູ່ທີ່ເຮືອນນັ້ນ ໃນທີ່ສຸດຄົນນີ້ ກໍຈະຢູ່ໃນສະພາບທີ່ຊົ່ວຮ້າຍຫລາຍກວ່າຕອນຕົ້ນອີກ.”