ໂຢຮັນ 6:1-14
ໂຢຮັນ 6:1-14 ພຄພ
ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສະເດັດຂ້າມທະເລສາບຄາລີເລ (ມີຊື່ອີກວ່າທະເລຕີເບເຣຍ). ປະຊາຊົນຫລວງຫລາຍໄດ້ຕິດຕາມພຣະອົງໄປ ເພາະພວກເຂົາເຫັນການອັດສະຈັນ ທີ່ພຣະອົງໄດ້ຊົງໂຜດຄົນເຈັບໄຂ້ໄດ້ປ່ວຍ. ພຣະເຢຊູເຈົ້າໄດ້ສະເດັດຂຶ້ນໄປເທິງພູເຂົາ ແລະນັ່ງລົງກັບພວກສາວົກຂອງພຣະອົງ. ຂະນະນັ້ນ ເທດສະການປັດສະຄາຂອງຊາວຢິວໃກ້ຈະມາເຖິງແລ້ວ. ພຣະເຢຊູເຈົ້າຫລຽວໄປເຫັນປະຊາຊົນໝູ່ໃຫຍ່ກຳລັງມາຫາພຣະອົງ ພຣະອົງເວົ້າຕໍ່ຟີລິບວ່າ, “ພວກເຮົາຈະຊື້ອາຫານຢູ່ໃສໃຫ້ຄົນເຫຼົ່ານີ້ກິນ?” ( ພຣະເຢຊູເຈົ້າເວົ້າເຊັ່ນນັ້ນ ກໍເພື່ອຢາກຈະລອງໃຈຟີລິບ ເພາະພຣະອົງຮູ້ແລ້ວວ່າ ຈະເຮັດຢ່າງໃດ). ຟີລິບຕອບພຣະອົງວ່າ, “ແມ່ນແຕ່ເງິນສອງຮ້ອຍຫລຽນ ຊື້ອາຫານໃຫ້ຄົນເຫຼົ່ານີ້ກິນຜູ້ລະໜ້ອຍກໍຍັງບໍ່ພໍ.” ສາວົກຄົນໜຶ່ງຊື່ວ່າ ອັນເດອາ ຜູ້ທີ່ເປັນນ້ອງຊາຍຂອງຊີໂມນເປໂຕເວົ້າວ່າ, “ຢູ່ທີ່ນີ້ມີເດັກນ້ອຍຄົນໜຶ່ງ ທີ່ມີເຂົ້າຈີ່ຫ້າກ້ອນເຮັດດ້ວຍແປ້ງເຂົ້າຝ້າງ ແລະ ປາສອງໂຕ, ແຕ່ຈະບໍ່ພໍສຳລັບຄົນເຫຼົ່ານີ້ທັງໝົດດອກ.” ພຣະເຢຊູເຈົ້າສັ່ງວ່າ, “ຈົ່ງບອກໃຫ້ປະຊາຊົນນັ່ງລົງ.” (ໃນບ່ອນນີ້ມີຫຍ້າຫລາຍ) ສະນັ້ນ ປະຊາຊົນທັງໝົດຈຶ່ງນັ່ງລົງ ນັບແຕ່ຜູ້ຊາຍມີຢູ່ປະມານຫ້າພັນຄົນ. ພຣະເຢຊູເຈົ້າຊົງຈັບເອົາເຂົ້າຈີ່ຂຶ້ນມາ ເມື່ອໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ຈຶ່ງໃຫ້ສາວົກແຈກຢາຍແກ່ຄົນທີ່ນັ່ງໃນທີ່ນັ້ນ ສ່ວນປາ ພຣະອົງໄດ້ເຮັດຢ່າງດຽວກັນ ໄດ້ແຈກຕາມທີ່ພວກເຂົາຕ້ອງການ. ເມື່ອທຸກຄົນກິນອີ່ມແລ້ວ ພຣະອົງໄດ້ບອກພວກສາວົກຂອງພຣະອົງວ່າ, “ຈົ່ງເກັບເອົາຈຳນວນທີ່ເຫຼືອນັ້ນ ຢ່າໃຫ້ມີອັນໃດເສຍໄປ.” ພວກເຂົາໄດ້ເກັບເອົາຈຳນວນເຂົ້າຈີ່ເຮັດຈາກແປ້ງເຂົ້າຝ້າງ ທີ່ເຫຼືອຈາກປະຊາຊົນໄດ້ກິນແລ້ວນັ້ນ ທັງໝົດໄດ້ສິບສອງກະບຸງ. ເມື່ອຄົນທັງຫລາຍໄດ້ເຫັນໝາຍສຳຄັນການອັດສະຈັນ ທີ່ພຣະອົງເຮັດ ພວກເຂົາຈຶ່ງເວົ້າວ່າ, “ແນ່ນອນຜູ້ນີ້ຕ້ອງແມ່ນຜູ້ທຳນວາຍ ທີ່ຕ້ອງກຳນົດວ່າຈະມາໃນໂລກນີ້.”