YouVersion Logo
Search Icon

ໂຢຮັນ 3:3-8

ໂຢຮັນ 3:3-8 ພຄພ

ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ​ໃໝ່ ຜູ້ນັ້ນ​ຈະ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.” ນີໂກເດມ​ຖາມ​ວ່າ, “ຄົນເຖົ້າ​ແລ້ວ​ຈະ​ເກີດ​ໃໝ່​ໄດ້​ຢ່າງ​ໃດ? ຈະ​ເຂົ້າ​ໃນ​ທ້ອງ​ແມ່​ຂອງຕົນ​ເທື່ອ​ທີ​ສອງ ແລ້ວ​ເກີດ​ມາ​ໄດ້​ບໍ?” ພຣະເຢຊູເຈົ້າ​ຕອບ​ຄືນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ຜູ້ໃດ​ບໍ່​ບັງເກີດ​ຈາກ​ນໍ້າ ແລະ​ຈາກ​ພຣະວິນຍານ ຜູ້ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້. ຜູ້​ທີ່​ເກີດ​ຈາກ​ເນື້ອໜັງ​ກໍ​ເປັນ​ເນື້ອໜັງ ແລະ​ຜູ້​ທີ່​ເກີດ​ຈາກ​ພຣະວິນຍານ​ກໍ​ເປັນ​ວິນຍານ. ຢ່າ​ສູ່​ປະຫລາດ​ໃຈ​ທີ່​ເຮົາ​ບອກ​ເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຈຳເປັນ​ຕ້ອງ​ເກີດ​ມາ​ໃໝ່. ລົມ​ຢາກ​ພັດ​ໄປ​ທິດ​ໃດ​ກໍ​ພັດ​ໄປ​ທິດ​ນັ້ນ, ເຈົ້າ​ໄດ້ຍິນ​ສຽງ​ຂອງ​ມັນ ແຕ່​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ພັດ​ມາ​ຈາກ​ໃສ ແລະ​ພັດ​ໄປ​ທາງ​ໃດ ທຸກຄົນ​ທີ່​ເກີດ​ມາ​ຈາກ​ພຣະວິນຍານ ກໍ​ເປັນ​ດັ່ງນັ້ນແຫລະ.”

Free Reading Plans and Devotionals related to ໂຢຮັນ 3:3-8