YouVersion Logo
Search Icon

ໂຢຮັນ 20:14-18

ໂຢຮັນ 20:14-18 ພຄພ

ເມື່ອ​ເວົ້າ​ດັ່ງນັ້ນ​ແລ້ວ ນາງ​ໄດ້​ຫລຽວ​ຫລັງ​ມາ​ເຫັນ​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ນັ້ນ, ແຕ່​ນາງ​ບໍ່​ຮູ້​ວ່າ​ແມ່ນ​ພຣະເຢຊູເຈົ້າ. ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ນາງ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ຊອກ​ຫາ​ຜູ້ໃດ?” ນາງ​ຄິດ​ວ່າ​ເປັນ​ຄົນ​ຮັກສາ​ສວນ ນາງ​ຈຶ່ງ​ຕອບ​ວ່າ, “ທ່ານເອີຍ ຖ້າ​ທ່ານ​ໄດ້​ເອົາ​ພຣະສົບ​ຂອງ​ເພິ່ນ​ໄປ ບອກ​ໃຫ້​ຂ້ານ້ອຍ​ຮູ້​ແດ່​ວ່າ ທ່ານ​ເອົາ​ໄປ​ໄວ້​ໃສ? ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ນຳ​ເອົາ​ພຣະສົບ​ຂອງ​ພຣະອົງ​ອອກ​ໄປ.” ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ນາງ​ວ່າ, “ມາຣີ.” ນາງ​ປິ່ນ​ໜ້າ​ມາ​ຫາ​ພຣະອົງ ແລະ​ເວົ້າ​ເປັນ​ພາສາ​ເຮັບເຣີ​ວ່າ, “ຣັບໂບນີ” (ແປ​ວ່າ, “ພຣະອາຈານ.”) ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຢ່າ​ສູ່​ໜ່ວງໜ່ຽວ​ເຮົາ​ໄວ້​ເທາະ ເພາະ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ, ແຕ່​ໃຫ້​ເຈົ້າ​ໄປ​ຫາ​ພີ່ນ້ອງ​ຂອງເຮົາ ແລະ​ບອກ​ພວກເຂົາ​ວ່າ​ເຮົາ​ຈະ​ຂຶ້ນ​ເມືອ​ຫາ​ພຣະອົງ ຜູ້​ເປັນ​ພຣະບິດາເຈົ້າ​ຂອງເຮົາ ແລະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຈະ​ເມືອ​ຫາ​ພຣະເຈົ້າ​ຂອງເຮົາ ແລະ​ພຣະເຈົ້າ​ຂອງ​ພວກເຈົ້າ.” ດັ່ງນັ້ນ ນາງ​ມາຣີ​ໄທ​ມັກດາລາ​ຈຶ່ງ​ໄປ​ບອກ​ຂ່າວ​ນີ້ ແກ່​ພວກ​ສາວົກ​ວ່າ ຕົນ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ບອກ​ພວກເພິ່ນ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ແກ່​ນາງ.