YouVersion Logo
Search Icon

ປະຖົມມະການ 5

5
ເຊື້ອສາຍ​ຂອງ​ອາດາມ
(1 ຂຄ 1:1-4)
1ຕໍ່ໄປນີ້ ແມ່ນ​ລາຍຊື່​ປະຫວັດ​ເຊື້ອສາຍ​ຂອງ​ອາດາມ. (ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ນັ້ນ ພຣະອົງ​ໄດ້​ສ້າງ​ເຂົາ​ໃຫ້​ມີ​ຮູບ​ລັກສະນະ​ຄື​ພຣະອົງ. 2ພຣະອົງ​ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ເພດ​ຊາຍ ແລະ​ເພດຍິງ ອວຍພອນ​ພວກເຂົາ ແລະ​ຕັ້ງ​ຊື່​ໃຫ້​ພວກເຂົາ​ວ່າ, “ມະນຸດ”) 3ເມື່ອ​ອາດາມ​ອາຍຸ​ໄດ້ 130 ປີ, ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ເຊດ ຜູ້​ທີ່​ຄ້າຍ​ຄື​ກັບ​ລາວ​ເອງ. 4ຫລັງຈາກ​ນັ້ນ ອາດາມ​ຍັງ​ມີ​ອາຍຸ​ຍືນຍາວ​ມາ​ອີກ 800 ປີ. ລາວ​ມີ​ລູກ​ຊາຍ​ຍິງ​ອີກ​ຫລາຍ​ຄົນ 5ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 930 ປີ.
6ເມື່ອ​ເຊດ​ອາຍຸ​ໄດ້ 105 ປີ ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອໂນດ 7ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 807 ປີ. ເຊດ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ 8ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 912 ປີ.
9ເມື່ອ​ເອໂນດ​ອາຍຸ​ໄດ້ 90 ປີ ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເກນານ 10ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 815 ປີ. ເອໂນດ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ 11ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 905 ປີ.
12ເມື່ອ​ເກນານ​ອາຍຸ​ໄດ້ 70 ປີ. ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ມະຫາລາເລນ 13ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 840 ປີ. ເກນານ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ 14ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 910 ປີ.
15ເມື່ອ​ມະຫາລາເລນ​ອາຍຸ​ໄດ້ 65 ປີ, ລາວ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຢາເຣັດ 16ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 830 ປີ. ມະຫາລາເລນ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ 17ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 895 ປີ.
18ເມື່ອ​ຢາເຣັດ​ອາຍຸ​ໄດ້ 162 ປີ ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອນົກ 19ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 800 ປີ. ຢາເຣັດ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ 20ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 962 ປີ.
21ເມື່ອ​ເອນົກ​ອາຍຸ​ໄດ້ 65 ປີ. ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເມທູເສລາ. 22ຫລັງຈາກ​ນັ້ນ ເອນົກ​ກໍໄດ້​ຕິດຕາມ​ພຣະເຈົ້າ​ໄປ​ຕື່ມ​ອີກ 300 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ. 23ເອນົກ​ມີ​ອາຍຸ​ທັງໝົດ 365 ປີ. 24ລາວ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ຕິດສະໜິດ​ກັບ​ພຣະເຈົ້າ ແລະ​ລາວ​ກໍໄດ້​ຫາຍຕົວ​ໄປ ເພາະ​ພຣະເຈົ້າ​ໄດ້​ຮັບ​ເອົາ​ລາວ​ໄປ.
25ເມື່ອ​ເມທູເສລາ​ອາຍຸ​ໄດ້ 187 ປີ ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ລາເມັກ 26ແລະ​ມີ​ອາຍຸ​ຍືນຍາວ​ມາ​ອີກ 782 ປີ. ເມທູເສລາ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ 27ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 969 ປີ.
28ເມື່ອ​ລາເມັກ​ອາຍຸ​ໄດ້ 182 ປີ ລາວ​ມີ​ລູກຊາຍ​ຜູ້ໜຶ່ງ 29ແລະ​ລາວ​ເວົ້າ​ວ່າ, “ເດັກນ້ອຍ​ຜູ້​ນີ້​ຈະ​ເລົ້າໂລມ​ພວກເຮົາ​ໃຫ້​ຫາຍ​ຄວາມ​ອິດເມື່ອຍ​ຈາກ​ວຽກງານ​ໜັກ ເນື່ອງ​ຈາກ​ພຣະເຈົ້າຢາເວ​ໄດ້​ສາບແຊ່ງ​ດິນ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ເດັກນ້ອຍ​ນີ້​ວ່າ ໂນອາ. 30ລາເມັກ​ມີ​ອາຍຸ​ຍືນຍາວ​ມາ​ອີກ 595 ປີ ແລະ​ມີ​ລູກ​ຊາຍ​ຍິງ​ຫລາຍ​ຄົນ. 31ລາວ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 777 ປີ.
32ເມື່ອ​ໂນອາ​ອາຍຸ​ໄດ້ 500 ປີ ໂນອາ​ມີ​ລູກຊາຍ​ສາມ​ຄົນ​ຄື: ເຊມ, ຮາມ ແລະ​ຢາເຟດ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy