YouVersion Logo
Search Icon

ປະຖົມມະການ 39:7-10

ປະຖົມມະການ 39:7-10 ພຄພ

ແຕ່​ແລ້ວ​ບໍ່​ເຫິງ​ເທົ່າ​ໃດ ເມຍ​ຂອງ​ນາຍ​ກໍ​ຫລົງ​ມັກ​ໂຢເຊັບ ແລະ​ຊວນ​ລາວ​ເຂົ້າ​ໄປ​ນອນ​ນຳ. ໂຢເຊັບ​ປະຕິເສດ ແລະ​ຕອບ​ນາງ​ວ່າ, “ເບິ່ງດູ ນາຍ​ຂອງຂ້ອຍ​ບໍ່​ກັງວົນ​ສົນໃຈ​ນຳ​ສິ່ງໃດ​ເລີຍ​ຢູ່​ໃນ​ເຮືອນ​ນີ້ ຍ້ອນ​ເພິ່ນ​ໄວ້ເນື້ອ​ເຊື່ອໃຈ​ຂ້ອຍ. ເພິ່ນ​ໃຫ້​ຂ້ອຍ​ຮັບຜິດຊອບ​ທຸກໆ​ສິ່ງ​ທີ່​ເພິ່ນ​ມີ. ຂ້ອຍ​ມີ​ອຳນາດ​ໃນ​ເຮືອນ​ຫລັງ​ນີ້​ເທົ່າໆ​ກັນ​ກັບ​ເພິ່ນ ແລະ​ເພິ່ນ​ບໍ່ເຄີຍ​ຫວງຫ້າມ​ຂ້ອຍ​ໃນ​ສິ່ງ​ໃດໆ​ເລີຍ ເວັ້ນໄວ້​ແຕ່​ຍານາງ​ເອງ​ທີ່​ເປັນ​ເມຍ​ຂອງ​ເພິ່ນ. ຂ້ອຍ​ຈະ​ກ້າ​ລ່ວງ​ປະເວນີ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າ​ໄດ້​ຢ່າງໃດ?” ເຖິງ​ແມ່ນ​ວ່າ​ນາງ​ຂໍຮ້ອງ​ໂຢເຊັບ​ທຸກມື້​ທຸກວັນ, ແຕ່​ໂຢເຊັບ​ກໍ​ບໍ່​ຍອມ​ໄປ​ນອນ​ນຳ​ນາງ.

Free Reading Plans and Devotionals related to ປະຖົມມະການ 39:7-10