ປະຖົມມະການ 17:15-19
ປະຖົມມະການ 17:15-19 ພຄພ
ພຣະເຈົ້າຍັງບອກອັບຣາຮາມຕື່ມວ່າ, “ສ່ວນນາງຊາຣາຍເມຍຂອງເຈົ້ານັ້ນ ເຈົ້າຢ່າເອີ້ນນາງຊາຣາຍອີກຕໍ່ໄປ ເພາະ ຊື່ຂອງນາງແມ່ນຊາຣາ. ເຮົາຈະອວຍພອນນາງໃຫ້ມີລູກຊາຍຜູ້ໜຶ່ງ ແລະຈະອວຍພອນນາງໃຫ້ເປັນແມ່ຂອງຊົນຊາດທັງຫລາຍ ຈົນກະສັດຫລາຍຄົນຈະມາຈາກເຊື້ອສາຍຂອງນາງ.” ອັບຣາຮາມກົ້ມຂາບລົງຍິ້ມຢູ່ໃນໃຈ ແລະເວົ້າວ່າ, “ຄົນອາຍຸໜຶ່ງຮ້ອຍປີແລ້ວ ຈະມີລູກໄດ້ຈັ່ງໃດ? ແລະຊາຣາກໍອາຍຸເກົ້າສິບປີແລ້ວ ນາງຍັງຈະມີລູກໄດ້ຢູ່ບໍ?” ອັບຣາຮາມໄດ້ກ່າວຕໍ່ພຣະເຈົ້າວ່າ, “ຂໍໃຫ້ອິດຊະມາເອນມີຊີວິດຢູ່ຕໍ່ພຣະພັກຂອງພຣະອົງ!” ແຕ່ພຣະເຈົ້າໄດ້ກ່າວວ່າ, “ບໍ່, ແມ່ນຊາຣາເມຍຂອງເຈົ້າເອງ ທີ່ຈະເກີດລູກຊາຍໃຫ້ເຈົ້າ ແລະຈົ່ງໃສ່ຊື່ເດັກນັ້ນວ່າ ອີຊາກ. ເຮົາຈະຮັກສາພັນທະສັນຍາຂອງເຮົາໄວ້ກັບລາວ ແລະກັບເຊື້ອສາຍຂອງລາວຕະຫລອດໄປ. ມັນເປັນພັນທະສັນຍາອັນຕະຫລອດໄປ.