YouVersion Logo
Search Icon

ພຣະບັນຍັດສອງ 5:6-21

ພຣະບັນຍັດສອງ 5:6-21 ພຄພ

‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້. ຢ່າ​ມີ​ບັນດາ​ພະອື່ນ ຕໍ່ໜ້າ​ເຮົາ​ຈັກເທື່ອ. ຢ່າ​ສ້າງ​ຮູບເຄົາຣົບ​ໃດໆ​ທັງ​ສິ້ນ​ໄວ້​ສຳລັບ​ຕົນ ບໍ່​ວ່າ​ຈະ​ເປັນ​ຮູບ​ທີ່​ສະແດງ​ສິ່ງໃດ​ສິ່ງໜຶ່ງ​ໃນ​ສະຫວັນ ຫລື​ເທິງ​ແຜ່ນດິນ​ໂລກ ຫລື​ໃນ​ນໍ້າ​ໃຕ້​ແຜ່ນດິນ​ໂລກ. ຢ່າ​ກົ້ມຂາບ​ຫລື​ນະມັດສະການ​ຮູບ​ເຫຼົ່ານັ້ນ. ດ້ວຍວ່າ, ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜູ້​ຫວງແຫນ. ເຮົາ​ນຳ​ການ​ລົງໂທດ​ມາ​ສູ່​ຜູ້​ທີ່​ກຽດຊັງ​ເຮົາ ແລະ​ລູກຫລານ​ຂອງ​ພວກເຂົາ ເຖິງ​ສາມ​ສີ່​ຊົ່ວ​ເຊັ່ນຄົນ. ແຕ່​ເຮົາ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ຜູ້​ທີ່​ຮັກ​ເຮົາ ແລະ​ເຊື່ອຟັງ​ກົດບັນຍັດ​ຂອງເຮົາ ເຖິງ​ຫລາຍ​ພັນ​ຊົ່ວ​ເຊັ່ນ​ຄົນ. ຢ່າ​ໃຊ້​ນາມຊື່​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທາງ​ທີ່​ຜິດ ເພາະ​ພຣະເຈົ້າຢາເວ​ຈະ​ລົງໂທດ​ທຸກຄົນ​ທີ່​ໃຊ້​ນາມຊື່​ຂອງ​ພຣະອົງ​ໃນ​ທາງ​ຜິດ. ຈົ່ງ​ຢຶດຖື​ວັນ​ຊະບາໂຕ​ເປັນ​ວັນ​ສັກສິດ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້. ຈົ່ງ​ເຮັດ​ວຽກ​ໃນ​ຫົກ​ວັນ ແຕ່​ວັນ​ທີ​ເຈັດ​ເປັນ​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໃນ​ມື້ນີ້​ບໍ່​ໃຫ້​ຜູ້ໃດ​ເຮັດ​ວຽກ ພວກເຈົ້າ​ເອງ​ພ້ອມດ້ວຍ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ, ຄົນ​ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຈົ້າ, ງົວ, ລໍ ແລະ ສັດ​ລ້ຽງ​ອື່ນໆ​ຂອງ​ພວກເຈົ້າ, ຕະຫລອດ​ທັງ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ພວກເຈົ້າ. ບັນດາ​ຄົນ​ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຈົ້າ​ຕ້ອງ​ຢຸດພັກ​ເຊັ່ນດຽວ​ກັບ​ພວກເຈົ້າ. ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ​ຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ເອົາ​ພວກເຈົ້າ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ແລະ​ພຣະກຳລັງ. ດ້ວຍເຫດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ສັ່ງ​ພວກເຈົ້າ​ໃຫ້​ຢຶດຖື​ວັນ​ຊະບາໂຕ. ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນ​ສຸກ ແລະ​ພວກເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ນັ້ນ. ຢ່າ​ຂ້າ​ຄົນ. ຢ່າ​ຫຼິ້ນຊູ້​ສູ່ຜົວເມຍ​ຜູ້​ອື່ນ. ຢ່າ​ລັກ. ຢ່າ​ໃສ່ຮ້າຍ​ປ້າຍສີ​ເພື່ອນບ້ານ​ຂອງ​ເຈົ້າ. ຢ່າ​ຢາກ​ໄດ້​ເມຍ​ຂອງ​ຄົນອື່ນ, ເຮືອນຊານ​ບ້ານຊ່ອງ, ທີ່ດິນ, ຄົນ​ຮັບໃຊ້​ຊາຍ​ຍິງ, ງົວ, ລໍ, ຫລື​ສິ່ງໃດ​ສິ່ງໜຶ່ງ​ທີ່​ລາວ​ມີ​ຢູ່.’

Free Reading Plans and Devotionals related to ພຣະບັນຍັດສອງ 5:6-21