YouVersion Logo
Search Icon

ເຊກາຣີຢາ 8

8
ອົງພຣະ​ຜູ້​ເປັນເຈົ້າ​ສັນຍາ​ວ່າ​ຈະ​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່
1ແລ້ວ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກໍໄດ້​ມອບ​ຖ້ອຍຄຳ​ນີ້​ໃຫ້​ແກ່​ເຊກາຣີຢາ​ວ່າ: 2“ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ເຮົາ​ປາຖະໜາ​ຈະ​ຊ່ວຍຊູ​ນະຄອນ​ເຢຣູຊາເລັມ ເພາະ​ຄວາມຮັກ​ອັນ​ເລິກເຊິ່ງ​ທີ່​ເຮົາ​ມີ​ຕໍ່​ປະຊາຊົນ​ຂອງເຮົາ ຄື​ຄວາມຮັກ​ທີ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ຕໍ່​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ. 3ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ກັບຄືນ​ມາ​ຢູ່​ຊີໂອນ, ແລະ​ສະຖິດ​ໃນ​ທ່າມກາງ​ນະຄອນ​ເຢຣູຊາເລັມ ນະຄອນ​ເຢຣູຊາເລັມ​ຈະ​ມີ​ຊື່​ວ່າ​ນະຄອນ​ແຫ່ງ​ຄວາມສັດຊື່. ແລະ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ທີ່​ເອີ້ນ​ວ່າ​ພູເຂົາ​ສັກສິດ. 4ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ຊາຍ​ເຖົ້າ​ຍິງ​ແກ່​ທີ່​ຊະຣາ​ຫລາຍ​ຈົນ​ໃຊ້​ໄມ້ເທົ້າ​ຍ່າງ​ໄປມາ ພວກເຂົາ​ຈະ​ໄດ້​ນັ່ງ​ຢູ່​ຕາມ​ເດີ່ນ​ຂອງ​ນະຄອນ​ອີກເທື່ອໜຶ່ງ. 5ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ກໍ​ຈະ​ມີ​ເດັກນ້ອຍ​ຊາຍຍິງ​ຫລິ້ນ​ຢູ່​ເຕັມ.
6ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ເລື່ອງ​ນີ້​ເບິ່ງ​ຄື​ເປັນ​ໄປ​ບໍ່ໄດ້​ສຳລັບ​ປະຊາຊົນ​ອິດສະຣາເອນ ທີ່​ລອດຊີວິດ​ຢູ່​ໃນ​ເວລາ​ນີ້ ແຕ່​ສຳລັບ​ເຮົາ​ແລ້ວ ທຸກຢ່າງ​ກໍ​ເປັນໄປ​ໄດ້. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ. 7ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ເຮົາ​ຈະ​ຊ່ວຍ​ເອົາ​ປະຊາຊົນ​ຂອງເຮົາ​ໃຫ້​ພົ້ນ​ຈາກ​ດິນແດນ​ທີ່​ພວກເຂົາ​ໄດ້​ຖືກ​ຈັບ​ໄປ​ນັ້ນ 8ແລະ​ເຮົາ​ຈະ​ນຳ​ພວກເຂົາ​ມາ​ຈາກ​ທິດ​ຕາເວັນອອກ​ແລະ​ທິດ​ຕາເວັນຕົກ ເພື່ອ​ໃຫ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ໂດຍ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄວາມສັດຊື່​ແລະ​ຊອບທຳ.
9ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ຈົ່ງ​ກ້າຫານ​ເຖີດ ບັດນີ້ ພວກເຈົ້າ​ໄດ້ຍິນ​ຄຳເວົ້າ​ຢ່າງ​ດຽວກັນ​ກັບ ທີ່​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ສະໄໝ​ວາງ​ຮາກຖານ ເມື່ອ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຂຶ້ນ​ໃໝ່​ນັ້ນ. 10ກ່ອນ​ເວລາ​ນັ້ນ ບໍ່ມີ​ຜູ້ໃດ​ສາມາດ​ຈ້າງ​ຄ່າ​ແຮງງານ​ຂອງ​ຄົນ​ກັບ​ສັດ ແລະ​ບໍ່ມີ​ຜູ້ໃດ​ຢູ່​ຢ່າງ​ປອດໄພ​ຈາກ​ເຫຼົ່າ​ສັດຕູ​ຂອງຕົນ​ໄດ້. ເຮົາ​ໄດ້​ບັນດານ​ໃຫ້​ຄົນ​ທັງຫລາຍ​ຕໍ່ສູ້​ຊຶ່ງ​ກັນແລະກັນ. 11ແຕ່​ບັດນີ້ ເຮົາ​ຈະ​ເຮັດ​ກັບ​ພວກ​ທີ່​ລອດຊີວິດ​ຂອງ​ຊົນຊາດ​ນີ້​ແຕກຕ່າງ​ອອກ​ໄປ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ. 12ພວກເຂົາ​ຈະ​ປູກ​ພືດພັນ​ຂອງຕົນ​ຢ່າງ​ສະຫງົບສຸກ. ຕົ້ນອະງຸ່ນ​ຂອງ​ພວກເຂົາ​ຈະ​ເກີດ​ໝາກ​ຫລາຍ ແຜ່ນດິນ​ຈະ​ຜະລິດ​ຜົນລະປູກ​ໄດ້​ດີ ແລະ​ຝົນ​ກໍ​ຈະ​ຕົກລົງ​ມາ​ຢ່າງ​ບໍຣິບູນ. ເຮົາ​ຈະ​ໃຫ້​ພຣະພອນ​ທັງໝົດ​ເຫຼົ່ານີ້​ແກ່​ປະຊາຊົນ ທີ່​ລອດຊີວິດ​ຢູ່​ໃນ​ຊາດ​ຂອງເຮົາ​ນັ້ນ. 13ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ເອີຍ ໃນ​ອະດີດ​ນັ້ນ ຊາວ​ຕ່າງດ້າວ​ໄດ້​ສາບແຊ່ງ​ກັນແລະກັນ​ວ່າ, ‘ໃຫ້​ໄພພິບັດ​ທີ່​ຕົກ​ຖືກ​ຢູດາ​ແລະ​ອິດສະຣາເອນ​ນັ້ນ ຕົກ​ຖືກ​ພວກເຈົ້າ​ເຊັ່ນກັນ’ ແຕ່​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ; ແລ້ວ​ບັນດາ​ຄົນຕ່າງດ້າວ​ເຫຼົ່ານັ້ນ​ກໍ​ຈະ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຂໍ​ໃຫ້​ພຣະພອນ​ທີ່​ໄດ້​ມາ​ສູ່​ຢູດາ​ແລະ​ອິດສະຣາເອນ​ນັ້ນ ມາ​ສູ່​ພວກເຈົ້າ​ເຊັ່ນກັນ.’ ສະນັ້ນ ຈົ່ງ​ກ້າຫານ​ແລະ​ຢ່າ​ຢ້ານກົວ​ເລີຍ.”
14ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເມື່ອ​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ນັ້ນ ເຮົາ​ໄດ້​ຕັ້ງໃຈ​ລົງໂທດ​ພວກເຂົາ​ແລະ​ເຮົາ​ບໍ່ໄດ້​ປ່ຽນໃຈ ແຕ່​ໄດ້​ເຮັດ​ຕາມ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, 15“ແຕ່​ບັດນີ້ ເຮົາ​ກຳລັງ​ຕັ້ງໃຈ​ຈະ​ອວຍພອນ​ປະຊາຊົນ​ເຢຣູຊາເລັມ​ແລະ​ຢູດາ. ດັ່ງນັ້ນ ຢ່າສູ່​ຢ້ານກົວ. 16ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ພວກເຈົ້າ​ຕ້ອງ​ເຮັດ​ຄື: ຈົ່ງ​ກ່າວ​ຄວາມຈິງ​ຕໍ່​ກັນແລະກັນ. ຈົ່ງ​ໃຫ້​ສານ​ຂອງ​ພວກເຈົ້າ​ຕັດສິນ​ຄວາມ​ຢ່າງ​ຍຸດຕິທຳ​ອັນ​ແທ້ຈິງ ຄື​ຄວາມ​ຍຸດຕິທຳ​ທີ່​ຈະ​ນຳ​ໄປ​ສູ່​ຄວາມ​ສະຫງົບສຸກ. 17ຢ່າ​ສູ່​ວາງແຜນ​ຄິດ​ຄວາມຊົ່ວ​ໃນໃຈ​ຕໍ່​ກັນແລະກັນ. ຢ່າ​ສູ່​ສາບານ​ໂດຍ​ເປັນ​ພະຍານ​ບໍ່ຈິງ. ເຮົາ​ກຽດຊັງ​ການ​ເວົ້າຕົວະ, ການ​ອະຍຸດຕິທຳ ແລະ​ການ​ໂຫດຮ້າຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.
18ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ມອບ​ຖ້ອຍຄຳ​ໃຫ້​ແກ່​ເຊກາຣີຢາ ດັ່ງ​ຕໍ່ໄປນີ້: 19“ການ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ສີ່, ທີ​ຫ້າ, ທີ​ເຈັດ ແລະ​ທີ​ສິບ​ນັ້ນ ຈະ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ສຳລັບ​ປະຊາຊົນ​ຢູດາ. ພວກເຈົ້າ​ຕ້ອງ​ຮັກ​ຄວາມຈິງ​ແລະ​ຄວາມ​ສະຫງົບສຸກ.”
20ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ປະຊາຊົນ​ຈາກ​ຫລາຍ​ເມືອງ ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ. 21ຄົນ​ທີ່​ມາ​ຈາກ​ເມືອງ​ໜຶ່ງ​ຈະ​ເວົ້າ​ຕໍ່​ຄົນ​ທີ່​ມາ​ຈາກ​ເມືອງ​ອື່ນ​ວ່າ, ‘ຈົ່ງ​ພາກັນ​ໄປ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ສະແຫວງຫາ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ໄປ​ກັບ​ພວກເຮົາ​ເທີ້ນ.’ 22ປະຊາຊົນ​ຢ່າງ​ຫລວງຫລາຍ ແລະ​ຫລາຍ​ຊົນຊາດ​ທີ່​ມີ​ອຳນາດ​ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ສະແຫວງຫາ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແລະ​ເພື່ອ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ. 23ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ໃນ​ເວລາ​ນັ້ນ ຄົນ​ຕ່າງດ້າວ​ສິບ​ຄົນ​ຈະ​ມາ​ຫາ​ຄົນ​ຢິວ​ຜູ້ໜຶ່ງ ແລະ​ຈະ​ເວົ້າ​ວ່າ, ‘ພວກເຮົາ​ຢາກ​ຈະ​ໄປ​ກັບ​ເຈົ້າ ເພາະ​ພວກເຮົາ​ໄດ້ຍິນ​ວ່າ​ພຣະເຈົ້າ​ຢູ່​ກັບ​ເຈົ້າ.”’

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ເຊກາຣີຢາ 8