ເຊກາຣີຢາ 6
6
ນິມິດເລື່ອງລົດຮົບສີ່ຄັນ
1ຂ້າພະເຈົ້າໄດ້ເຫັນນິມິດຢ່າງອື່ນອີກ. ເທື່ອນີ້ຂ້າພະເຈົ້າໄດ້ເຫັນລົດຮົບສີ່ຄັນ ກຳລັງອອກມາຈາກພູເຂົາສອງໜ່ວຍທີ່ເປັນທອງສຳຣິດ. 2ລົດຮົບຄັນທີໜຶ່ງມີມ້າສີແດງ, ລົດຮົບຄັນທີສອງມີມ້າສີດຳ 3ລົດຮົບຄັນທີສາມມີມ້າສີຂາວ ແລະລົດຮົບຄັນທີສີ່ມີມ້າສີດ່າງ. 4ແລ້ວຂ້າພະເຈົ້າກໍຖາມເທວະດາຕົນນັ້ນວ່າ, “ທ່ານເອີຍ ລົດຮົບເຫຼົ່ານີ້ໝາຍເຖິງຫຍັງ?”
5ເທວະດາຕົນນັ້ນໄດ້ຕອບວ່າ, “ລົດຮົບເຫຼົ່ານີ້ ໝາຍເຖິງລົມທັງສີ່ທິດ ທີ່ຫາກໍມາແຕ່ເຂົ້າເຝົ້າຕໍ່ໜ້າພຣະເຈົ້າຢາເວແຫ່ງແຜ່ນດິນໂລກນີ້ທັງໝົດ.”
6ລົດຮົບຄັນທີ່ມີມ້າສີດຳນັ້ນ ກຳລັງໄປທາງທິດເໜືອສູ່ບາບີໂລນ, ມ້າສີຂາວນັ້ນກຳລັງໄປທາງທິດຕາເວັນຕົກ ແລະມ້າສີດ່າງກຳລັງໄປສູ່ປະເທດທາງທິດໃຕ້. 7ເມື່ອມ້າໂຕສີແດງໄດ້ກ້າວອອກໄປ ພວກມັນກໍຮ້ອນໃຈທີ່ຈະກວດກາເບິ່ງແຜ່ນດິນໂລກ. ເທວະດາຕົນນັ້ນຈຶ່ງກ່າວວ່າ, “ຈົ່ງໄປກວດກາເບິ່ງແຜ່ນດິນໂລກສາ” ແລະມ້າເຫຼົ່ານັ້ນກໍອອກໄປ. 8ແລ້ວເທວະດາຕົນນັ້ນກໍຮ້ອງບອກຂ້າພະເຈົ້າວ່າ, “ມ້າທີ່ໄປທາງທິດເໜືອສູ່ບາບີໂລນນັ້ນ ໄດ້ເຮັດໃຫ້ຄວາມໂກດຮ້າຍຂອງອົງພຣະຜູ້ເປັນເຈົ້າງຽບລົງ.”
ອົງພຣະຜູ້ເປັນເຈົ້າສັ່ງສຸບມົງກຸດໃຫ້ເຢຊູອາ
9ພຣະເຈົ້າຢາເວໄດ້ມອບຖ້ອຍຄຳເຫຼົ່ານີ້ໃຫ້ແກ່ຂ້າພະເຈົ້າ. 10ພຣະອົງກ່າວວ່າ, “ຈົ່ງຮັບເອົາຂອງຂວັນທີ່ເຮນດາອີ, ໂຕບີຢາ ແລະເຢດາອີຢາ ຖວາຍໃນນາມຂອງພວກທີ່ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ. ຈົ່ງໄປທີ່ເຮືອນຂອງໂຢຊີຢາລູກຊາຍຂອງເຊຟານີຢາໃນມື້ນີ້ໂລດ. ຄົນເຫຼົ່ານີ້ໄດ້ກັບຄືນມາຈາກການເປັນຊະເລີຍທີ່ບາບີໂລນ. 11ຈົ່ງເອົາເງິນແລະຄຳທີ່ພວກເຂົາໄດ້ມອບໃຫ້ນັ້ນເຮັດມົງກຸດ ແລະສຸບມົງກຸດນີ້ໃສ່ຫົວຂອງມະຫາປະໂຣຫິດເຢຊູອາລູກຊາຍຂອງໂຢຊາດັກ. 12ຈົ່ງບອກລາວວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ຄົນຊື່ວ່າກິ່ງ ຈະຈະເລີນຮຸ່ງເຮືອງຂຶ້ນໃນບ່ອນທີ່ຕົນຢູ່ອາໄສ ແລະລາວຈະສ້າງພຣະວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. 13ລາວຈະເປັນຜູ້ສ້າງພຣະວິຫານຂອງພຣະເຈົ້າຢາເວ ແລະຈະໄດ້ຮັບກຽດສົມກັບເປັນກະສັດ ແລະລາວຈະປົກຄອງປະຊາຊົນຂອງຕົນ. ຈະມີປະໂຣຫິດຄົນໜຶ່ງຢືນຢູ່ທີ່ຂ້າງບັນລັງຂອງລາວ ແລະພວກເຂົາຈະປົກຄອງຮ່ວມກັນຢ່າງສັນຕິສຸກ ແລະມີຄວາມເຂົ້າໃຈຊຶ່ງກັນແລະກັນ.’ 14ມົງກຸດນັ້ນຈະເປັນທີ່ລະລຶກໃນພຣະວິຫານຂອງພຣະເຈົ້າຢາເວ ໃຫ້ແກ່ເຮນດາອີ, ໂຕບີຢາ, ເຢດາອີຢາ ແລະໂຢສີຢາ ລູກຊາຍຂອງເຊຟານີຢາ.”
15ຜູ້ທີ່ຢູ່ຫ່າງໄກກໍຈະມາຊ່ວຍສ້າງພຣະວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. ແລະເມື່ອສ້າງຂຶ້ນໃໝ່ແລ້ວ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ໃຊ້ຂ້າພະເຈົ້າມາຫາພວກເຈົ້າ. ເຫດການທັງໝົດນີ້ຈະເກີດຂຶ້ນແທ້ ຖ້າພວກເຈົ້າເຮັດຕາມຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນ.
Currently Selected:
ເຊກາຣີຢາ 6: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.