ເຊກາຣີຢາ 12
12
ນະຄອນເຢຣູຊາເລັມຈະຖືກປົດປ່ອຍໃນອະນາຄົດ
1ຕໍ່ໄປນີ້ແມ່ນຖ້ອຍຄຳທີ່ມາຈາກພຣະເຈົ້າຢາເວ ເຖິງຊາດອິດສະຣາເອນ: ພຣະເຈົ້າຢາເວອົງໄດ້ກາງຈັກກະວານອອກ ໄດ້ນິຣະມິດສ້າງແຜ່ນດິນໂລກ ແລະໄດ້ໃຫ້ຊີວິດແກ່ມວນມະນຸດ. ພຣະອົງກ່າວວ່າ, 2“ເຮົາຈະເຮັດໃຫ້ນະຄອນເຢຣູຊາເລັມເປັນດັ່ງຈອກເຫຼົ້າອະງຸ່ນ; ບັນດາຊົນຊາດທີ່ຢູ່ອ້ອມຮອບນະຄອນເຢຣູຊາເລັມນີ້ ຈະດື່ມຈົນເມົາແລະຍ່າງໂຊເຊ. ເມື່ອພວກເຂົາປິດລ້ອມນະຄອນເຢຣູຊາເລັມນັ້ນ ເມືອງຕ່າງໆທີ່ຍັງເຫລືອຢູ່ໃນດິນແດນຢູດາ ກໍຈະຖືກປິດລ້ອມເຊັ່ນດຽວກັນ. 3ແຕ່ເມື່ອເວລານັ້ນມາເຖິງ ເຮົາຈະເຮັດໃຫ້ນະຄອນເຢຣູຊາເລັມເປັນດັ່ງຫີນໜັກກ້ອນໜຶ່ງ ຊົນຊາດໃດທີ່ພະຍາຍາມຍົກຫີນກ້ອນນີ້ຂຶ້ນກໍຈະໄດ້ຮັບບາດເຈັບ. ຊົນຊາດທັງໝົດຢູ່ໃນໂລກນີ້ ຈະໂຮມກຳລັງກັນໂຈມຕີນະຄອນນີ້. 4ພຣະເຈົ້າຢາເວກ່າວວ່າ ໃນເວລານັ້ນ ເຮົາຈະເຮັດໃຫ້ມ້າຂອງພວກເຂົາທຸກໂຕສະທ້ານຢ້ານກົວ ແລະທັງຈະເຮັດໃຫ້ຄົນຂີ່ມ້າທຸກຄົນເປັນບ້າ. ເຮົາຈະເຝົ້າເບິ່ງແຍງປະຊາຊົນຢູດາ ແຕ່ເຮົາຈະເຮັດໃຫ້ບັນດາມ້າເຫຼົ່າສັດຕູຂອງພວກເຂົາຕາບອດ. 5ແລ້ວຕະກຸນຕ່າງໆຂອງເຜົ່າຢູດາກໍຈະເວົ້າຕໍ່ກັນແລະກັນວ່າ ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງພວກເຂົາໃຫ້ກຳລັງແກ່ພວກເຂົາທີ່ຢູ່ໃນນະຄອນເຢຣູຊາເລັມ.’
6ໃນເວລານັ້ນ ເຮົາຈະເຮັດໃຫ້ຕະກຸນຕ່າງໆໃນເຜົ່າຢູດາ ເປັນດັ່ງກອງໄຟຢູ່ໃນປ່າແລະຢູ່ຕາມທົ່ງນາທີ່ມີເຂົ້າສຸກເຕັມຢູ່ ເພາະພວກເຂົາຈະທຳລາຍຊົນຊາດທັງໝົດທີ່ຢູ່ອ້ອມແອ້ມນັ້ນ. ສ່ວນປະຊາຊົນເຢຣູຊາເລັມນັ້ນຈະຢູ່ໃນນະຄອນຢ່າງປອດໄພ.
7ພຣະເຈົ້າຢາເວຈະໃຫ້ກອງທັບຂອງຢູດາໄຊຊະນະກ່ອນ ເພື່ອວ່າກຽດທີ່ເຊື້ອສາຍຂອງກະສັດດາວິດ ແລະປະຊາຊົນເຢຣູຊາເລັມທີ່ຈະໄດ້ຮັບນັ້ນ ຈະບໍ່ເໜືອກວ່າປະຊາຊົນສ່ວນອື່ນໆຂອງຢູດາ. 8ໃນເວລານັ້ນ ພຣະເຈົ້າຢາເວຈະປົກປ້ອງຜູ້ທີ່ຢູ່ໃນນະຄອນເຢຣູຊາເລັມ ແລະແມ່ນແຕ່ຜູ້ອ່ອນແຮງທີ່ສຸດກໍຈະເຂັ້ມແຂງຄືກະສັດດາວິດ. ເຊື້ອສາຍຂອງກະສັດດາວິດຈະນຳພາພວກເຂົາດັ່ງເທວະດາຂອງພຣະເຈົ້າຢາເວ ຄືເປັນດັ່ງພຣະເຈົ້າເອງ. 9ໃນເວລານັ້ນ ເຮົາຈະທຳລາຍທຸກຊົນຊາດທີ່ພະຍາຍາມໂຈມຕີນະຄອນເຢຣູຊາເລັມ.
10ເຮົາຈະເຮັດໃຫ້ເຊື້ອສາຍຂອງກະສັດດາວິດ ແລະຊາວເຢຣູຊາເລັມຄົນອື່ນໆ ເຕັມໄປດ້ວຍຈິດໃຈເມດຕາ ແລະຮັກການພາວັນນາອະທິຖານ. ພວກເຂົາຈະແນມເບິ່ງຜູ້ທີ່ພວກເຂົາແທງຈົນຕາຍ ແລະພວກເຂົາຈະໄວ້ທຸກໃຫ້ເພິ່ນດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍໂທນຂອງຕົນ. ພວກເຂົາຈະໄວ້ທຸກຢ່າງຂົມຂື່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍກົກຂອງຕົນ. 11ໃນເວລານັ້ນ ການໄວ້ທຸກໃນນະຄອນເຢຣູຊາເລັມຈະໜັກຫລາຍ ເທົ່າກັບການໄວ້ທຸກໃຫ້ແກ່ຮາດັດຣິມໂມນ ຢູ່ໃນທົ່ງພຽງຂອງເມກິດໂດ. 12ແຕ່ລະຄອບຄົວໃນດິນແດນນັ້ນຈະພາກັນໄວ້ທຸກໂດຍຕົນເອງຄື: ຄອບຄົວທີ່ສືບເຊື້ອສາຍມາຈາກດາວິດຕ່າງຫາກ ແລະບັນດາເມຍຂອງພວກເຂົາກໍຕ່າງຫາກ, ຄອບຄົວທີ່ສືບເຊື້ອສາຍມາຈາກນາທານຕ່າງຫາກ ແລະບັນດາເມຍຂອງພວກເຂົາກໍຕ່າງຫາກ, 13ຄອບຄົວທີ່ສືບເຊື້ອສາຍມາຈາກເລວີຕ່າງຫາກ ແລະບັນດາເມຍຂອງພວກເຂົາກໍຕ່າງຫາກ, ຄອບຄົວທີ່ສືບເຊື້ອສາຍມາຈາກຊີເມອີຕ່າງຫາກ ແລະບັນດາເມຍຂອງພວກເຂົາກໍຕ່າງຫາກ, 14ແລະບັນດາຄອບຄົວທັງໝົດທີ່ເຫຼືອຢູ່ກໍໄວ້ທຸກຕ່າງຫາກ ແລະບັນດາເມຍຂອງພວກເຂົາກໍໄວ້ທຸກຢູ່ຕ່າງຫາກ.
Currently Selected:
ເຊກາຣີຢາ 12: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.