ເຊກາຣີຢາ 11
11
ພວກຜູ້ກົດຂີ່ຈະສິ້ນອຳນາດ.
1ຈົ່ງໄຂປະຕູເມືອງຂອງເຈົ້າອອກ ເລບານອນເອີຍ
ເພື່ອວ່າໄຟຈະໄດ້ໄໝ້ບັນດາຕົ້ນແປກຂອງເຈົ້າ
2ຈົ່ງຮ້ອງໄຫ້ແລະໄວ້ທຸກເຖີດ ຕົ້ນແປກເທດເອີຍ
ເພາະຕົ້ນແປກທັງຫລາຍໄດ້ລົ້ມລົງເສຍແລ້ວ;
ຄືຕົ້ນໄມ້ຕ່າງໆທີ່ມີກຽດເຫຼົ່ານັ້ນນາ
ຕ່າງກໍຖືກທຳລາຍລົງຢ່າງໝົດສິ້ນເສຍແລ້ວ
ຈົ່ງຮ້ອງໄຫ້ໄວ້ທຸກເຖີດ ຕົ້ນໂອກແຫ່ງບາຊານເອີຍ
ເພາະປ່າທີ່ເຕັມໄປດ້ວຍໄມ້ກໍຖືກປໍ້າລົງເສຍແລ້ວ
3ບັນດານັກປົກຄອງຄວນຄາງຢ່າງທຸກລະທົມໃຈ
ເພາະກຽດສັກສີຂອງພວກເຂົາສູນສິ້ນໄປເສຍແລ້ວ
ຈົ່ງຟັງສຽງຄຳຣາມຮ້ອງຂອງຝູງສິງໜຸ່ມ
ປ່າທີ່ມັນຢູ່ຕາມແມ່ນໍ້າຈໍແດນໄດ້ຖືກທຳລາຍລົງ.
ຄົນລ້ຽງແກະສອງຄົນ
4ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າໄດ້ກ່າວຕໍ່ຂ້າພະເຈົ້າວ່າ, “ຈົ່ງເຮັດເປັນຄືຄົນລ້ຽງແກະ ຊຶ່ງຝູງແກະກຳລັງຈະຖືກນຳໄປຂ້າ. 5ບັນດາເຈົ້າຂອງໄດ້ຂ້າແກະເຫຼົ່ານັ້ນ ແລະໜີໄປໂດຍບໍ່ໄດ້ຮັບໂທດ. ພວກເຂົາຂາຍຊີ້ນ ແລະເວົ້າວ່າ, ‘ສັນລະເສີນພຣະເຈົ້າຢາເວ ພວກເຮົາຕ່າງກໍຮັ່ງມີ’ ແມ່ນແຕ່ຜູ້ລ້ຽງແກະເອງກໍຍັງບໍ່ເມດຕາສົງສານຝູງແກະນັ້ນ.”
(6ພຣະເຈົ້າຢາເວກ່າວວ່າ, “ເຮົາຈະບໍ່ເມດຕາຜູ້ໃດເລີຍໃນແຜ່ນດິນໂລກນີ້. ເຮົາເອງຈະເປັນຜູ້ມອບປະຊາຊົນທຸກຄົນ ໃຫ້ຢູ່ໃຕ້ອຳນາດຂອງຜູ້ປົກຄອງພວກເຂົາ. ນັກປົກຄອງເຫຼົ່ານີ້ຈະລ້າງຜານແຜ່ນດິນໂລກ ແລະເຮົາຈະບໍ່ຊ່ວຍຜູ້ໃດໃຫ້ພົ້ນຈາກອຳນາດຂອງພວກເຂົາເລີຍ.”)
7ຜູ້ຊື້ກັບຜູ້ຂາຍແກະເຫຼົ່ານັ້ນ ໄດ້ຈ້າງຂ້າພະເຈົ້າໃຫ້ເປັນຄົນລ້ຽງແກະ ຊຶ່ງກຳລັງຈະຖືກນຳໄປຂ້າ. ຂ້າພະເຈົ້າໄດ້ຈັບເອົາໄມ້ສອງທ່ອນ: ທ່ອນໜຶ່ງເອີ້ນວ່າ, “ພຣະຄຸນ” ແລະທ່ອນໜຶ່ງອີກເອີ້ນວ່າ, “ນໍ້າໜຶ່ງໃຈດຽວ.” ແລະຂ້າພະເຈົ້າໄດ້ເປັນຜູ້ເບິ່ງແຍງຝູງແກະ. 8ຂ້າພະເຈົ້າໝົດຄວາມອົດທົນກັບຄົນລ້ຽງແກະອື່ນສາມຄົນ ທີ່ກຽດຊັງຂ້າພະເຈົ້າ; ພຽງເດືອນດຽວເທົ່ານັ້ນ ຂ້າພະເຈົ້າກໍໄດ້ກຳຈັດພວກເຂົາທັງໝົດ. 9ແລ້ວຂ້າພະເຈົ້າກໍກ່າວຕໍ່ຝູງແກະວ່າ, “ຂ້າພະເຈົ້າຈະບໍ່ເປັນຜູ້ລ້ຽງຂອງພວກເຈົ້າອີກຕໍ່ໄປ. ພວກທີ່ຕາຍກໍໃຫ້ຕາຍໄປ. ພວກທີ່ຖືກທຳລາຍກໍໃຫ້ຖືກທຳລາຍໄປ. ພວກທີ່ຍັງເຫລືອຢູ່ກໍຈະທຳລາຍກັນເອງ.” 10ແລ້ວຂ້າພະເຈົ້າກໍຈັບເອົາໄມ້ທ່ອນໜຶ່ງທີ່ເອີ້ນວ່າ, “ພຣະຄຸນ” ນັ້ນມາຫັກຖິ້ມເພື່ອຍົກເລີກພັນທະສັນຍາທີ່ອົງພຣະຜູ້ເປັນເຈົ້າໄດ້ເຮັດໄວ້ກັບບັນດາຊົນຊາດ. 11ສະນັ້ນ ພັນທະສັນຍາຈຶ່ງໄດ້ຖືກຍົກເລີກໃນມື້ນັ້ນ. ຄົນເຫຼົ່ານັ້ນທີ່ໄດ້ຊື້ແລະຂາຍແກະ ຕ່າງກໍຈ້ອງເບິ່ງຂ້າພະເຈົ້າແລະພວກເຂົາກໍໄດ້ຮູ້ວ່າ ພຣະເຈົ້າຢາເວໄດ້ກ່າວຜ່ານທາງຖ້ອຍຄຳທີ່ຂ້າພະເຈົ້າກ່າວນັ້ນ. 12ຂ້າພະເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ຖ້າພວກທ່ານເຫັນວ່າເປັນການດີ ຈົ່ງໃຫ້ຄ່າຈ້າງແກ່ຂ້າພະເຈົ້າເຖີດ, ແຕ່ຖ້າບໍ່ເຫັນເປັນການດີກໍຊ່າງເຖາະ.” ດັ່ງນັ້ນ ພວກເຂົາຈຶ່ງເອົາເງິນສາມສິບຫລຽນໃຫ້ເປັນຄ່າຈ້າງແກ່ຂ້າພະເຈົ້າ.
13ພຣະເຈົ້າຢາເວກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງເອົາເງິນເຫຼົ່ານີ້ ໄປໄວ້ໃນຄັງຂອງພຣະວິຫານ.” ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເອົາເງິນສາມສິບຫລຽນ ຊຶ່ງພວກເຂົາຄິດວ່າເປັນຄ່າຈ້າງທີ່ງາມສຳລັບຂ້າພະເຈົ້ານັ້ນໄປໄວ້ໃນຄັງຂອງວິຫານຂອງພຣະເຈົ້າຢາເວ. 14ແລ້ວຂ້າພະເຈົ້າກໍໄດ້ຫັກໄມ້ທ່ອນທີສອງທີ່ມືຊື່ວ່າ, “ນໍ້າໜຶ່ງໃຈດຽວ” ຄວາມເປັນນໍ້າໜຶ່ງໃຈດຽວກັນຂອງຢູດາແລະຂອງອິດສະຣາເອນກໍຫັກສະບັ້ນລົງ.
15ແລ້ວພຣະເຈົ້າຢາເວກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, “ບັດນີ້ ຈົ່ງເຮັດເປັນຄືຄົນລ້ຽງແກະທີ່ບໍ່ມີຄ່າ. 16ເຮົາໄດ້ໃຫ້ຄົນລ້ຽງແກະຜູ້ໜຶ່ງເບິ່ງແຍງຝູງແກະຂອງເຮົາ ແຕ່ລາວບໍ່ໄດ້ຊ່ວຍແກະທີ່ກຳລັງຈະຈິບຫາຍໄປ; ລາວບໍ່ໄດ້ຊອກຫາໂຕທີ່ເສຍໄປ ຫລືປິ່ນປົວໂຕທີ່ຖືກບາດເຈັບ ຫລືລ້ຽງດູໂຕທີ່ລອດຊີວິດຢູ່, ແຕ່ລາວກັບກິນຊີ້ນຂອງແກະໂຕທີ່ຕຸ້ຍພີ ແລະຈີກກີບຕິນຂອງມັນອອກເສຍ. 17ເຄາະກຳເປັນຂອງຄົນລ້ຽງແກະທີ່ບໍ່ມີຄ່າເສຍແລ້ວ ລາວໄດ້ປະຖິ້ມຝູງແກະຂອງລາວ. ເສິກສົງຄາມຈະທຳລາຍອຳນາດຂອງລາວລົງ. ແຂນຂອງລາວຈະລີບເຂົ້າແລະຕາກໍ້າຂວາຂອງລາວກໍຈະບອດດ້ວຍ.”
Currently Selected:
ເຊກາຣີຢາ 11: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: