YouVersion Logo
Search Icon

ໂຣມ 4

4
ອັບຣາຮາມ​ເປັນ​ແບບຢ່າງ
1ຖ້າ​ຢ່າງ​ນັ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ ເຖິງ​ເລື່ອງ​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຕາມ​ສາຍ​ເລືອດ? 2ຖ້າ​ພຣະເຈົ້າ​ຊົງ​ໃຫ້​ເພິ່ນ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ​ຍ້ອນ​ສິ່ງ​ທີ່​ເພິ່ນ​ເຮັດ ເພິ່ນ​ກໍ​ຄົງ​ມີ​ສິ່ງ​ທີ່​ອວດອ້າງ​ໄດ້, ແຕ່​ຕໍ່ໜ້າ​ພຣະເຈົ້າ​ແລ້ວ​ອັບຣາຮາມ​ບໍ່​ສາມາດ​ອວດອ້າງ​ໄດ້. 3ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ອັບຣາຮາມ​ໄດ້​ເຊື່ອ​ພຣະເຈົ້າ
ແລະ ຍ້ອນ​ຄວາມເຊື່ອ​ນັ້ນ
ພຣະເຈົ້າ​ຈຶ່ງ​ຖື​ວ່າ
ເພິ່ນ​ເປັນ​ຄົນ​ຊອບທຳ.”
4ສ່ວນ​ຄົນ​ທີ່​ເຮັດ​ການ ກໍ​ບໍ່​ຖື​ວ່າ​ຄ່າຈ້າງ​ທີ່​ຕົນ​ໄດ້​ຮັບ​ນັ້ນ​ເປັນ​ບຳເໜັດ ແຕ່​ຖື​ວ່າ​ເປັນ​ຄ່າ​ແຮງງານ​ທີ່​ຕົນ​ໄດ້​ເຮັດ. 5ສ່ວນ​ຄົນ​ທີ່​ບໍ່ໄດ້​ອາໄສ​ການ​ປະຕິບັດ ແຕ່​ໄດ້​ໄວ້ວາງໃຈ​ໃນ​ພຣະອົງ ຜູ້​ຊົງ​ໂຜດ​ຄົນ​ບາບ​ໃຫ້​ເປັນ​ຄົນ​ຊອບທຳ ຄວາມເຊື່ອ​ຂອງ​ຄົນ​ນັ້ນ ກໍ​ຖື​ໄດ້​ວ່າ​ເປັນ​ຄົນ​ຊອບທຳ. 6ກະສັດ​ດາວິດ​ໄດ້​ເວົ້າ​ເຖິງ​ຄວາມສຸກ​ຂອງ​ຜູ້​ທີ່​ພຣະເຈົ້າ​ຮັບ​ວ່າ ເປັນ​ຄົນ​ຊອບທຳ​ໂດຍ​ບໍ່ໄດ້​ອາໄສ​ການ​ປະຕິບັດ​ວ່າ,
7 “ຜູ້​ຊຶ່ງ​ໄດ້​ຮັບ​ການອະໄພ​ແກ່​ການ​ລ່ວງ​ລະເມີດ​ຂອງຕົນ
ແລະ​ການ​ຜິດບາບ​ຂອງຕົນ​ໄດ້​ຊົງ​ໂຜດ​ປົກບັງ​ໄວ້​ແລ້ວ
ຜູ້ນັ້ນ​ແຫຼະ ກໍ​ເປັນສຸກ
8 ບຸກຄົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​
ບໍ່ໄດ້​ຊົງ​ຖື​ໂທດ ກໍ​ເປັນ​ສຸກ.”
9ຖ້າ​ເປັນ​ດັ່ງນັ້ນ, ຄວາມສຸກ​ມີ​ແກ່​ຄົນ​ທີ່​ໄດ້​ຮັບ​ພິທີຕັດ​ແຕ່​ພວກ​ດຽວ​ຫລື ຫລື​ວ່າ​ມີ​ແກ່​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ດ້ວຍ ເພາະ​ເຮົາ​ກ່າວ​ວ່າ, “ອັບຣາຮາມ​ໄດ້​ເຊື່ອ​ພຣະເຈົ້າ ແລະ​ເພາະ​ຄວາມເຊື່ອ​ນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ຖື​ວ່າ ເພິ່ນ​ເປັນ​ຄົນ​ຊອບທຳ.” 10ເລື່ອງ​ນີ້​ເກີດຂຶ້ນ​ໃນ​ເວລາ​ໃດ? ກ່ອນ​ຫລື​ຫລັງ​ທີ່​ອັບຣາຮາມ​ໄດ້​ຮັບ​ພິທີຕັດ? ເກີດຂຶ້ນ​ກ່ອນ ບໍ່ແມ່ນ​ຫລັງຈາກ​ທີ່​ເພິ່ນ​ໄດ້​ຮັບ​ພິທີຕັດ. 11ແລະ​ເພິ່ນ​ໄດ້​ຮັບ​ພິທີຕັດ​ນັ້ນ ເປັນ​ໝາຍສຳຄັນ ຄື​ເປັນ​ກາປະທັບ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດ​ດ້ວຍ​ຄວາມເຊື່ອ​ທີ່​ເພິ່ນ​ໄດ້​ມີ​ຢູ່ ເມື່ອ​ເພິ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ເທື່ອນັ້ນ ເພື່ອ​ເພິ່ນ​ຈະ​ໄດ້​ເປັນ​ບິດາ​ຂອງ​ຄົນ​ທັງປວງ​ທີ່​ເຊື່ອ ຊຶ່ງ​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເຖິງ​ແມ່ນ​ວ່າ​ຍັງ​ບໍ່ໄດ້​ຮັບ​ພິທີຕັດ​ກໍຕາມ. 12ແລະ​ເພື່ອ​ເພິ່ນ​ຈະ​ເປັນ​ບິດາ​ຂອງ​ຄົນ​ທັງປວງ​ທີ່​ຮັບ​ພິທີຕັດ ແລະ​ບໍ່​ພຽງແຕ່​ຮັບ​ພິທີຕັດ​ເທົ່ານັ້ນ ແຕ່​ມີ​ຄວາມເຊື່ອ​ຕາມ​ແບບ​ຂອງ​ອັບຣາຮາມ ບິດາ​ຂອງ​ເຮົາ​ທັງຫລາຍ ຊຶ່ງ​ເພິ່ນ​ມີ​ຄວາມເຊື່ອ​ເມື່ອ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ນັ້ນ.
ດ້ວຍ​ຄວາມເຊື່ອ​ພຣະສັນຍາ​ຈຶ່ງ​ເກີດຜົນ
13ພຣະເຈົ້າ​ໄດ້​ສັນຍາ​ກັບ​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ວ່າ ໂລກນີ້​ຈະ​ເປັນ​ຂອງ​ເພິ່ນ ພຣະເຈົ້າ​ໃຫ້​ຄຳສັນຍາ​ນີ້ ບໍ່ແມ່ນ​ຍ້ອນ​ອັບຣາຮາມ​ຖື​ຮັກສາ​ກົດບັນຍັດ ແຕ່​ຍ້ອນ​ເພິ່ນ​ໄດ້​ເຊື່ອ ແລະ​ພຣະເຈົ້າ​ຖື​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ. 14ຖ້າ​ວ່າ​ຄົນ​ທີ່​ຖື​ຕາມ​ກົດບັນຍັດ​ນັ້ນ ຈະ​ເປັນ​ເຈົ້າ​ຂອງ​ມໍຣະດົກ ແລ້ວ​ຄວາມເຊື່ອ​ກໍ​ບໍ່ມີ​ປະໂຫຍດ​ຫຍັງ​ໝົດ ແລະ​ພຣະສັນຍາ​ກໍ​ບໍ່ມີ​ຄຸນຄ່າ​ເລີຍ. 15ກົດບັນຍັດ​ເປັນ​ເຫດ​ໃຫ້​ພຣະເຈົ້າ​ໂກດຮ້າຍ, ແຕ່​ບ່ອນ​ໃດ​ທີ່​ບໍ່ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່ມີ​ການ​ລ່ວງ​ລະເມີດ​ກົດບັນຍັດ.
16ດ້ວຍເຫດນີ້​ເອງ, ການ​ທີ່​ໄດ້​ຮັບ​ມໍຣະດົກ​ນັ້ນ ຈຶ່ງ​ຂຶ້ນ​ຢູ່​ກັບ​ຄວາມເຊື່ອ ເພື່ອ​ຈະ​ໄດ້​ເປັນ​ຕາມ​ພຣະຄຸນ ເພື່ອ​ພຣະສັນຍາ​ນັ້ນ​ຈະ​ເປັນ​ທີ່​ວາງ​ໃຈ​ແກ່​ຜູ້​ສືບ​ເຊື້ອສາຍ​ຂອງ​ເພິ່ນ​ທຸກຄົນ ແລະ​ບໍ່ແມ່ນ​ຜູ້​ສືບ​ເຊື້ອສາຍ​ທີ່​ຖື​ກົດບັນຍັດ​ພວກ​ດຽວ, ແຕ່​ແກ່​ບັນດາ​ຄົນ​ທີ່​ມີ​ຄວາມເຊື່ອ​ຢ່າງ​ດຽວກັນ​ກັບ​ອັບຣາຮາມ ຜູ້​ເປັນ​ບິດາ​ຂອງ​ພວກເຮົາ​ທັງໝົດ. 17ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ” ຕັ້ງ​ໄວ້​ຈຳເພາະ​ພຣະພັກ​ພຣະເຈົ້າ​ທີ່​ເພິ່ນ​ໄດ້​ເຊື່ອ​ນັ້ນ ຄື​ພຣະເຈົ້າ​ຜູ້​ຊົງ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ມີ​ຊີວິດ​ຄືນ​ມາ ແລະ​ຊົງ​ເອີ້ນ​ສິ່ງ​ຂອງ​ທີ່​ບໍ່ມີ ໃຫ້​ເກີດ​ມີ​ຂຶ້ນ​ມາ. 18ຝ່າຍ​ອັບຣາຮາມ​ນັ້ນ ເມື່ອ​ບໍ່ມີ​ຄວາມຫວັງ​ທີ່​ໜ້າ​ໄວ້ວາງໃຈ​ແລ້ວ ກໍ​ຍັງ​ເຊື່ອ​ໄວ້ວາງໃຈ ມີ​ຄວາມຫວັງ​ວ່າ​ຈະ​ເປັນ “ບິດາ​ຂອງ​ມວນ​ປະຊາຊາດ” ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ນັ້ນ.” 19ເຖິງ​ແມ່ນ​ວ່າ ອັບຣາຮາມ​ມີ​ອາຍຸ​ສັງຂານ​ປະມານ​ຮ້ອຍ​ປີ​ແລ້ວ, ແຕ່​ຄວາມເຊື່ອ​ຂອງ​ເພິ່ນ​ບໍ່ໄດ້​ລົດນ້ອຍ​ຖອຍລົງ​ເລີຍ ເມື່ອ​ຄິດເຖິງ​ຮ່າງກາຍ​ຂອງຕົນ ທີ່​ປຽບ​ເໝືອນ​ຄື​ຕາຍ​ແລ້ວ ແລະ​ຄິດເຖິງ​ຊາຣາ​ເມຍ​ຂອງ​ເພິ່ນ​ທີ່​ເປັນ​ໝັນ. 20ເພິ່ນ​ບໍ່ໄດ້​ເສຍ​ຄວາມເຊື່ອ ແລະ​ບໍ່ໄດ້​ສົງໄສ​ໃນ​ຄຳສັນຍາ​ຂອງ​ພຣະເຈົ້າ, ແຕ່​ຄວາມເຊື່ອ​ຂອງ​ເພິ່ນ​ເຂັ້ມແຂງ​ຂຶ້ນ, ເພິ່ນ​ຈຶ່ງ​ໄດ້​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ. 21ເພິ່ນ​ເຊື່ອໝັ້ນ​ວ່າ ພຣະເຈົ້າ​ຊົງ​ຣິດອຳນາດ​ຈະ​ເຮັດ​ໃຫ້​ສຳເລັດ​ຕາມ​ພຣະສັນຍາ​ທີ່​ມີ​ໄວ້​ກັບ​ຕົນ. 22ດ້ວຍເຫດນີ້ ໂດຍ​ຄວາມເຊື່ອ​ຂອງ​ອັບຣາຮາມ ພຣະເຈົ້າ​ຈຶ່ງ “ຊົງ​ຖື​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.” 23ແຕ່​ຄຳ​ວ່າ, “ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ” ບໍ່ໄດ້​ຂຽນ​ໄວ້​ສຳລັບ​ເພິ່ນ​ຜູ້​ດຽວ. 24ຄຳ​ເຫຼົ່ານີ້​ໄດ້​ຂຽນ​ໄວ້​ສຳລັບ​ເຮົາ​ທັງຫລາຍ​ອີກ​ດ້ວຍ ຊຶ່ງ​ເປັນ​ພວກ​ທີ່​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ຄື​ພວກເຮົາ​ທີ່​ເຊື່ອ​ໃນ​ພຣະອົງ ອົງ​ທີ່​ບັນດານ​ໃຫ້​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ເປັນ​ຄືນ​ມາ​ຈາກ​ຕາຍ. 25ພຣະອົງ​ຜູ້​ຊົງ​ຖືກ​ມອບ​ໄວ້​ໃຫ້​ເຖິງ​ແກ່​ຄວາມ​ຕາຍ​ແລ້ວ ເພາະ​ບາບກຳ​ຂອງ​ພວກເຮົາ ແລະ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ເພື່ອ​ໃຫ້​ພວກເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ.

Currently Selected:

ໂຣມ 4: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy