YouVersion Logo
Search Icon

ໂຣມ 15

15
ຈົ່ງ​ໃຫ້​ເປັນ​ທີ່​ພໍໃຈ​ຂອງ​ຄົນອື່ນ ບໍ່ແມ່ນ​ຂອງ​ຕົນເອງ
1ດ້ວຍເຫດນີ້, ພວກເຮົາ​ຜູ້​ທີ່​ມີ​ຄວາມເຊື່ອ​ເຂັ້ມແຂງ​ແລ້ວ ຄວນ​ອົດທົນ​ຕໍ່​ຜູ້​ທີ່​ຍັງ​ອ່ອນ​ໃນ​ຄວາມເຊື່ອ ເພື່ອ​ແບກ​ພາລະ​ຂອງ​ພວກເຂົາ, ພວກເຮົາ​ບໍ່ຄວນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ຕົນເອງ. 2ແຕ່​ພວກເຮົາ​ທຸກຄົນ​ຄວນ​ເຮັດ​ໃຫ້​ເປັນ​ທີ່​ພໍໃຈ​ຂອງ​ບັນດາ​ພີ່ນ້ອງ ເພື່ອ​ນຳ​ປະໂຫຍດ​ມາ​ສູ່​ພວກເຂົາ ແລະ​ເພື່ອ​ເສີມສ້າງ​ພວກເຂົາ​ຂຶ້ນ​ໃນ​ຄວາມເຊື່ອ. 3ດ້ວຍວ່າ, ພຣະຄຣິດ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ພໍໃຈ​ພຣະອົງ​ເອງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຄຳ​ໝິ່ນປະໝາດ​ນິນທາ​ພຣະອົງ​ນັ້ນ ກໍໄດ້​ຕົກ​ໃສ່​ຂ້ານ້ອຍ.” 4ທຸກສິ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ກໍ​ມີ​ໄວ້​ເພື່ອ​ສັ່ງສອນ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຄວາມຫວັງ​ດ້ວຍ​ຄວາມ​ອົດທົນ ແລະ​ມີ​ຄວາມ​ຊູໃຈ ດ້ວຍ​ພຣະຄຳພີ​ທີ່​ໄດ້​ກ່າວ​ໄວ້​ນັ້ນ. 5ຂໍ​ພຣະເຈົ້າ​ແຫ່ງ​ຄວາມ​ອົດທົນ ແລະ​ຄວາມ​ຊູໃຈ​ໂຜດ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ນໍ້າໜຶ່ງ​ໃຈດຽວ​ກັນ ຕາມ​ຢ່າງ​ພຣະເຢຊູ​ຄຣິດເຈົ້າ, 6ເພື່ອ​ວ່າ​ພວກເຈົ້າ​ທຸກຄົນ​ຈະ​ພ້ອມໃຈ​ກັນ​ສັນລະເສີນ​ພຣະເຈົ້າ ແລະ​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.
ຂ່າວປະເສີດ​ໄປ​ເຖິງ​ຄົນຕ່າງຊາດ
7ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ຊຶ່ງກັນແລະກັນ​ເໝືອນ​ດັ່ງ​ທີ່​ພຣະຄຣິດ​ໄດ້​ຕ້ອນຮັບ​ພວກເຈົ້າ ເພື່ອ​ເປັນ​ການ​ຖວາຍ​ສະຫງ່າຣາສີ​ແກ່​ພຣະເຈົ້າ. 8ດ້ວຍວ່າ, ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ ພຣະຄຣິດ​ໄດ້​ເກີດ​ເປັນ​ຜູ້ຮັບໃຊ້​ຊາວ​ຢິວ ເພື່ອ​ເຮັດ​ໃຫ້​ພຣະສັນຍາ​ທີ່​ມີ​ໄວ້​ກັບ​ບັນພະບຸລຸດ​ນັ້ນ​ກາຍເປັນ​ຈິງ ເພື່ອ​ສະແດງ​ຄວາມ​ສັດຊື່​ຂອງ​ພຣະເຈົ້າ 9ແລະ​ເພື່ອ​ໃຫ້​ຄົນຕ່າງຊາດ​ໄດ້​ສັນລະເສີນ​ພຣະເຈົ້າ ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ,
“ເພາະ​ດ້ວຍເຫດນີ້ ຂ້ານ້ອຍ​
ຈຶ່ງ​ຈະ​ສັນລະເສີນ​ພຣະອົງ
ໃນ​ທ່າມກາງ​ຄົນຕ່າງຊາດ​ທັງຫລາຍ.
ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ​ຍ້ອງຍໍ​
ສັນລະເສີນ
ຖວາຍ​ແກ່​ພຣະນາມ​ຂອງ​ພຣະອົງ.”
10ແລະ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ,
“ປະຊາຊາດ​ທັງປວງ​ເອີຍ
ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ກັນ​
ກັບ​ໄພ່ພົນ​ຂອງ​ພຣະອົງ.”
11ແລະ​ຍັງ​ມີ​ຄຳ​ຂຽນ​ໄວ້​ອີກ​ວ່າ,
“ປະຊາຊາດ​ທັງປວງ​ເອີຍ
ຈົ່ງ​ຍ້ອງຍໍ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ
ຄົນ​ທຸກ​ຊາດ​ທຸກ​ພາສາ​ເອີຍ
ຈົ່ງ​ເຂົ້າ​ມາ ແລະ​ນະມັດສະການ​ພຣະອົງ​ເທີ້ນ.”
12ແລະ​ເອຊາຢາ​ກໍ​ກ່າວ​ອີກ​ວ່າ,
“ຈະ​ມີ​ໜໍ່ແນວ​ອອກ​ມາ​ຈາກ​ເຢຊີ
ຄື​ຜູ້​ຈະ​ຊົງ​ບັງເກີດ​ມາ
ຄຸ້ມຄອງ​ປະຊາຊາດ​ທັງຫລາຍ
ປະຊາຊາດ​ທັງຫລາຍ​
ຈະ​ໄວ້ວາງໃຈ​ໃນ​ພຣະອົງ.”
13ຂໍ​ພຣະເຈົ້າ​ແຫ່ງ​ຄວາມຫວັງ ໂຜດ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ສັນຕິສຸກ​ທຸກປະການ ໂດຍ​ທາງ​ຄວາມ​ເຊື່ອວາງໃຈ​ໃນ​ພຣະອົງ ເພື່ອ​ວ່າ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.
ເຫດຜົນ​ທີ່​ໂປໂລ​ກ້າ​ຂຽນ​ຈົດໝາຍ
14ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ເອງ​ແນ່ໃຈ​ວ່າ, ພວກເຈົ້າ​ເຕັມ​ບໍຣິບູນ​ໄປ​ດ້ວຍ​ຄຸນງາມ​ຄວາມດີ ແລະ​ມີ​ຄວາມຮູ້​ທຸກຢ່າງ ແລະ​ທັງ​ສາມາດ​ຈະ​ເຕືອນ​ສະຕິ​ຊຶ່ງກັນແລະກັນ​ໄດ້. 15ແຕ່​ການ​ທີ່​ເຮົາ​ກ້າ​ຂຽນ​ຈົດໝາຍ​ມາ​ຫາ​ພວກເຈົ້າ​ນີ້ ກໍ​ເພື່ອ​ຢາກ​ເຕືອນ​ຄວາມ​ຈື່ຈຳ​ຂອງ​ພວກເຈົ້າ ດ້ວຍ​ເຫດ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ເຮົາ 16ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ. 17ເຫດສະນັ້ນ ໃນ​ພຣະເຢຊູ​ຄຣິດເຈົ້າ ເຮົາ​ຈຶ່ງ​ອວດອ້າງ​ໄດ້ ເຖິງ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ການ​ຮັບໃຊ້​ພຣະເຈົ້າ. 18ດ້ວຍວ່າ, ເຮົາ​ບໍ່​ອາດ​ຈະ​ອ້າງ​ສິ່ງໃດ ນອກຈາກ​ສິ່ງ​ຊຶ່ງ​ພຣະຄຣິດ​ໄດ້​ຊົງ​ກະທຳ ໂດຍ​ຊົງ​ໃຊ້​ເຮົາ​ທາງ​ຄຳສອນ ແລະ​ກິດຈະການ​ເພື່ອ​ຈະ​ໃຫ້​ຄົນຕ່າງຊາດ​ເຊື່ອຟັງ 19ຄື​ດ້ວຍ​ຣິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ແລະ​ຣິດເດດອຳນາດ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ ຈົນ​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ​ຢ່າງ​ຄົບຖ້ວນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ ອ້ອມ​ໄປ​ຮອດ​ແຂວງ​ອີລີຣິກົນ. 20ເຮົາ​ຕັ້ງ​ເປົ້າໝາຍ​ໄວ້​ວ່າ ເຮົາ​ຈະ​ປະກາດ​ຂ່າວປະເສີດ​ນີ້​ເລື້ອຍ​ໄປ ໃນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ເຄີຍ​ອອກ​ນາມຊື່​ຂອງ​ພຣະຄຣິດ ເພື່ອ​ວ່າ​ເຮົາ​ຈະ​ບໍ່ໄດ້​ກໍ່​ຂຶ້ນ​ເທິງ​ຮາກຖານ​ທີ່​ຄົນອື່ນ​ວາງ​ໄວ້​ກ່ອນ​ແລ້ວ. 21ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ,
“ຄົນ​ທີ່​ບໍ່ເຄີຍ​ໄດ້​ຮັບ​ຄຳ​ບອກ​ກ່າວ​ເຖິງ​ເລື່ອງ​ຂອງ​ພຣະອົງ ກໍ​ຈະ​ໄດ້​ເຫັນ
ແລະ​ຄົນ​ທີ່​ບໍ່ເຄີຍ​ໄດ້ຍິນ​ນັ້ນ​
ກໍ​ຈະ​ໄດ້​ເຂົ້າໃຈ.”
ໂປໂລ​ຕັ້ງໃຈ​ຈະ​ໄປ​ຢ້ຽມຢາມ​ນະຄອນ​ໂຣມ
22ນີ້​ແມ່ນ​ເຫດ​ທີ່​ໄດ້​ຂັດຂວາງ​ເຮົາ​ຕັ້ງ​ຫລາຍ​ເທື່ອ ເພື່ອ​ບໍ່​ໃຫ້​ເຮົາ​ມາ​ຫາ​ພວກເຈົ້າ. 23ແຕ່​ດຽວ​ນີ້​ເຮົາ​ໄດ້​ສຳເລັດ​ພາລະກິດ​ຂອງເຮົາ​ໃນ​ເຂດ​ເຫຼົ່ານີ້​ແລ້ວ ແລະ​ເຮົາ​ປາຖະໜາ​ຫລາຍ​ປີ​ແລ້ວ ທີ່​ຈະ​ມາ​ຫາ​ພວກເຈົ້າ, 24ເຮົາ​ຈຶ່ງ​ຫວັງ​ທີ່​ຈະ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ ໃນ​ຂະນະທີ່​ເຮົາ​ເດີນທາງ​ໄປ​ປະເທດ​ສະເປນ​ນັ້ນ ຫລັງຈາກ​ຢູ່​ຢ້ຽມຢາມ​ຖາມ​ຂ່າວ​ພວກເຈົ້າ​ຢ່າງ​ສົດຊື່ນ​ເບີກບານ​ໃຈ​ຊົ່ວຄາວ​ແລ້ວ ຢາກ​ໃຫ້​ພວກເຈົ້າ​ຊ່ວຍ​ສົ່ງ​ເຮົາ​ໃນ​ການ​ເດີນທາງ​ຕໍ່ໄປ. 25ແຕ່​ໃນ​ຂະນະ​ນີ້ ເຮົາ​ກຳລັງ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຊ່ວຍ​ສົງເຄາະ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ. 26ດ້ວຍວ່າ, ພວກ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ນັ້ນ ໄດ້​ຕັ້ງໃຈ​ຖວາຍ​ຊັບ ຈັດ​ຝາກ​ໄປ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ ທີ່​ທຸກຍາກ​ໃນ​ນະຄອນ​ເຢຣູຊາເລັມ. 27ພວກ​ສິດ​ເຫຼົ່ານັ້ນ ກໍ​ພໍໃຈ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ​ທີ່​ຈິງ​ພວກເຂົາ​ກໍ​ເປັນ​ໜີ້​ພວກ​ໄພ່ພົນ​ເຫຼົ່ານັ້ນ​ດ້ວຍ ເພາະວ່າ​ຖ້າ​ພວກເຂົາ​ໄດ້​ຮັບ​ຄົນຕ່າງຊາດ​ເຂົ້າ​ສ່ວນ​ໃນ​ການ​ຝ່າຍ​ວິນຍານຈິດ ກໍ​ເປັນ​ການ​ສົມຄວນ​ທີ່​ພວກ​ຕ່າງຊາດ​ນັ້ນ ຈະ​ໄດ້​ຊ່ວຍ​ອຸປະຖຳ​ສິດ​ເຫຼົ່ານັ້ນ ດ້ວຍ​ສິ່ງ​ຂອງ​ຝ່າຍ​ເນື້ອກາຍ. 28ດັ່ງນັ້ນ ເມື່ອ​ເຮົາ​ສຳເລັດ​ການ​ມອບ​ຜົນທານ​ນີ້​ໃຫ້​ແກ່​ພວກເຂົາ​ແລ້ວ ເຮົາ​ກໍ​ຈະ​ໄປ​ປະເທດ​ສະເປນ ໂດຍ​ຜ່ານ​ເຂດ​ທີ່​ພວກເຈົ້າ​ຢູ່​ນັ້ນ. 29ເຮົາ​ຮູ້​ແນ່​ວ່າ ເມື່ອ​ເຮົາ​ມາ​ຫາ​ພວກເຈົ້າ​ນັ້ນ ເຮົາ​ຈະ​ມາ​ພ້ອມ​ດ້ວຍ​ພຣະພອນ​ອັນ​ບໍຣິບູນ​ຂອງ​ພຣະຄຣິດ.
30ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ໂດຍ​ເຫັນ​ແກ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ໂດຍ​ເຫັນ​ແກ່​ຄວາມຮັກ ຊຶ່ງ​ພຣະວິນຍານ​ປະທານ​ໃຫ້ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຮ່ວມ​ກັບ​ເຮົາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ຮ້ອນຮົນ​ເພື່ອ​ເຮົາ​ດ້ວຍ. 31ຈົ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ເຮົາ​ພົ້ນ​ຈາກ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ແຂວງ​ຢູດາຍ ແລະ​ເພື່ອ​ການ​ບົວລະບັດ​ຮັບໃຊ້​ຂອງເຮົາ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ເປັນ​ທີ່​ພໍໃຈ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ທີ່ນັ້ນ. 32ເພື່ອ​ເຮົາ​ຈະ​ໄດ້​ມາ​ຫາ​ພວກເຈົ້າ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມລົ້ນ ແລະ​ດ້ວຍ​ຄວາມ​ສົດຊື່ນ​ເບີກບານ​ໃຈ ເມື່ອ​ໄດ້​ພົບ​ພວກເຈົ້າ. 33ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ ອາແມນ.

Currently Selected:

ໂຣມ 15: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in