ໂຣມ 1:26-28
ໂຣມ 1:26-28 ພຄພ
ເພາະດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ປ່ອຍພວກເຂົາໃຫ້ຢູ່ໃຕ້ກິເລດຕັນຫາຢ່າງໜ້າອັບອາຍ ແມ່ຍິງປ່ຽນຄວາມສຳພັນທາງເພດຕາມທຳມະຊາດ ໃຫ້ຜິດທຳມະຊາດໄປ. ແລະໃນທຳນອງດຽວກັນ ພວກຜູ້ຊາຍກໍເລີກຄວາມສຳພັນທາງເພດຕາມທຳມະຊາດກັບແມ່ຍິງ ແລະເຕັມດ້ວຍໄຟແຫ່ງກິເລດຕັນຫາຕໍ່ກັນແລະກັນ ພວກຜູ້ຊາຍເຮັດສິ່ງໜ້າອັບອາຍຕໍ່ກັນແລະກັນ ສິ່ງທີ່ຕາມມາ ຄືພວກເຂົາໄດ້ຮັບຜົນກຳຊົ່ວ ສົມກັບການກະທຳຂອງຕົນ. ຍ້ອນຄົນເຫຼົ່ານີ້ບໍ່ຮັບຮູ້ພຣະເຈົ້າ ພຣະອົງຈຶ່ງປ່ອຍໃຫ້ພວກເຂົາຈົມຢູ່ໃນຄວາມຄິດຊົ່ວ ເພື່ອພວກເຂົາຈະເຮັດໃນສິ່ງທີ່ບໍ່ສົມຄວນເຮັດ.