YouVersion Logo
Search Icon

ພຣະນິມິດ 5

5
ໜັງສື​ມ້ວນ ແລະ ພຣະ​ເມສານ້ອຍ
1ໃນ​ມື​ຂວາ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ໜັງສື​ມ້ວນ​ອັນ​ໜຶ່ງ ທີ່​ມີ​ຄຳ​ຂຽນ​ໄວ້​ທັງ​ຂ້າງໃນ​ແລະ​ຂ້າງນອກ ທີ່​ມີ​ຕາປະທັບ​ໄວ້​ເຈັດ​ດວງ. 2ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຜູ້ໃດ​ໜໍ ເປັນ​ຜູ້​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ?” 3ແຕ່​ບໍ່ມີ​ຜູ້ໃດ​ໃນ​ສະຫວັນ ຫລື​ແຜ່ນດິນ​ໂລກ ຫລື​ໃຕ້​ພື້ນ​ໂລກ ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ແລະ​ເບິ່ງ​ໄດ້. 4ຂ້າພະເຈົ້າ​ໄດ້​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເພາະ​ບໍ່ມີ​ຜູ້ໃດ​ສົມຄວນ​ຈະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ເບິ່ງ​ໄດ້. 5ແລ້ວ​ມີ​ທ່ານ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ​ນັ້ນ ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ ເບິ່ງແມ! ສິງ​ຈາກ​ເຜົ່າ​ຢູດາ ໜໍ່ແໜງ​ແຫ່ງ​ເຊື້ອສາຍ​ຂອງ​ດາວິດ ເປັນ​ຜູ້​ມີ​ໄຊຊະນະ​ແລ້ວ ຈຶ່ງ​ສາມາດ​ແກະ​ຕາປະທັບ​ທັງ​ເຈັດ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ໄດ້.”
6ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ເມສານ້ອຍ ຢືນ​ຢູ່​ທ່າມກາງ​ບັນລັງ​ອ້ອມຮອບ​ດ້ວຍ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ຕົນ​ແລະ​ພວກ​ອາວຸໂສ. ພຣະ​ເມສານ້ອຍ​ນີ້​ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ. ພຣະ​ເມສານ້ອຍ​ນັ້ນ ມີ​ເຂົາ​ເຈັດ​ອັນ ມີ​ຕາ​ເຈັດ​ໜ່ວຍ ຊຶ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ທີ່​ຊົງ​ໃຊ້​ໃຫ້​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ. 7ແລະ​ພຣະ​ເມສານ້ອຍ​ໄດ້​ຮັບ​ເອົາ​ໜັງສື​ມ້ວນ​ນັ້ນ​ຈາກ​ມື​ຂວາ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ເທິງ​ບັນລັງ​ນັ້ນ. 8ເມື່ອ​ຮັບ​ເອົາ​ໜັງສື​ມ້ວນ​ນັ້ນ​ແລ້ວ ສິ່ງທີ່ມີ​ຊີວິດ​ທັງ​ສີ່​ພ້ອມ​ກັບ​ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ກົ້ມ​ຂາບລົງ​ແທບ​ຕີນ​ພຣະ​ເມສານ້ອຍ​ນັ້ນ ແຕ່ລະຄົນ​ຖື​ພິນ​ແລະ​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ ຊຶ່ງ​ເປັນ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ. 9ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ,
“ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ
ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ
ແລະ ແກະ​ຕາປະທັບ
ມາຍ​ໜັງສື​ມ້ວນ​ນັ້ນ
ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ
ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ
ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ,
ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.
10ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ
ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ
ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ​ພວກເຮົາ
ແລະ​ພວກເຂົາ​ເຫຼົ່ານັ້ນ ຈະ​ໄດ້​ປົກຄອງ​ເທິງ​ແຜ່ນດິນ​ໂລກ.”
11ອີກເທື່ອໜຶ່ງ ຂ້າພະເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ​ໄດ້ຍິນ​ສຽງ​ຂອງ​ຝູງ​ເທວະດາ​ເປັນ​ຈຳນວນ​ຫລວງຫລາຍ​ນັບ​ເປັນ​ໂກດໆ ແສນໆ ຊຶ່ງ​ຢືນ​ອ້ອມ​ພຣະຣາຊບັນລັງ​ອ້ອມ​ສິ່ງທີ່ມີ​ຊີວິດ​ທັງ​ສີ່ ແລະ​ອ້ອມ​ພວກ​ຜູ້​ອາວຸໂສ​ນັ້ນ 12ແລະ​ຮ້ອງ​ສຽງດັງ​ວ່າ,
“ພຣະ​ເມສານ້ອຍ​ທີ່​ຖືກ​ຂ້າ​ແລ້ວ​ນັ້ນ
ເປັນ​ຜູ້​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຣິດອຳນາດ,
ຊັບສົມບັດ, ສະຕິປັນຍາ, ພະລັງ​ອຳນາດ,
ກຽດຕິຍົດ, ສະຫງ່າຣາສີ
ແລະ ຄຳ​ສັນລະເສີນ.”
13ແລະ​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ສິ່ງທີ່ມີ​ຊີວິດ​ທັງໝົດ​ທັງ​ໃນ​ສະຫວັນ, ເທິງ​ແຜ່ນດິນ​ໂລກ, ໃຕ້​ແຜ່ນດິນ​ໂລກ ແລະ​ໃນ​ມະຫາສະໝຸດ ຄື​ສິ່ງ​ທັງປວງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ​ຮ້ອງ​ວ່າ,
“ຂໍ​ໃຫ້​ຄຳ​ສັນລະເສີນ ກຽດຕິຍົດ
ສະຫງ່າຣາສີ ແລະ​ຣິດທານຸພາບ
ຈົ່ງ​ມີ​ແດ່​ພຣະອົງ ຜູ້​ຊົງ​ປະທັບ
ເທິງ​ພຣະຣາຊບັນລັງ
ແລະ​ແດ່​ພຣະ​ເມສານ້ອຍ
ຕະຫລອດ​ຊົ່ວ​ນິຣັນດອນ.”
14ແລະ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ກໍ​ຮ້ອງ​ວ່າ, “ອາແມນ” ແລະ​ພວກ​ຜູ້​ອາວຸໂສ​ເຫຼົ່ານັ້ນ ກໍ​ພາກັນ​ຂາບລົງ​ນະມັດສະການ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in