ເພງ^ສັນລະເສີນ 86
86
ຄຳພາວັນນາອະທິຖານຂໍຄວາມຊ່ວຍເຫຼືອ
1ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຟັງແລະຕອບຂ້ານ້ອຍດ້ວຍ
ເພາະຂາດທີ່ເພິ່ງແລະອິດອ່ອນກຳລັງ.
2ເພາະຂ້ານ້ອຍສັດຊື່ຕໍ່ພຣະອົງ
ຂໍຊົງໂຜດໃຫ້ຂ້ານ້ອຍພົ້ນຈາກຄວາມຕາຍແດ່ທ້ອນ
ຂໍຊົງໂຜດຊ່ວຍຜູ້ຮັບໃຊ້ຢ່າງຂ້ານ້ອຍໃຫ້ພົ້ນໄພ
ຄືຜູ້ທີ່ໄວ້ວາງໃຈໃນພຣະອົງນັ້ນ. ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ.
3ຂ້າແດ່ອົງພຣະຜູ້ເປັນເຈົ້າ ໂຜດເມດຕາແດ່
ຂ້ານ້ອຍພາວັນນາອະທິຖານຫາພຣະອົງຕະຫລອດວັນ.
4ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຊົງໂຜດໃຫ້ຜູ້ຮັບໃຊ້ໄດ້ຊົມຊື່ນຍິນດີ
ເພາະຈິດໃຈຂອງຂ້ານ້ອຍຈົດຈໍ່ໃນພຣະອົງ.
5ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງດີຕໍ່ພວກຂ້ານ້ອຍແທ້ໆ
ທັງຍົກໂທດໃຫ້ອະໄພແກ່ຂ້ານ້ອຍດ້ວຍ.
ຊົງເຕັມໄປດ້ວຍຄວາມຮັກອັນໝັ້ນຄົງ
ຕໍ່ທຸກຄົນທີ່ພາວັນນາອະທິຖານຫາພຣະອົງນັ້ນ.
6ຂ້າແດ່ພຣະເຈົ້າຢາເວ
ຂໍຊົງໂຜດຟັງຄຳພາວັນນາອະທິຖານແດ່
ຂໍຊົງໂຜດຟັງຂ້ານ້ອຍຮ້ອງຂໍໃຫ້ຊ່ວຍຊູແດ່ທ້ອນ.
7ເມື່ອຂ້ານ້ອຍເດືອດຮ້ອນກໍຮ້ອງຫາພຣະອົງ
ເພາະພຣະອົງຕອບຕາມຄຳພາວັນນາອະທິຖານໄດ້.
8ຂ້າແດ່ອົງພຣະຜູ້ເປັນເຈົ້າ ບໍ່ມີພະໃດທີ່ເປັນດັ່ງພຣະອົງ
ບໍ່ມີຜູ້ໃດເຮັດໃນສິ່ງທີ່ພຣະອົງເຮັດນັ້ນໄດ້.
9ຂ້າແດ່ອົງພຣະຜູ້ເປັນເຈົ້າ ທຸກຊົນຊາດທີ່ພຣະອົງໄດ້ສ້າງຈະກົ້ມຂາບພຣະອົງ
ພວກເຂົາຈະຮ້ອງເພງຍ້ອງຍໍສັນລະເສີນ
ຖວາຍສະຫງ່າຣາສີແດ່ພຣະນາມຂອງພຣະອົງ.
10ພຣະອົງຊົງຣິດອຳນາດແລະເຮັດສິ່ງອັດສະຈັນ
ພຣະອົງເທົ່ານັ້ນທີ່ເປັນພຣະເຈົ້າ.
11ຂ້າແດ່ພຣະເຈົ້າຢາເວ
ຂໍຊົງໂຜດສັ່ງສອນສິ່ງທີ່ຢາກໃຫ້ຂ້ານ້ອຍເຮັດ
ແລະຂ້ານ້ອຍຈະເຊື່ອຟັງດ້ວຍຈິງໃຈ
ຂໍຊົງໂຜດບອກສອນຂ້ານ້ອຍໃຫ້ຮູ້ຮັບໃຊ້ພຣະອົງແດ່
ແລະຂ້ານ້ອຍກໍຈະໄດ້ຮັບໃຊ້ຢ່າງສຸດໃຈ.
12ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງຂ້ານ້ອຍເອີຍ
ຂ້ານ້ອຍຈະສັນລະເສີນພຣະອົງດ້ວຍສຸດໃຈ
ຂ້ານ້ອຍຈະປະກາດຄວາມຍິ່ງໃຫຍ່ຂອງພຣະອົງ
ຕະຫລອດໄປເປັນນິດ.
13ຄວາມຮັກອັນໝັ້ນຄົງຂອງພຣະອົງກໍຍິ່ງໃຫຍ່ສຳລັບຂ້ານ້ອຍ
ພຣະອົງຊ່ວຍກູ້ຂ້ານ້ອຍໃຫ້ຫວິດຈາກຂຸມຝັງສົບແລ້ວ.
14ຂ້າແດ່ພຣະເຈົ້າ ຄົນຈອງຫອງກຳລັງເຂົ້າມາຕໍ່ສູ້ຂ້ານ້ອຍ
ຂ້ານ້ອຍມີເລື່ອງກັບໝູ່ຄົນທີ່ໂຫດຮ້າຍ
ຄືຜູ້ທີ່ປອງທຳຮ້າຍເພື່ອຈະສັງຫານຂ້ານ້ອຍເສຍ
ເປັນຜູ້ທີ່ບໍ່ເອົາໃຈໃສ່ຕໍ່ພຣະອົງເລີຍ.
15ຂ້າແດ່ອົງພຣະຜູ້ເປັນເຈົ້າ ແຕ່ພຣະອົງເປັນພຣະເຈົ້າຊົງພຣະເມດຕາ ແລະຊົງພຣະຄຸນ
ບໍ່ຮ້າຍງ່າຍ ແລະມີຄວາມຮັກອັນໝັ້ນຄົງ ແລະສັດຊື່ຢູ່ສະເໝີ.
16ຂໍຊົງໂຜດຫັນມາຫາຂ້ານ້ອຍແລະໂຜດພຣະຄຸນໃຫ້ຂ້ານ້ອຍແດ່
ຂໍຊົງໂຜດຊູກຳລັງຂຶ້ນໃຫ້ພົ້ນຈາກໂພຍໄພແດ່ທ້ອນ
ເພາະວ່າຂ້ານ້ອຍນີ້ກໍໄດ້ຮັບໃຊ້ພຣະອົງ
ເໝືອນດັ່ງທີ່ແມ່ຂອງຂ້ານ້ອຍເຄີຍໄດ້ປະຕິບັດມານັ້ນ.
17ຂໍຊົງໂຜດໃຫ້ໝາຍສຳຄັນແກ່ຂ້ານ້ອຍໄດ້ເຫັນພຣະຄຸນຄວາມດີຂອງພຣະອົງແດ່
ເພື່ອພວກທີ່ກຽດຊັງຂ້ານ້ອຍຈະໄດ້ອັບອາຍຂາຍໜ້າ
ເມື່ອພວກເຂົາເຫັນວ່າພຣະເຈົ້າຢາເວໄດ້ຊົງໃຫ້ຄວາມເລົ້າໂລມໃຈແກ່ຂ້ານ້ອຍ
ແລະໃຫ້ຄວາມຊ່ວຍເຫຼືອແກ່ຂ້ານ້ອຍ.
Currently Selected:
ເພງ^ສັນລະເສີນ 86: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.