ເພງ^ສັນລະເສີນ 135
135
ອົງພຣະຜູ້ເປັນເຈົ້າຍິ່ງໃຫຍ່
1ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ
ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະເຈົ້າຢາເວເຖີດ
ພວກເຈົ້າຜູ້ຮັບໃຊ້ຂອງພຣະເຈົ້າຢາເວເອີຍ
ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະອົງ.
2ພວກເຈົ້າຜູ້ທີ່ຢືນຢູ່ໃນວິຫານຂອງພຣະເຈົ້າຢາເວ
ຄືຢູ່ໃນເດີ່ນວິຫານພຣະເຈົ້າຂອງພວກເຮົາ.
3ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ເພາະພຣະເຈົ້າຢາເວຊົງເມດຕາ
ຈົ່ງຮ້ອງເພງຍ້ອງຍໍສັນລະເສີນພຣະນາມຂອງພຣະອົງເພາະຊົງເມດຕາ.
4ພຣະເຈົ້າຢາເວໄດ້ເລືອກຢາໂຄບໃຫ້ເປັນຄົນຂອງພຣະອົງເອງ
ຊາວອິດສະຣາເອນໃຫ້ເປັນກຳມະສິດຂອງພຣະອົງ.
5ຂ້ານ້ອຍຮູ້ວ່າພຣະເຈົ້າຢາເວຂອງພວກເຮົາຍິ່ງໃຫຍ່ຫລາຍ
ອົງພຣະຜູ້ເປັນເຈົ້າຂອງພວກເຮົາເປັນອົງຍິ່ງໃຫຍ່ເໜືອກວ່າບັນດາພະອື່ນໃດທັງສິ້ນ.
6ພຣະເຈົ້າຢາເວກະທຳທຸກສິ່ງຕາມພຣະປະສົງ
ໃນສະຫວັນ ແລະທີ່ແຜ່ນດິນໂລກ
ທັງໃນທ້ອງທະເລເລິກ
ແລະທ່າມກາງມະຫາສະໝຸດອັນກວ້າງໃຫຍ່ຄືກັນ.
7ພຣະອົງນຳເອົາເມກໝອກອັນມືດຄື້ມມາ
ຈາກຂອບຟ້າສົ້ນສຸດແຫ່ງແຜ່ນດິນໂລກ
ເຮັດໃຫ້ຟ້າແມບເຫລື້ອມໃນທ່າມກາງພະຍຸຝົນ
ແລະປ່ອຍໃຫ້ລົມພັດມາຈາກບ່ອນຢູ່ຂອງມັນນັ້ນ.
8ພຣະອົງໄດ້ຂ້າລູກຫົວປີທັງຫລາຍໃນປະເທດເອຢິບ
ບໍ່ວ່າຂອງຄົນແລະຂອງສັດກໍເຊັ່ນດຽວກັນ.
9ໃນທີ່ນັ້ນພຣະອົງໄດ້ສຳແດງການປະຕິຫານແລະການອັດສະຈັນ
ເພື່ອລົງໂທດກະສັດຟາໂຣ ແລະຂ້າຣາຊການຂອງເພິ່ນ.
10ພຣະອົງໄດ້ທຳລາຍຫລາຍຊົນຊາດໃຫ້ແຕກກະຈັດກະຈາຍ
ແລະໄດ້ຂ້າບັນດາກະສັດຜູ້ທີ່ມີອຳນາດ
11ຄືເຈົ້າສີໂຫນຜູ້ເປັນກະສັດຂອງຊາວອາໂມ
ເຈົ້າໂອກກະສັດແຫ່ງບາຊານ ແລະກະສັດທຸກຄົນໃນການາອານດ້ວຍ.
12ພຣະອົງໄດ້ໃຫ້ປະຊາຊົນຂອງພຣະອົງຢຶດດິນແດນຂອງພວກເຂົາ
ໃຫ້ຊາວອິດສະຣາເອນໄດ້ຮັບກຳມະສິດເໜືອດິນແດນນັ້ນ.
13ຂ້າແດ່ພຣະເຈົ້າຢາເວ
ຊື່ສຽງຂອງພຣະອົງຈະເປັນທີ່ຈົດຈຳຕະຫລອດໄປ
ຂ້າແດ່ພຣະເຈົ້າຢາເວ
ທຸກຊົ່ວເຊັ່ນຄົນຈະລະນຶກຄິດເຖິງພຣະອົງຕະຫລອດໄປ.
14ພຣະເຈົ້າຢາເວຈະປ້ອງກັນປະຊາຊົນຂອງພຣະອົງ
ຈະເມດຕາສົງສານພວກຜູ້ຮັບໃຊ້ຂອງພຣະອົງ.
15ພະຂອງບັນດາຊົນຊາດເຮັດດ້ວຍເງິນດ້ວຍຄຳ
ຖືກສ້າງຂຶ້ນມາໂດຍມືມະນຸດ.
16ພະເຫຼົ່ານັ້ນມີປາກ ແຕ່ພັດເວົ້າຈາບໍ່ເປັນ,
ພະເຫຼົ່ານັ້ນມີຕາ ແຕ່ພັດເຫັນຮຸ່ງບໍ່ໄດ້.
17ພະເຫຼົ່ານັ້ນມີຫູ ແຕ່ພັດຟັງບໍ່ໄດ້ຍິນຫຍັງ
ພະເຫຼົ່ານັ້ນຫາຍໃຈເຂົ້າອອກບໍ່ໄດ້.
18ຂໍໃຫ້ທຸກຄົນທີ່ສ້າງແລະໄວ້ວາງໃຈໃນມັນ
ຈົ່ງກາຍເປັນດັ່ງ ຮູບປັ້ນທີ່ພວກເຂົາໄດ້ສ້າງນັ້ນ.
19ຊາວອິດສະຣາເອນເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ
ປະໂຣຫິດຂອງພຣະເຈົ້າເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເທີ້ນ.
20ຊາວເລວີເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ
ເຈົ້າຜູ້ທີ່ຢຳເກງພຣະເຈົ້າຢາເວ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເທີ້ນ.
21ທີ່ເທິງພູເຂົາຊີໂອນ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ
ໃນນະຄອນເຢຣູຊາເລັມບ່ອນທີ່ພຣະອົງປະທັບຢູ່ນັ້ນ.
ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ.
Currently Selected:
ເພງ^ສັນລະເສີນ 135: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.