ເພງ^ສັນລະເສີນ 115
115
ພຣະເຈົ້າທ່ຽງແທ້ແຕ່ອົງດຽວ
1ຂ້າແດ່ພຣະເຈົ້າຢາເວ
ຂໍກຽດສັກສີຈົ່ງເປັນຂອງພຣະອົງພຽງແຕ່ເທົ່ານັ້ນ
ບໍ່ເປັນຂອງພວກຂ້ານ້ອຍເລີຍ
ກໍເພາະຄວາມຮັກອັນໝັ້ນຄົງ ແລະຄວາມສັດຈິງຂອງພຣະອົງ.
2ເປັນຫຍັງບັນດາຊົນຊາດຈຶ່ງຖາມວ່າ,
“ພຣະເຈົ້າຂອງພວກເຈົ້າຢູ່ໃສ?”
3ພຣະເຈົ້າຂອງພວກຂ້ານ້ອຍຢູ່ເທິງຟ້າສະຫວັນ
ພຣະອົງປາຖະໜາສິ່ງໃດກໍກະທຳສິ່ງນັ້ນ.
4ພະຂອງພວກເຂົານັ້ນເຮັດດ້ວຍເງິນ ດ້ວຍຄຳ
ຖືກສ້າງຂຶ້ນມາດ້ວຍມືຂອງມະນຸດ.
5ພະເຫຼົ່ານີ້ມີປາກ ແຕ່ພັດເວົ້າຈາບໍ່ເປັນ,
ພະເຫຼົ່ານີ້ມີຕາ ແຕ່ເບິ່ງບໍ່ເຫັນ.
6ພະເຫຼົ່ານີ້ມີຫູ ແຕ່ບໍ່ໄດ້ຍິນ,
ພະເຫຼົ່ານີ້ມີດັງ ແຕ່ດົມກິ່ນບໍ່ໄດ້.
7ພະເຫຼົ່ານີ້ມີມື ແຕ່ຈັບບາຍບໍ່ເປັນ,
ພະເຫຼົ່ານີ້ມີຕີນ ແຕ່ຍ່າງໄປມາບໍ່ໄດ້,
ພະເຫຼົ່ານີ້ເຮັດໃຫ້ມີສຽງອອກຈາກລຳຄໍບໍ່ໄດ້.
8ຂໍໃຫ້ທຸກຄົນທີ່ສ້າງພວກພະແລະໄວ້ໃຈໃນມັນ
ຈົ່ງກາຍເປັນ ດັ່ງຮູບປັ້ນເຫຼົ່ານັ້ນເຖີດ.
9ຊາວອິດສະຣາເອນເອີຍ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ
ພຣະອົງໃຫ້ຄວາມຊ່ວຍເຫລືອແລະຄຸ້ມຄອງໄດ້.
10ບັນດາປະໂຣຫິດເອີຍ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ
ພຣະອົງໃຫ້ຄວາມຊ່ວຍເຫລືອແລະຄຸ້ມຄອງໄດ້.
11ທຸກຄົນທີ່ຢຳເກງພຣະເຈົ້າຢາເວ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວເຖີດ
ພຣະອົງໃຫ້ຄວາມຊ່ວຍເຫລືອ ແລະເປັນໂລ້ກຳບັງ.
12ພຣະເຈົ້າຢາເວລະນຶກເຖິງພວກເຮົາ ແລະຈະອວຍພອນພວກເຮົາ
ພຣະອົງຈະອວຍພອນພວກອິດສະຣາເອນ ແລະປະໂຣຫິດທຸກຄົນດ້ວຍ.
13ພຣະອົງຈະອວຍພອນທຸກຄົນທີ່ຢຳເກງພຣະເຈົ້າຢາເວ
ທັງຜູ້ໃຫຍ່ແລະຜູ້ນ້ອຍ.
14ຂໍພຣະເຈົ້າຢາເວໂຜດໃຫ້ພວກເຈົ້າມີລູກຫລານຫລາຍ
ທັງພວກເຈົ້າ ແລະເຊື້ອສາຍຂອງພວກເຈົ້າດ້ວຍ.
15ຂໍໃຫ້ພວກເຈົ້າໄດ້ຮັບພອນຈາກພຣະເຈົ້າຢາເວ
ຄືຜູ້ສ້າງສະຫວັນ ແລະແຜ່ນດິນໂລກ.
16ຈັກກະວານ ເປັນຂອງພຣະເຈົ້າຢາເວເທົ່ານັ້ນ
ແຕ່ພຣະອົງໄດ້ປະທານແຜ່ນດິນໂລກໃຫ້ແກ່ມະນຸດ.
17ຄົນຕາຍຈະບໍ່ໄດ້ຍ້ອງຍໍສັນລະເສີນພຣະເຈົ້າຢາເວ
ຫລືຄົນທີ່ລົງໄປສູ່ແດນແຫ່ງຄວາມງຽບ ແລ້ວກໍເຊັ່ນກັນ.
18ແຕ່ພວກເຮົາຜູ້ທີ່ມີຊີວິດຢູ່ນີ້ ຈະໂມທະນາຂອບພຣະຄຸນພຣະເຈົ້າຢາເວ
ທັງໃນປັດຈຸບັນແລະຕະຫລອດໄປເປັນນິດ.
ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ.
Currently Selected:
ເພງ^ສັນລະເສີນ 115: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.