ຈົດບັນຊີ 7
7
ການຖວາຍຂອງພວກຫົວໜ້າ
1ໃນວັນທີ່ໂມເຊກາງຫໍເຕັນສັກສິດສຳເລັດຮຽບຮ້ອຍນັ້ນ; ເພິ່ນໄດ້ໃຊ້ນໍ້າມັນສັກສິດຫົດສົງ ແລະອຸທິດຖວາຍຫໍເຕັນກັບເຄື່ອງໃຊ້ຕ່າງໆປະຈຳຫໍເຕັນ ແລະແທ່ນບູຊາກັບເຄື່ອງໃຊ້ຕ່າງໆປະຈຳແທ່ນບູຊາ. 2ແລ້ວບັນດາຫົວໜ້າຕະກຸນທັງຫລາຍ ທີ່ເປັນຜູ້ນຳໃນເຜົ່າຕ່າງໆຂອງຊາດອິດສະຣາເອນ ຄືພວກທີ່ຮັບຜິດຊອບໃນການຈົດສຳມະໂນຄົວ 3ຕ່າງກໍນຳເອົາສິ່ງຂອງຂອງພວກຕົນມາຖວາຍຕໍ່ໜ້າພຣະເຈົ້າຢາເວດັ່ງນີ້: ກວຽນຫົກລຳກັບງົວເຖິກຫົກຄູ່, ກວຽນລຳໜຶ່ງຕໍ່ຜູ້ນຳສອງຄົນ ແລະງົວເຖິກໂຕໜຶ່ງຕໍ່ຜູ້ນຳຄົນໜຶ່ງ ເມື່ອນຳສິ່ງເຫຼົ່ານີ້ມາຕໍ່ໜ້າຫໍເຕັນສັກສິດແລ້ວ 4ພຣະເຈົ້າຢາເວກໍບອກໂມເຊວ່າ, 5“ຈົ່ງຮັບເອົາຂອງຖວາຍເຫຼົ່ານີ້ໄວ້ໃຊ້ໃນວຽກງານຂອງຫໍເຕັນບ່ອນຊຸມນຸມ ແລ້ວຈົ່ງມອບຕໍ່ໃຫ້ຊາວເລວີຕາມວຽກງານທີ່ພວກເຂົາຮັບຜິດຊອບນັ້ນ.” 6ດັ່ງນັ້ນ ໂມເຊຈຶ່ງເອົາກວຽນແລະງົວມອບໃຫ້ຊາວເລວີ. 7ເພິ່ນໄດ້ມອບກວຽນສອງລຳກັບງົວເຖິກສອງຄູ່ໃຫ້ພວກເກໂຊນ 8ແລະກວຽນສີ່ລຳກັບງົວເຖິກສີ່ຄູ່ໃຫ້ພວກເມຣາຣີ. ວຽກງານທັງໝົດຂອງພວກເຂົາແມ່ນຢູ່ໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງອາໂຣນ. 9ແຕ່ໂມເຊບໍ່ໄດ້ມອບກວຽນແລະງົວໃຫ້ພວກໂກຮາດ ເພາະວ່າສິ່ງຂອງບໍຣິສຸດທີ່ພວກເຂົາເບິ່ງແຍງຮັກສານັ້ນ ຕ້ອງແບກຫາມໂດຍພວກເຂົາເອງ.
10ບັນດາຜູ້ນຳຊາດອິດສະຣາເອນໄດ້ນຳເຄື່ອງຖວາຍ ສຳລັບການອຸທິດແທ່ນບູຊາມາໃຫ້ເຊັ່ນດຽວກັນ. ເມື່ອພວກເຂົາຕຽມພ້ອມທີ່ຈະຖວາຍຂອງຖວາຍທີ່ແທ່ນບູຊານັ້ນ 11ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ແຕ່ລະມື້ ຈົ່ງໃຫ້ຫົວໜ້າແຕ່ລະຄົນນຳເຄື່ອງມາຖວາຍບູຊາທີ່ແທ່ນ ຕາມຜຽນຂອງໃຜລາວໃຫ້ຄົບສິບສອງວັນ.”
12-83ພວກເຂົານຳຂອງມາຖວາຍເປັນລຳດັບກັນດັ່ງນີ້:
| ມື້ | ເຜົ່າ | ຜູ້ນຳ |
|---|---|---|
| ທີ 1 | ຢູດາ | ນາໂຊນ ລູກຊາຍຂອງອຳມີນາດາບ |
| ທີ 2 | ອິດຊາຄາ | ເນທາເນນ ລູກຊາຍຂອງຊູອາ |
| ທີ 3 | ເຊບູໂລນ | ເອລີອາບ ລູກຊາຍຂອງເຮໂລນ |
| ທີ 4 | ຣູເບັນ | ເອລີຊູ ລູກຊາຍຂອງເຊເດອູເຣ |
| ທີ 5 | ຊີເມໂອນ | ເຊລູມີເອນ ລູກຊາຍຂອງຊູຣິດຊັດດາຍ |
| ທີ 6 | ກາດ | ເອລີອາສັບ ລູກຊາຍຂອງດູເອນ |
| ທີ 7 | ເອຟຣາອິມ | ເອລີຊາມາ ລູກຊາຍຂອງອາມມີຮຸດ |
| ທີ 8 | ມານາເຊ | ກາມາລີເອນ ລູກຊາຍຂອງເປດາຊູ |
| ທີ 9 | ເບັນຢາມິນ | ອາບີດານ ລູກຊາຍຂອງກີເດໂອນີ |
| ທີ 10 | ດານ | ອາຮີເອເຊ ລູກຊາຍຂອງອຳມີຊັດດາຍ |
| ທີ 11 | ອາເຊ | ປາກີເອນ ລູກຊາຍຂອງອົກກະຣັນ |
| ທີ 12 | ເນັບທາລີ | ອາຮີຣາ ລູກຊາຍຂອງເອນັນ. |
ຫົວໜ້າແຕ່ລະຄົນໄດ້ນຳເຄື່ອງຖວາຍຢ່າງດຽວກັນມາດັ່ງນີ້:
ຊາມເງິນໜຶ່ງໃບ ໜັກ 1.500 ກຼາມ, ອ່າງເງິນໃບໜຶ່ງ ໜັກ 800 ກຼາມ ໂດຍໄດ້ຄິດໄລ່ຕາມອັດຕາຊັ່ງຂອງສຳນັກນະມັດສະການ, ຊາມແລະອ່າງທັງສອງໃບເຕັມດ້ວຍແປ້ງ ປົນກັບນໍ້າມັນໝາກກອກເທດ ຕາມລະບຽບການຖວາຍພືດຜົນເປັນເມັດ;
ຈານຄຳໜຶ່ງໃບ, ໜັກ 110 ກຼາມ, ໃສ່ເຄື່ອງຫອມມາພ້ອມ;
ງົວເຖິກໜຸ່ມໂຕໜຶ່ງ, ແກະເຖິກໂຕໜຶ່ງ, ລູກແກະເຖິກ ອາຍຸໜຶ່ງປີໂຕໜຶ່ງສຳລັບເຜົາບູຊາ;
ແບ້ເຖິກໂຕໜຶ່ງສຳລັບຖວາຍບູຊາລຶບລ້າງບາບ;
ງົວເຖິກສອງໂຕ, ແກະເຖິກ ຫ້າໂຕ, ແບ້ເຖິກຫ້າໂຕ ແລະລູກແກະເຖິກຫ້າໂຕ ອາຍຸໜຶ່ງປີ ສຳລັບຖວາຍເພື່ອຄວາມສາມັກຄີທຳ.
84-88ລວມຈຳນວນເຄື່ອງຖວາຍທັງໝົດ ທີ່ພວກຜູ້ນຳສິບສອງຄົນໄດ້ເອົາມາ ເພື່ອການອຸທິດຖວາຍແທ່ນບູຊານັ້ນ ມີດັ່ງນີ້:
ຊາມເງິນ 12 ໃບ ແລະອ່າງເງິນ 12 ໃບ, ທັງໝົດໜັກ 24 ກິໂລກຼາມ;
ຈານຄຳ 12 ໃບ, ທັງໝົດໜັກ 1.200 ກຼາມ;
ງົວເຖິກ 12 ໂຕ, ແກະເຖິກ 12 ໂຕ, ລູກແກະເຖິກ ອາຍຸໜຶ່ງປີ 12 ໂຕ, ທັງພືດຜົນເປັນເມັດທີ່ຕ້ອງຖວາຍພ້ອມກັນສຳລັບເຜົາບູຊາ.
ແບ້ເຖິກ 12 ໂຕ ສຳລັບຖວາຍບູຊາລຶບລ້າງບາບ;
ງົວເຖິກ 24 ໂຕ, ແກະເຖິກ 60 ໂຕ, ແບ້ເຖິກ 60 ໂຕ ແລະລູກແກະເຖິກ ອາຍຸໜຶ່ງປີ 60 ໂຕ ສຳລັບຖວາຍເພື່ອຄວາມສາມັກຄີທຳ.
89ເມື່ອໂມເຊເຂົ້າໄປກ່າວຕໍ່ພຣະເຈົ້າຢາເວໃນຫໍເຕັນບ່ອນຊຸມນຸມ ເພິ່ນກໍໄດ້ຍິນພຣະອົງກ່າວແກ່ເພິ່ນຈາກເທິງຝາຫີບພັນທະສັນຍາ ລະຫວ່າງເຄຣຸບ.
Currently Selected:
ຈົດບັນຊີ 7: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: