ຈົດບັນຊີ 4
4
ໜ້າທີ່ຂອງຄົນເລວີ: ຕະກຸນໂກຮາດ
1ພຣະເຈົ້າຢາເວໄດ້ບອກໂມເຊ ແລະອາໂຣນດັ່ງນີ້: 2“ໃຫ້ຈົດຈຳນວນພົນຊາວເລວີຢູ່ໃນຕະກຸນໂກຮາດ ຕາມຕະກຸນຍ່ອຍແລະຕາມຄອບຄົວ. 3ເພິ່ນໄດ້ຈົດຊື່ຜູ້ຊາຍທຸກຄົນທີ່ມີອາຍຸຕັ້ງແຕ່ 30 ປີຫາ 50 ປີ ຄື: ພວກທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ. 4ໜ້າທີ່ຮັບຜິດຊອບຂອງພວກໂກຮາດແມ່ນພົວພັນກັບສິ່ງສັກສິດທີ່ສຸດໃນຫໍເຕັນບ່ອນຊຸມນຸມ.
5ເວລາຊາວອິດສະຣາເອນຍົກຍ້າຍຄ້າຍພັກ ໃຫ້ອາໂຣນແລະລູກຊາຍຂອງລາວເຂົ້າໄປໃນຫໍເຕັນ ແລະປົດເອົາຜ້າກັ້ງຊຶ່ງໃຊ້ບັງຫີບພັນທະສັນຍານັ້ນປົກຫີບໄວ້. 6ນອກຈາກນີ້ໃຫ້ເອົາໜັງຢ່າງດີປົກທາງເທິງກ່ອນ ແລະເອົາຜ້າສີຟ້າປົກເທິງອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
7ຕ້ອງປູຜ້າສີຟ້າລົງເທິງໂຕະກ່ອນ ຊຶ່ງມີເຂົ້າຈີ່ຖວາຍວາງໄວ້ທີ່ນັ້ນ ແລ້ວຈຶ່ງເອົາຊາມ, ຈານເຄື່ອງຫອມ, ຈານໃສ່ເຄື່ອງຖວາຍ ແລະຈອກໃສ່ເຫຼົ້າອະງຸ່ນສຳລັບຖວາຍ ວາງໃສ່ເທິງໂຕະ. ສ່ວນເຂົ້າຈີ່ນັ້ນ ຈະຕ້ອງມີຢູ່ເທິງໂຕະສະເໝີ. 8ພວກເຂົາຈະຕ້ອງໃຊ້ຜ້າສີແດງເຂັ້ມປົກສິ່ງຂອງທັງໝົດເຫຼົ່ານີ້ກ່ອນ ແລະເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່.
9ພວກເຂົາຈະຕ້ອງໃຊ້ຜ້າສີຟ້າປົກຫລັກຕະກຽງ, ຕະກຽງ, ເຫລັກຄີບ, ຖາດໃສ່ຄີມ, ແລະຖັງໃສ່ນໍ້າມັນໄຕ້ຕະກຽງ. 10ໃຫ້ເອົາໜັງຢ່າງດີຫໍ່ຕະກຽງ ແລະເຄື່ອງປະກອບທັງໝົດອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງໄວ້ທີ່ເທິງໄມ້ຄານຫາມ.
11ຕໍ່ໄປ ພວກເຂົາຈະຕ້ອງເອົາຜ້າສີຟ້າປົກແທ່ນບູຊາຄຳ ແລະເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລ້ວຈຶ່ງສອດໄມ້ຄານຫາມໃສ່. 12ສ່ວນເຄື່ອງໃຊ້ທັງໝົດໃນສະຖານທີ່ສັກສິດນັ້ນ ໃຫ້ເອົາຜ້າສີຟ້າຫໍ່ແລະເອົາໜັງຢ່າງດີຫໍ່ອີກເທື່ອໜຶ່ງ ແລ້ວຈຶ່ງເອົາໄປວາງເທິງໄມ້ຄານຫາມ. 13ໃຫ້ພວກເຂົາເອົາຂີ້ເຖົ່າຂອງໄຂມັນອອກຈາກແທ່ນບູຊາ ແລະເອົາຜ້າສີມ່ວງປົກແທ່ນນັ້ນໄວ້. 14ແລ້ວໃຫ້ເອົາເຄື່ອງໃຊ້ປະຈຳແທ່ນບູຊາເຊັ່ນ: ຖາດຮອງໄຟ, ຂໍເກາະ, ຊ້ວນ ແລະອ່າງວາງໃສ່ເທິງນັ້ນ. ແລ້ວຈຶ່ງເອົາໜັງຢ່າງດີປົກອີກເທື່ອໜຶ່ງ ແລະສອດໄມ້ຄານຫາມໃສ່. 15ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ.
ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.
16ສ່ວນເອເລອາຊາລູກຊາຍຂອງປະໂຣຫິດອາໂຣນນັ້ນ ໃຫ້ລາວຮັບຜິດຊອບຫໍເຕັນສັກສິດທັງໝົດພ້ອມດ້ວຍນໍ້າມັນສຳລັບໄຕ້ຕະກຽງ, ເຄື່ອງຫອມ, ພືດຜົນເປັນເມັດເພື່ອຖວາຍບູຊາ, ນໍ້າມັນເຈີມບໍຣິສຸດ ແລະສິ່ງອື່ນອີກທີ່ຢູ່ໃນນັ້ນ.”
17ພຣະເຈົ້າຢາເວໄດ້ບອກໂມເຊກັບອາໂຣນວ່າ, 18“ຢ່າປ່ອຍໃຫ້ຕະກຸນໂກຮາດຕ້ອງຖືກຂ້າ 19ໂດຍເຂົ້າມາໃກ້ສິ່ງຂອງບໍຣິສຸດທີ່ສຸດເຫຼົ່ານີ້. ເພື່ອປ້ອງກັນບໍ່ໃຫ້ເຫດເກີດຂຶ້ນໄດ້ ໃຫ້ອາໂຣນແລະພວກລູກຊາຍຂອງລາວເຂົ້າໄປກຳກັບບອກພວກເຂົາວ່າ ສິ່ງໃດຄວນເຮັດແລະສິ່ງໃດຄວນຫ້າມ. 20ແຕ່ຖ້າຄົນໃນຕະກຸນໂກຮາດຫາກເຂົ້າໄປໃນຫໍເຕັນ ເບິ່ງປະໂຣຫິດປົກຄຸມຫຸ້ມຫໍ່ສິ່ງຂອງສັກສິດເພື່ອຍົກຍ້າຍ ພວກເຂົາຈະຕ້ອງຕາຍ.”
ໜ້າທີ່ຂອງຄົນເລວີ: ຕະກຸນເກໂຊນ
21ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 22“ໃຫ້ຈົດຈຳນວນພົນຊາວເລວີໃນຕະກຸນເກໂຊນ ຕາມຕະກຸນຍ່ອຍແລະຕາມຄອບຄົວ 23ແລະໃຫ້ລົງທະບຽນຜູ້ຊາຍທັງໝົດຜູ້ທີ່ມີອາຍຸແຕ່ 30 ປີ ຫາ 50 ປີ ຄືຜູ້ທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ. 24ຄົນເຫຼົ່ານີ້ຈະເປັນຜູ້ຮັບຜິດຊອບແບກຫາມສິ່ງຂອງດັ່ງຕໍ່ໄປນີ້: 25ຜ້າກັ້ງຂອງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ, ຜ້າປົກຄຸມຊັ້ນໃນ, ຜ້າປົກຄຸມຊັ້ນນອກ, ໜັງຢ່າງດີເພື່ອໃຊ້ປົກຍອດຫໍເຕັນ, ຜ້າກັ້ງທາງເຂົ້າຫໍເຕັນບ່ອນຊຸມນຸມ, 26ຜ້າກັ້ງອື່ນໆກັບເຊືອກສຳລັບອ້ອມເດີ່ນຂອງຫໍເຕັນແລະແທ່ນບູຊາ, ຜ້າກັ້ງທາງປະຕູເຂົ້າເດີ່ນ ແລະເຄື່ອງໃຊ້ເປັນປະຈຳຢູ່ໃນຫໍເຕັນ. ພວກເຂົາຈະຕ້ອງເຮັດໜ້າທີ່ທຸກຢ່າງກ່ຽວກັບສິ່ງທີ່ໄດ້ເວົ້າມານັ້ນ. 27ໃຫ້ຊາວເກໂຊນໄດ້ປະຕິບັດໜ້າທີ່ທັງໝົດ ແລະແບກຫາມທຸກໆສິ່ງຕາມການຊີ້ນຳຂອງອາໂຣນເອງແລະພວກລູກຊາຍຂອງເພິ່ນ ທີ່ໄດ້ມອບໝາຍໃຫ້ພວກເຂົານັ້ນ. 28ໃຫ້ຄົນໃນຕະກຸນເກໂຊນຮັບຜິດຊອບໜ້າທີ່ດັ່ງກ່າວນັ້ນໃນຫໍເຕັນບ່ອນຊຸມນຸມ; ພວກເຂົາຈະຕ້ອງແບກຫາມເຄື່ອງຂອງຕ່າງໆພາຍໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.
ໜ້າທີ່ຂອງຄົນເລວີ ຕະກຸນເມຣາຣີ
29ໃຫ້ຈົດຈຳນວນພົນຕະກຸນຊາວເລວີ ຕາມຕະກຸນຍ່ອຍແລະຕາມຄອບຄົວ. 30ໃນຕະກຸນເມຣາຣີ ເພິ່ນໄດ້ຈົດຊື່ຜູ້ຊາຍທັງໝົດທີ່ມີອາຍຸແຕ່ 30 ປີ ຫາ 50 ປີ ຄືຜູ້ທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ. 31ພວກເຂົາຈະຕ້ອງຮັບຜິດຊອບແບກຫາມໂຄງຮ່າງຫໍເຕັນບ່ອນຊຸມນຸມມີ: ໄມ້ຄານກາງຂອງຫໍເຕັນສັກສິດ, ເສົາ, ຕີນຮອງ, 32ແລະຫລັກຂອງເຕັນ, ຕີນຮອງຫລັກ, ຫລັກສຽບ, ຕະຫລອດທັງເຊືອກສຳລັບອ້ອມເດີ່ນ ແລະເຄື່ອງປະກອບໃນການຕິດຕັ້ງທັງໝົດດ້ວຍ. ແຕ່ລະຄົນຈະຮັບຜິດຊອບ ແບກຫາມສິ່ງຂອງແຕ່ລະຢ່າງໂດຍສະເພາະ. 33ໃຫ້ຄົນໃນຕະກຸນເມຣາຣີຮັບຜິດຊອບໜ້າທີ່ດັ່ງກ່າວນັ້ນທັງໝົດທີ່ພົວພັນໃນຫໍເຕັນບ່ອນຊຸມນຸມ; ພວກເຂົາຈະຕ້ອງແບກຫາມເຄື່ອງຂອງຕ່າງໆພາຍໃຕ້ການຊີ້ນຳຂອງອີທາມາ ລູກຊາຍຂອງປະໂຣຫິດອາໂຣນ.”
ໂມເຊຈົດຈຳນວນພົນຊາວເລວີ
34-48ໂດຍປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ໂມເຊແລະອາໂຣນພ້ອມດ້ວຍບັນດາຜູ້ນຳຂອງຊຸມຊົນອິດສະຣາເອນ ໄດ້ຈົດຈຳນວນພົນຊາວເລວີໃນສາມຕະກຸນ ດັ່ງນີ້: ໂກຮາດ, ເກໂຊນ ແລະເມຣາຣີ. ການຈົດຈຳນວນພົນນີ້ໄດ້ນັບເອົາຕາມຕະກຸນຍ່ອຍແລະຕາມຄອບຄົວ ໂດຍຈົດຊື່ຄົນອາຍຸຕັ້ງແຕ່30 ປີ ຫາ 50 ປີ ຄື: ຜູ້ທີ່ມີຄຸນສົມບັດເຮັດໜ້າທີ່ຮັບໃຊ້ໃນຫໍເຕັນບ່ອນຊຸມນຸມ:
| ຕະກຸນ | ຈຳນວນ |
|---|---|
| ໂກຮາດ | 2.750 ຄົນ |
| ເກໂຊນ | 2.630 ຄົນ |
| ເມຣາຣີ | 3.200 ຄົນ |
| ລວມ: | 8.580 ຄົນ |
49ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານໂມເຊ. ຄົນເລວີແຕ່ລະຄົນໄດ້ຮັບຄຳແນະນຳໂດຍສະເພາະກ່ຽວກັບໜ້າທີ່ ຊຶ່ງພວກເຂົາຕ້ອງເຮັດແລະສິ່ງທີ່ພວກເຂົາຕ້ອງແບກຫາມ ແລະໂມເຊກໍໄດ້ຈົດບັນຊີແຕ່ລະຄົນຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
Currently Selected:
ຈົດບັນຊີ 4: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: