ຈົດບັນຊີ 12
12
ມີຣີອາມຖືກລົງໂທດ
1ໂມເຊໄດ້ແຕ່ງງານກັບຍິງສາວຜູ້ໜຶ່ງທີ່ເປັນຊາວກູເຊ ແລະມີຣີອາມກັບອາໂຣນໄດ້ຕໍ່ສູ້ໂມເຊກ່ຽວກັບເລື່ອງນີ້. 2ພວກເຂົາຖາມວ່າ, “ພຣະເຈົ້າຢາເວກ່າວຜ່ານທາງໂມເຊແຕ່ຜູ້ດຽວເທົ່ານັ້ນບໍ? ພຣະອົງກໍກ່າວຜ່ານທາງ ພວກເຮົາຄືກັນບໍ່ແມ່ນບໍ?” ພຣະເຈົ້າຢາເວໄດ້ຍິນສິ່ງທີ່ພວກເຂົາໄດ້ເວົ້ານັ້ນ. ( 3ໂມເຊເປັນຄົນອ່ອນນ້ອມຖ່ອມຕົວທີ່ສຸດກວ່າທຸກໆຄົນໃນເທິງແຜ່ນດິນໂລກນີ້).
4ໃນທັນໃດນັ້ນ ພຣະເຈົ້າຢາເວໄດ້ບອກໂມເຊ, ອາໂຣນ ແລະມີຣີອາມວ່າ, “ໃຫ້ພວກເຈົ້າທັງສາມຄົນອອກມາຈາກຫໍເຕັນບ່ອນຊຸມນຸມ.” ທັງສາມຈຶ່ງອອກມາ 5ແລະພຣະເຈົ້າຢາເວໄດ້ລົງມາໃນເສົາເມກ ໂດຍຢືນຢູ່ທາງປະຕູເຂົ້າຫໍເຕັນແລະພຣະອົງໄດ້ເອີ້ນອາໂຣນແລະມີຣີອາມອອກມາ ເຂົາທັງສອງຈຶ່ງກ້າວອອກໄປຂ້າງໜ້າ 6ແລະພຣະເຈົ້າຢາເວໄດ້ກ່າວວ່າ, “ບັດນີ້ ຈົ່ງຟັງເຮົາກ່າວໃຫ້ດີ ເມື່ອມີຜູ້ທຳນວາຍໃນທ່າມກາງພວກເຈົ້າ ເຮົາໄດ້ປາກົດເຮົາເອງໃຫ້ແກ່ພວກເຂົາເຫັນທາງນິມິດ ແລະກ່າວແກ່ພວກເຂົາທາງຄວາມຝັນ. 7ມັນແຕກຕ່າງກັບເມື່ອເຮົາກ່າວແກ່ໂມເຊ ຄົນຮັບໃຊ້ທີ່ສັດຊື່ຂອງເຮົາ; ເຮົາໄດ້ໃຫ້ລາວຮັບຜິດຊອບປະຊາຊົນອິດສະຣາເອນທັງໝົດຂອງເຮົາ. 8ດັ່ງນັ້ນ ເຮົາຈຶ່ງກ່າວແກ່ລາວຕໍ່ໜ້າຢ່າງຈະແຈ້ງແລະຢ່າງບໍ່ມີບັນຫາ; ລາວໄດ້ເຫັນແມ່ນແຕ່ຮູບຮ່າງຂອງພຣະເຈົ້າຢາເວ ເຫດໃດພວກເຈົ້າຈຶ່ງກ້າເວົ້າຕໍ່ສູ້ໂມເຊ ຜູ້ຮັບໃຊ້ຂອງເຮົາ?”
9ພຣະເຈົ້າຢາເວໄດ້ໂກດຮ້າຍພວກເຂົາຢ່າງຮຸນແຮງແລະຈາກໄປ; 10ໃນເວລາດຽວກັນນັ້ນເມກກໍລອຍຂຶ້ນໄປຈາກຫໍເຕັນ ແລະໃນທັນໃດ ມີຣີອາມກໍເກີດພະຍາດຂີ້ທູດ ຄືຜິວໜັງຂາວດັ່ງນວນຝ້າຍ. ເມື່ອອາໂຣນຫລຽວເບິ່ງແລະເຫັນວ່ານາງເປັນຂີ້ທູດ 11ເພິ່ນຈຶ່ງເວົ້າກັບໂມເຊວ່າ, “ຂໍຢ່າໃຫ້ພວກເຮົາໄດ້ຮັບໂທດ ຍ້ອນບາບກຳເພາະຄວາມໂງ່ງ່າວຂອງພວກເຮົາເລີຍເທາະ. 12ຢ່າປະໃຫ້ມີຣີອາມຕ້ອງຕາຍທັງເປັນ ໂດຍພະຍາດຂີ້ທູດກັດກິນນາງແລ້ວຕັ້ງເຄິ່ງຕົວ.”
13ສະນັ້ນ ໂມເຊຈຶ່ງຂໍຮ້ອງຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າ ຂໍຊົງໂຜດຮັກສານາງໃຫ້ຫາຍດີດ້ວຍເຖີດ.”
14ພຣະເຈົ້າຢາເວໄດ້ຕອບວ່າ, “ຖ້າພໍ່ຂອງມີຣີອາມຫາກຖົ່ມນໍ້າລາຍໃສ່ໜ້ານາງ ນາງຈະຕ້ອງໄດ້ຮັບຄວາມອັບອາຍເປັນເວລາເຈັດວັນ. ສະນັ້ນ ໃຫ້ນາງອອກໄປຢູ່ນອກຄ້າຍພັກໜຶ່ງອາທິດ ແລະຫລັງຈາກນັ້ນໃຫ້ນາງກັບເຂົ້າມາໄດ້.” 15ສະນັ້ນ ມີຣີອາມຈຶ່ງຢູ່ນອກຄ້າຍເຈັດວັນ ແລະປະຊາຊົນບໍ່ໄດ້ຍົກຍ້າຍໄປໃສຈົນກວ່ານາງໄດ້ຖືກນຳເຂົ້າມາອີກ. 16ແລ້ວພວກເຂົາກໍຈາກເມືອງຮາເຊໂຣດ ແລະຕັ້ງຄ້າຍພັກຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ.
Currently Selected:
ຈົດບັນຊີ 12: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.