YouVersion Logo
Search Icon

ມາຣະໂກ 6

6
ຊາວ​ນາຊາເຣັດ​ບໍ່​ຍອມ​ຮັບ​ພຣະເຢຊູເຈົ້າ
(ມທ 13:53-58; ລກ 4:16-30)
1ພຣະເຢຊູເຈົ້າ​ໄດ້​ຈາກ​ບ່ອນ​ນັ້ນ ແລະ​ກັບຄືນ​ໄປ​ທີ່​ເມືອງ​ຂອງ​ພຣະອົງ ໂດຍ​ມີ​ພວກ​ສາວົກ​ຂອງ​ພຣະອົງ​ຕິດຕາມ​ໄປ​ນຳ. 2ພໍ​ເຖິງ​ວັນ​ຊະບາໂຕ ພຣະອົງ​ກໍໄດ້​ຕັ້ງຕົ້ນ​ສັ່ງສອນ​ໃນ​ທຳມະສາລາ ປະຊາຊົນ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ ແລະ​ເມື່ອ​ພວກເຂົາ​ໄດ້ຍິນ​ຄຳ​ສອນ​ຂອງ​ພຣະອົງ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ພວກເຂົາ​ຖາມ​ກັນ​ວ່າ, “ຄົນ​ນີ້​ເອົາ​ຄຳສັ່ງສອນ​ທັງໝົດ​ນີ້​ມາ​ແຕ່​ໃສ? ສະຕິປັນຍາ​ທີ່​ໄດ້​ໃຫ້​ແກ່​ຄົນ​ນີ້​ແມ່ນ​ປັນຍາ​ຢ່າງ​ໃດ? ເພາະ​ການ​ອັດສະຈັນ​ເຫຼົ່ານີ້​ກໍໄດ້​ສຳເລັດ​ດ້ວຍ​ມື​ຂອງ​ລາວ. 3ລາວ​ບໍ່ແມ່ນ​ຊ່າງໄມ້​ລູກຊາຍ​ຂອງ​ມາຣີ ແລະ​ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ນັ້ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ໃນ​ເມືອງ​ນີ້​ບໍ່ແມ່ນ​ບໍ?” ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະອົງ.
4ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຜູ້​ປະກາດ​ພຣະທຳ​ໄດ້​ຮັບ​ຄວາມ​ເຄົາຣົບ​ນັບຖື​ທົ່ວ​ທຸກ​ບ່ອນ ເວັ້ນ​ໄວ້​ແຕ່​ໃນ​ບ້ານ​ເມືອງ​ຂອງຕົນ, ຍາດຕິພີ່ນ້ອງ​ຂອງຕົນ ແລະ​ຄອບຄົວ​ຂອງຕົນ.”
5ພຣະເຢຊູເຈົ້າ​ບໍ່ໄດ້​ເຮັດ​ການ​ອັດສະຈັນ​ໃດໆ​ຢູ່​ໃນ​ເມືອງ​ນີ້ ນອກຈາກ​ພຣະອົງ​ໄດ້​ວາງ​ມື​ໃສ່​ຄົນ​ເຈັບໄຂ້​ໄດ້ປ່ວຍ​ບາງຄົນ ແລະ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ. 6ພຣະອົງ​ປະຫລາດ​ໃຈ​ຫລາຍ​ທີ່​ເຫັນ​ຊາວເມືອງ​ບໍ່ມີ​ຄວາມເຊື່ອ ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ສັ່ງສອນ​ທົ່ວ​ທຸກ​ບ້ານ​ທີ່​ຢູ່​ອ້ອມຮອບ​ເຂດ​ນັ້ນ.
ພຣະເຢຊູເຈົ້າ​ໃຊ້​ສາວົກ​ສິບສອງ​ຄົນ​ອອກ​ໄປ
(ມທ 10:5-15; ລກ 9:1-6)
7ພຣະອົງ​ໄດ້​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ ແລະ​ໃຊ້​ພວກເພິ່ນ​ອອກ​ໄປ​ເປັນ​ຄູ່ໆ ໂດຍ​ໃຫ້​ພວກເພິ່ນ​ມີ​ສິດ​ອຳນາດ​ເໜືອ​ບັນດາ​ຜີຊົ່ວຮ້າຍ 8ແລະ ສັ່ງ​ພວກເພິ່ນ​ວ່າ, “ໃນ​ການ​ອອກ​ໄປ​ນີ້ ພວກເຈົ້າ​ຢ່າ​ເອົາ​ຫຍັງ​ໄປ​ນຳ​ນອກຈາກ​ໄມ້ຄ້ອນເທົ້າ​ເທົ່ານັ້ນ ຢ່າ​ເອົາ​ອາຫານ ຖົງ ຫລື​ເງິນ​ໃສ່​ກະເປົາ ສາຍ​ຮັດ​ແອວ​ໄປ​ນຳ. 9ຈົ່ງ​ໃສ່​ເກີບ ແຕ່​ຢ່າ​ເອົາ​ເຄື່ອງ​ນຸ່ງ​ເພື່ອ​ປ່ຽນ​ໄປ​ນຳ.” 10ພຣະອົງ​ຍັງ​ສັ່ງ​ອີກ​ວ່າ, “ເຮືອນ​ໃດ​ທີ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ຢູ່​ໃນ​ເຮືອນ​ນັ້ນ ຈົນກວ່າ​ພວກເຈົ້າ​ຈາກ​ບ່ອນ​ນັ້ນ​ໄປ. 11ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕີນ​ຂອງ​ພວກເຈົ້າ​ອອກ.”
12ສະນັ້ນ ພວກເພິ່ນ​ຈຶ່ງ​ອອກ​ໄປ​ປະກາດ​ໃຫ້​ຄົນ​ທັງຫລາຍ​ຖິ້ມໃຈເກົ່າ​ເອົາໃຈໃໝ່. 13ພວກເພິ່ນ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ​ຫລາຍ​ໂຕ ແລະ​ໄດ້​ເອົາ​ນໍ້າມັນ​ຊາໂລມ​ທາ​ພວກເຂົາ​ຫລາຍ​ຄົນ​ໃຫ້​ຫາຍ​ດີ​ພະຍາດ.
ການ​ຕາຍ​ຂອງ​ໂຢຮັນ​ບັບຕິສະໂຕ
(ມທ 14:1-12; ລກ 9:7-9)
14ກະສັດ​ເຮໂຣດ ໄດ້ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ເພາະ​ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທຸກ​ແຫ່ງຫົນ ບາງຄົນ​ໄດ້​ເວົ້າ​ວ່າ, “ໂຢຮັນ​ບັບຕິສະໂຕ​ຄືນ​ມີ​ຊີວິດ​ອີກ​ແລ້ວ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ.”
15ສ່ວນ​ຄົນອື່ນ​ເວົ້າ​ວ່າ, “ເພິ່ນ​ແມ່ນ​ເອລີຢາ.”
ແຕ່​ຄົນອື່ນ​ອີກ​ເວົ້າ​ວ່າ, “ເພິ່ນ​ເປັນ​ຜູ້ທຳນວາຍ​ເໝືອນກັນ​ກັບ​ຜູ້ໜຶ່ງ ໃນ​ພວກ​ຜູ້ທຳນວາຍ​ແຕ່​ກ່ອນ.”
16ເມື່ອ​ກະສັດ​ເຮໂຣດ​ໄດ້ຍິນ​ເຊັ່ນນັ້ນ ເພິ່ນ​ກໍ​ເວົ້າ​ວ່າ, “ລາວ​ແມ່ນ​ໂຢຮັນ​ບັບຕິສະໂຕ ຜູ້​ເຮົາ​ໄດ້​ສັ່ງ​ໃຫ້​ຕັດ​ຫົວ​ຜູ້ນັ້ນ​ແຫຼະ ໄດ້​ຄືນ​ມີ​ຊີວິດ​ອີກ.” 17ກະສັດ​ເຮໂຣດ​ເອງ​ເປັນ​ຜູ້​ສັ່ງ​ໃຫ້​ຈັບ​ໂຢຮັນ​ຜູກມັດ ແລະ​ຂັງ​ລາວ​ໄວ້​ໃນ​ຄຸກ, ກະສັດ​ເຮໂຣດ​ໄດ້​ເຮັດ​ເຊັ່ນນີ້ ເພາະ​ນາງ​ເຮໂຣເດຍ​ຜູ້​ທີ່​ຕົນ​ໄດ້​ແຕ່ງງານ​ນຳ​ນັ້ນ ຊຶ່ງ​ນາງ​ເຄີຍ​ໄດ້​ເປັນ​ເມຍ​ຟີລິບ​ນ້ອງຊາຍ​ຂອງຕົນ​ມາ​ກ່ອນ. 18ໂຢຮັນ​ບັບຕິສະໂຕ​ເຄີຍ​ບອກ ເຮໂຣດ​ວ່າ, “ບໍ່​ເປັນ​ການ​ຖືກຕ້ອງ​ທີ່​ທ່ານ​ຈະ​ເອົາ​ນ້ອງໃພ້​ຂອງທ່ານ​ມາ​ເປັນ​ເມຍ.”
19ດັ່ງນັ້ນ ນາງ​ເຮໂຣເດຍ​ຈຶ່ງ​ຄຽດແຄ້ນ​ໃຫ້​ໂຢຮັນ ແລະ​ຕ້ອງການ​ຂ້າ​ລາວ ແຕ່​ນາງ​ເຮັດ​ບໍ່ໄດ້​ຍ້ອນ​ເຮໂຣດ​ຢ້ານຢຳ​ໂຢຮັນ, ເພາະວ່າ​ໂຢຮັນ​ເປັນ​ຄົນ​ດີ ແລະ​ບໍຣິສຸດ​ສັດຊື່. ດັ່ງນັ້ນ ເຮໂຣດ​ຈຶ່ງ​ປ້ອງກັນ​ລາວ​ໄວ້. 20ເມື່ອ​ກະສັດ​ເຮໂຣດ​ຟັງ​ໂຢຮັນ​ເວົ້າ​ເທື່ອໃດ ເພິ່ນ​ກໍ​ຮູ້ສຶກ​ອຶດອັດ​ໃຈ​ເທື່ອນັ້ນ, ແຕ່​ເຖິງ​ປານນັ້ນ ເພິ່ນ​ກໍ​ຍອມ​ຟັງ​ໂຢຮັນ​ເວົ້າ​ດ້ວຍ​ຄວາມ​ຍິນດີ.
21ໃນທີ່ສຸດ ນາງ​ເຮໂຣເດຍ​ກໍໄດ້​ໂອກາດ​ໃນ​ວັນ​ສະຫລອງ​ວັນ​ເກີດ​ຂອງ​ກະສັດ​ເຮໂຣດ ເມື່ອ​ເພິ່ນ​ໄດ້​ຈັດ​ງານລ້ຽງ​ສະຫລອງ ແລະ​ເຊື້ອເຊີນ​ບັນດາ​ຂ້າຣາຊການ​ຂັ້ນ​ສູງ​ມາ​ຮ່ວມ​ຄື: ຄະນະ​ລັດຖະບານ, ບັນດາ​ນາຍ​ທະຫານ​ໃນ​ກອງທັບ, ຕະຫລອດ​ທັງ​ບຸກຄົນ​ສຳຄັນ​ຕ່າງໆ​ໃນ​ແຂວງ​ຄາລີເລ. 22ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ເຂົ້າ​ມາ​ຟ້ອນ​ໃນ​ຫ້ອງ​ຈັດງານ, ນາງ​ເປັນ​ທີ່​ພໍໃຈ​ເຮໂຣດ ແລະ​ບັນດາ​ແຂກ​ທີ່​ໄດ້​ເຊີນ​ມາ, ກະສັດ​ຈຶ່ງ​ກ່າວ​ແກ່​ຍິງ​ສາວ​ວ່າ, “ເຈົ້າ​ຢາກ​ໄດ້​ສິ່ງໃດ ຈົ່ງ​ຂໍ​ມາ? ແລະ​ເຮົາ​ຈະ​ໃຫ້​ສິ່ງ​ນັ້ນ.” 23ແລ້ວ​ເພິ່ນ​ກໍ​ສາບານ​ປະຕິຍານ​ວ່າ, “ເຮົາ​ຈະ​ໃຫ້​ທຸກສິ່ງ​ທີ່​ເຈົ້າ​ຂໍ​ມາ ແມ່ນແຕ່​ເຄິ່ງ​ໜຶ່ງ​ຂອງ​ອານາຈັກ​ຂອງເຮົາ.”
24ດັ່ງນັ້ນ ຍິງ​ສາວ​ຈຶ່ງ​ອອກ​ໄປ​ຖາມ​ແມ່​ຂອງຕົນ​ວ່າ, “ລູກ​ຈະ​ຂໍ​ສິ່ງໃດ​ດີ?”
ແມ່​ຈຶ່ງ​ຕອບ​ວ່າ, “ຂໍ​ຫົວ​ຂອງ​ໂຢຮັນ​ບັບຕິສະໂຕ”.
25ຍິງ​ສາວ​ຟ້າວ​ກັບຄືນ​ໄປ​ຫາ​ກະສັດ​ທັນທີ ແລະ​ເວົ້າ​ວ່າ, “ຂ້ານ້ອຍ​ຕ້ອງການ​ໃຫ້​ທ່ານ​ເອົາ​ຫົວ​ຂອງ​ໂຢຮັນ​ບັບຕິສະໂຕ ໃສ່​ຖາດ​ມາ​ໃຫ້​ຂ້ານ້ອຍ​ໃນ​ທີ່​ນີ້​ແລະ​ດຽວ​ນີ້.”
26ເລື່ອງ​ນີ້​ເຮັດ​ໃຫ້​ກະສັດ​ເປັນທຸກໃຈ​ໜັກ ແຕ່​ເພິ່ນ​ບໍ່​ອາດ​ປະຕິເສດ​ນາງ​ໄດ້ ເພາະ​ໄດ້​ສັນຍາ​ສາບານ​ໄວ້​ກັບ​ນາງ​ແລ້ວ ຕໍ່ໜ້າ​ບັນດາ​ແຂກ​ທັງໝົດ​ຂອງຕົນ. 27ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ທະຫານ​ຍາມ​ໃຫ້​ອອກ​ໄປ ແລະ​ນຳ​ເອົາ​ຫົວ​ຂອງ​ໂຢຮັນ​ເຂົ້າ​ມາ, ທະຫານ​ຍາມ​ຈຶ່ງ​ໄປ​ທີ່​ຄຸກ ແລະ​ຕັດ​ຫົວ​ຂອງ​ໂຢຮັນ. 28ແລ້ວ​ນຳ​ຫົວ​ໃສ່​ຖາດ​ເຂົ້າ​ມາ​ມອບ​ໃຫ້​ຍິງ​ສາວ ແລະ ນາງ​ກໍ​ມອບ​ຕໍ່​ໃຫ້​ແມ່​ຂອງຕົນ. 29ເມື່ອ​ພວກ​ສິດ​ຂອງ​ໂຢຮັນ​ຮູ້​ຂ່າວ​ນີ້ ພວກເຂົາ​ກໍ​ມາ​ເອົາ​ຊາກສົບ​ຂອງ​ເພິ່ນ ແລ້ວ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ.
ພຣະເຢຊູເຈົ້າ​ຊົງ​ລ້ຽງ​ຫ້າພັນ​ຄົນ
(ມທ 14:13-21; ລກ 9:10-17; ຢຮ 6:1-14)
30ຝ່າຍ​ພວກ​ອັກຄະສາວົກ​ໄດ້​ກັບ​ມາ​ຫາ​ພຣະເຢຊູເຈົ້າ ແລ້ວ​ເລົ່າ​ທຸກສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ ແລະ​ໄດ້​ສັ່ງສອນ​ສູ່​ພຣະອົງ​ຟັງ. 31ມີ​ປະຊາຊົນ​ຫລວງຫລາຍ​ທຽວ​ໄປມາ ຈົນ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ບໍ່ມີ​ເວລາ​ກິນ​ເຂົ້າ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຈົ່ງ​ອອກ​ໄປ​ບ່ອນ​ມິດງຽບ ເພື່ອ​ໃຫ້​ພວກເຈົ້າ​ພັກຜ່ອນ​ຈັກ​ຄາວໜຶ່ງ.” 32ສະນັ້ນ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ ຈຶ່ງ​ຂີ່​ເຮືອ​ອອກ​ໄປ​ບ່ອນ​ທີ່​ມິດງຽບ​ຕ່າງຫາກ.
33ແຕ່​ມີ​ປະຊາຊົນ​ຫລາຍ​ຄົນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ອອກ​ໄປ ຈຶ່ງ​ຮູ້​ໄດ້​ທັນທີ. ສະນັ້ນ ປະຊາຊົນ​ຈາກ​ທຸກ​ເມຶອງ​ຈຶ່ງ​ເດີນທາງ​ຍ່າງ​ໄປ​ລ່ວງໜ້າ ກ່ອນ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຈະ​ໄປ​ເຖິງ​ນັ້ນ. 34ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ ພຣະອົງ​ກໍ​ເຫັນ​ປະຊາຊົນ​ໝູ່ໃຫຍ່ ຈຶ່ງ​ສົງສານ​ຄົນ​ເຫຼົ່ານັ້ນ ເພາະ​ພວກເຂົາ​ເປັນ​ເໝືອນ​ຝູງແກະ​ທີ່​ບໍ່ມີ​ຜູ້​ລ້ຽງ. ສະນັ້ນ ພຣະອົງ​ຈຶ່ງ​ຕັ້ງຕົ້ນ​ສັ່ງສອນ​ພວກເຂົາ​ຫລາຍ​ປະການ. 35ເມື່ອ​ຄ້າຍ​ຄໍ່າ​ມາ​ແລ້ວ ພວກ​ສາວົກ​ຈຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ຄໍ່າ​ແລ້ວ​ເດ ແລະ​ທີ່​ນີ້​ກໍ​ເປັນ​ປ່າ. 36ຂໍ​ໃຫ້​ປະຊາຊົນ​ເລີກ​ເມືອ​ຫາ​ຊື້​ອາຫານ​ກິນ ຕາມ​ບ້ານໄຮ່​ບ້ານນາ​ແຖບ​ນີ້​ສາ.”
37ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຈົ່ງ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ.”
ພວກ​ສາວົກ​ຖາມ​ພຣະອົງ​ວ່າ, “ທ່ານ​ຕ້ອງການ​ໃຫ້​ພວກ​ຂ້ານ້ອຍ​ໄປ​ຫາ​ຊື້​ອາຫານ ລາຄາ​ເຖິງ​ສອງຮ້ອຍ​ຫລຽນ​ເງິນ ໃຫ້​ພວກເຂົາ​ກິນ​ບໍ?”
38ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ? ຈົ່ງ​ໄປ​ເບິ່ງດູ?”
ເມື່ອ​ພວກເພິ່ນ​ໄປ​ຊອກ​ເບິ່ງ​ແລ້ວ ກໍ​ມາ​ບອກ​ພຣະເຢຊູເຈົ້າ​ວ່າ, “ມີ​ເຂົ້າຈີ່​ຫ້າ​ກ້ອນ ແລະ​ປາ​ສອງ​ໂຕ.”
39ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ບັນດາ​ສາວົກ​ຂອງ​ພຣະອົງ ຈັດ​ປະຊາຊົນ​ເຂົ້າ​ກັນ​ໃຫ້​ເປັນ​ໝູ່ໆ ແລະ​ໃຫ້​ນັ່ງ​ລົງ​ຕາມ​ທົ່ງຫຍ້າ​ຂຽວ​ສົດ. 40ສະນັ້ນ ປະຊາຊົນ​ຈຶ່ງ​ນັ່ງ​ລົງ​ເປັນ​ຖັນ​ເປັນ​ແຖວ ຄື​ແຖວ​ລະ​ຮ້ອຍ​ຄົນ ແລະ​ແຖວ​ລະ​ຫ້າສິບ​ຄົນ. 41ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ນັ້ນ ໂດຍ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລ້ວ​ຫັກ​ເຂົ້າຈີ່ ແລະ​ຍື່ນໃຫ້​ພວກ​ສາວົກ​ນຳ​ໄປ​ແຈກ​ຢາຍ​ແກ່​ປະຊາຊົນ ພຣະອົງ​ຍັງ​ໄດ້​ແບ່ງປັນ​ປາ​ສອງ​ໂຕ​ໃຫ້​ພວກເຂົາ​ທົ່ວ​ເຖິງ​ກັນ​ອີກ​ດ້ວຍ. 42ພວກເຂົາ​ກິນ​ອີ່ມ​ທຸກຄົນ. 43ແລ້ວ​ພວກ​ສາວົກ​ກໍ​ເກັບ​ເຂົ້າຈີ່​ແລະ​ປາ​ທີ່​ເຫຼືອ​ນັ້ນ ໄດ້​ເຕັມ​ສິບສອງ​ກະບຸງ. 44ໃນ​ຈຳນວນ​ປະຊາຊົນ​ທີ່​ໄດ້​ກິນ​ເຂົ້າຈີ່​ນັ້ນ ມີ​ຜູ້ຊາຍ​ຫ້າພັນ​ຄົນ.
ພຣະເຢຊູເຈົ້າ​ຊົງ​ຍ່າງ​ເທິງ​ໜ້າ​ນໍ້າ
(ມທ 14:22-33; ຢຮ 6:15-21)
45ໃນ​ທັນໃດນັ້ນ ພຣະເຢຊູເຈົ້າ​ກໍ​ຈັດ​ໃຫ້​ພວກ​ສາວົກ​ຂອງ​ພຣະອົງ ລົງ​ຂີ່​ເຮືອ​ໄປ​ເມືອງ​ເບັດສາອີດາ ຊຶ່ງ​ຢູ່​ຟາກ​ໜຶ່ງ​ອີກ​ກ່ອນ ສ່ວນ​ພຣະອົງ​ນັ້ນ​ໄດ້​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ. 46ເມື່ອ​ລາ​ຈາກ​ພວກເຂົາ​ແລ້ວ ພຣະອົງ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ ເພື່ອ​ພາວັນນາ​ອະທິຖານ. 47ເມື່ອ​ຄໍ່າ​ມາ​ແລ້ວ ເຮືອ​ທີ່​ພວກ​ສາວົກ​ຂີ່​ໄປ​ນັ້ນ ກໍ​ຢູ່​ກາງ​ທະເລສາບ ສ່ວນ​ພຣະອົງ​ຢູ່​ເທິງ​ບົກ​ແຕ່​ອົງ​ດຽວ. 48ພຣະອົງ​ເຫັນ​ວ່າ ພວກ​ສາວົກ​ພາຍ​ເຮືອ​ໄປ​ໄດ້​ດ້ວຍ​ຄວາມຍາກ​ລຳບາກ​ຫລາຍ ເພາະ​ເຮືອ​ຕ້ານ​ທວນ​ລົມ​ຢູ່, ເມື່ອ​ເຖິງ​ປະມານ​ຂ້ອນແຈ້ງ ພຣະອົງ​ຈຶ່ງ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ພວກ​ສາວົກ ແລະ​ເໝືອນ​ດັ່ງ​ຈະ​ກາຍ​ພວກເພິ່ນ​ໄປ. 49ແຕ່​ເມື່ອ​ພວກ​ສາວົກ​ເຫັນ​ພຣະອົງ​ຍ່າງ​ເທິງ​ໜ້າ​ນໍ້າ ກໍ​ຄິດ​ວ່າ​ແມ່ນ​ຜີ ຈຶ່ງ​ພາກັນ​ຮ້ອງ​ຂຶ້ນ. 50ເພາະ​ທຸກຄົນ​ຕ່າງ​ກໍ​ຕົກ​ສະທ້ານ​ຢ້ານກົວ​ທີ່ສຸດ.
ໃນ​ທັນໃດນັ້ນ ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຢ່າ​ກະວົນ​ກະວາຍ​ໃຈ​ເທາະ ແມ່ນ​ເຮົາ​ເອງ ຢ່າ​ສູ່​ຢ້ານ.” 51ແລ້ວ​ພຣະອົງ​ກໍ​ຂຶ້ນ​ໄປ​ໃນ​ເຮືອ​ຫາ​ພວກເພິ່ນ ແລະ​ລົມ​ກໍ​ງຽບ​ລົງ ພວກ​ສາວົກ​ເຕັມ​ໄປ​ດ້ວຍ​ຄວາມ​ປະຫລາດ​ອັດສະຈັນ​ໃຈ​ເຫຼືອ​ເກີນ 52ເພາະ​ພວກເພິ່ນ​ບໍ່​ເຂົ້າໃຈ​ຄວາມ​ໝາຍ​ອັນ​ແທ້ຈິງ ກ່ຽວກັບ​ການ​ລ້ຽງ​ຫ້າພັນ​ຄົນ, ສະຕິປັນຍາ​ຂອງ​ພວກເພິ່ນ​ຍັງ​ແຂງ​ກະດ້າງ ແລະ​ປຶກຕັນ​ຢູ່.
ພຣະເຢຊູເຈົ້າ​ຊົງ​ໂຜດ​ຄົນ​ເຈັບປ່ວຍ​ໃນ​ເຄັນເນຊາເຣັດ
(ມທ 14:34-36)
53ເມື່ອ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ໄດ້​ຂ້າມ​ທະເລສາບ​ມາ​ເຖິງ ກໍ​ຈອດ​ເຮືອ​ໄວ້​ທີ່​ທ່າ​ເມືອງ​ເຄັນເນຊາເຣັດ. 54ພໍ​ລົງ​ເຮືອ​ໄປ ປະຊາຊົນ​ກໍ​ຮູ້ຈັກ​ວ່າ​ແມ່ນ​ພຣະເຢຊູເຈົ້າ. 55ສະນັ້ນ ພວກເຂົາ​ຈຶ່ງ​ຮີບ​ຟ້າວ​ໄປ​ທົ່ວ​ຂົງເຂດ​ນັ້ນ ແລະ​ເມື່ອ​ຮູ້​ວ່າ​ພຣະອົງ​ຢູ່​ບ່ອນ​ໃດ, ພວກເຂົາ​ກໍ​ເອົາ​ຄົນ​ເຈັບປ່ວຍ​ໃສ່​ບ່ອນນອນ​ຫາມ​ມາ​ຫາ​ພຣະອົງ. 56ເມື່ອ​ພຣະອົງ​ສະເດັດ​ໄປ​ທີ່​ໃດ ໃນ​ເມືອງ ຫລື​ບ້ານ​ນອກ, ບ້ານ​ນາ​ກໍດີ ພວກເຂົາ​ກໍ​ເອົາ​ຄົນ​ເຈັບປ່ວຍ​ມາ​ວາງ​ໄວ້​ຕາມ​ແຄມ​ທາງ​ບ່ອນ​ຊຸມຊົນ ແລ້ວ​ຮ້ອງ​ຂໍ​ພຣະອົງ​ຊົງ​ໂຜດ​ໃຫ້​ຄົນ​ເຈັບປ່ວຍ​ໄດ້​ບາຍ​ແຕ່​ແຄມ​ເຄື່ອງນຸ່ງ​ຂອງ​ພຣະອົງ ແລະ​ຜູ້​ໄດ້​ບາຍ​ແລ້ວ​ກໍ​ຖືກ​ຊົງ​ໂຜດ​ໃຫ້​ດີ​ພະຍາດ​ທຸກຄົນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in