YouVersion Logo
Search Icon

ມາຣະໂກ 5

5
ພຣະເຢຊູເຈົ້າ​ຊົງ​ໂຜດ​ຊາຍ​ທີ່​ຜີມານຮ້າຍ​ສິງ​ຄົນ​ໜຶ່ງ​ໃຫ້​ດີ
(ມທ 8:28-34; ລກ 8:26-39)
1ຕໍ່ມາ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ໄດ້​ມາ​ຮອດ​ຝັ່ງ​ອີກ​ດ້ານ​ໜຶ່ງ ຂອງ​ທະເລສາບ​ຄາລີເລ​ໃກ້​ເມືອງ​ເຄຣາຊາ. 2ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ໄປ ກໍ​ມີ​ຊາຍ​ຜູ້ໜຶ່ງ​ມີ​ຜີຊົ່ວຮ້າຍ​ສິງ​ຢູ່ ໄດ້​ອອກ​ຈາກ​ປ່າຊ້າ​ມາ​ພົບ​ພຣະອົງ. 3ຊາຍ​ຜູ້​ນີ້​ເຄີຍ​ອາໄສ​ຢູ່​ຕາມ​ປ່າຊ້າ ບໍ່ມີ​ຜູ້ໃດ​ສາມາດ​ມັດ​ຫລື​ແມ່ນແຕ່​ລ່າມໂສ້​ມັນ​ໄວ້​ໄດ້, 4ເຂົາ​ເຄີຍ​ລ່າມໂສ້​ໃສ່​ຕີນ​ຜູກມັດ​ໄວ້​ຫລາຍ​ເທື່ອ​ແລ້ວ, ແຕ່​ມັນ​ກໍ​ຫັກ​ໂສ້​ໃຫ້​ຂາດ ແລະ​ຫັກ​ໃຫ້​ໝຸ່ນ​ໄປ​ໄດ້​ທຸກ​ເທື່ອ ມັນ​ແຂງແຮງ​ຫລາຍ ຈົນ​ບໍ່ມີ​ຜູ້ໃດ​ປາບ​ມັນ​ໄດ້. 5ມັນ​ທ່ອງທ່ຽວ​ໄປມາ​ຢູ່​ຕາມ​ປ່າຊ້າ ແລະ​ຕາມ​ເນີນ​ພູເຂົາ​ທັງເວັນ​ທັງຄືນ ໂດຍ​ແຜດ​ສຽງ​ຮ້ອງ ແລະ​ເອົາ​ຫີນ​ປາດ​ຕາມ​ເນື້ອຕົວ​ຂອງ​ຕົນເອງ.
6ເມື່ອ​ມັນ​ຫລຽວ​ເຫັນ​ພຣະເຢຊູເຈົ້າ​ແຕ່​ໄກໆ ມັນ​ໄດ້​ແລ່ນ​ມາ​ຫາ ແລະ​ຂາບລົງ​ຕໍ່ໜ້າ​ພຣະອົງ, 7ແລະ ຮ້ອງ​ດ້ວຍ​ສຽງດັງ​ວ່າ, “ເຢຊູ​ບຸດ​ພຣະເຈົ້າ​ຜູ້​ສູງສຸດ​ເອີຍ, ທ່ານ​ມາ​ຫຍຸ້ງກ່ຽວ​ຫຍັງ​ກັບ​ຂ້ານ້ອຍ? ຂ້ານ້ອຍ​ຂໍຮ້ອງ​ທ່ານ​ສັນຍາ​ໃນ​ພຣະນາມ​ພຣະເຈົ້າ​ວ່າ ຈະ​ບໍ່​ທໍລະມານ​ຂ້ານ້ອຍ” ( 8ມັນ​ເວົ້າ​ເຊັ່ນ​ນີ້​ກໍ​ເພາະ​ພຣະເຢຊູເຈົ້າ​ໄດ້​ບອກ​ມັນ​ວ່າ, “ຜີຊົ່ວຮ້າຍ​ອອກ​ຈາກ​ຊາຍ​ຄົນ​ນີ້​ແມ”)
9ພຣະເຢຊູເຈົ້າ​ໄດ້​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ?”
ມັນ​ຕອບ​ວ່າ, “ຊື່​ກອງທັບ ເພາະ​ພວກ​ຂ້ານ້ອຍ​ມີ​ຢູ່​ດ້ວຍ​ກັນ​ຫລາຍ​ໂຕ.” 10ມັນ​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ ບໍ່​ໃຫ້​ຂັບໄລ່​ພວກ​ມັນ​ອອກ​ໄປ​ຈາກ​ເຂດແດນ​ນີ້.
11ຢູ່​ໃກ້​ພູ​ນັ້ນ ມີ​ໝູ​ຝູງ​ໃຫຍ່​ທີ່​ກຳລັງ​ຊອກ​ຫາ​ກິນ​ຢູ່​ຕາມ​ເນີນພູ. 12ດັ່ງນັ້ນ ຜີຊົ່ວຮ້າຍ​ທີ່​ສິງ​ຢູ່​ນັ້ນ ຈຶ່ງ​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ​ວ່າ, “ໃຫ້​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ​ສາ.” 13ພຣະອົງ​ອະນຸຍາດ​ໃຫ້​ພວກ​ມັນ ແລ້ວ​ຜີຊົ່ວຮ້າຍ​ຈຶ່ງ​ອອກ​ຈາກ​ຊາຍ​ຄົນ​ນັ້ນ ແລະ​ເຂົ້າ​ໄປ​ໃນ​ຝູງ​ໝູ, ໝູ​ທັງໝົດ​ປະມານ​ສອງພັນ​ໂຕ ກໍ​ຟ້າວ​ແລ່ນ​ລົງ​ຕະລິ່ງ​ຊັນ ແລະ​ໂຕນ​ລົງ​ທະເລສາບ​ຈົມ​ນໍ້າ​ຕາຍ​ໝົດ.
14ສ່ວນ​ພວກ​ລ້ຽງ​ໝູ​ຕ່າງ​ກໍ​ແລ່ນ​ໜີ ແລະ​ໄປ​ບອກ​ເລື່ອງ​ທີ່​ໄດ້​ເກີດຂຶ້ນ​ນັ້ນ​ຕາມ​ໃນ​ເມືອງ ແລະ​ຕາມ​ນອກ​ເມືອງ. ດັ່ງນັ້ນ ປະຊາຊົນ​ຈຶ່ງ​ອອກ​ມາ​ເບິ່ງ​ເຫດການ​ທີ່​ໄດ້​ເກີດຂຶ້ນ. 15ພວກເຂົາ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເຫັນ​ຊາຍ​ທີ່​ຜີມານຮ້າຍ​ເປັນ​ກອງທັບ​ເຄີຍ​ສິງ​ຢູ່ ເຫັນ​ລາວ​ນຸ່ງ​ເຄື່ອງ ແລະ​ນັ່ງ​ຮຽບຮ້ອຍ ໂດຍ​ມີ​ສະຕິ​ອາຣົມ​ເປັນ​ປົກກະຕິ​ດີ ແລະ​ປະຊາຊົນ​ເຫຼົ່ານີ້​ຕ່າງ​ກໍ​ສະທ້ານ​ຢ້ານກົວ​ຫລາຍ. 16ແລ້ວ​ພວກ​ທີ່​ໄດ້​ເຫັນ​ເຫດການ ກໍ​ເລົ່າ​ເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຄົນ​ຜີມານຮ້າຍ​ສິງ ແລະ​ກັບ​ຝູງ​ໝູ​ນັ້ນ​ສູ່​ປະຊາຊົນ​ຟັງ. 17ສະນັ້ນ ພວກເຂົາ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໜີໄປ​ຈາກ​ເຂດແດນ​ຂອງ​ພວກ​ຕົນ.
18ເມື່ອ​ພຣະເຢຊູເຈົ້າ​ກຳລັງ​ລົງ​ເຮືອ ຊາຍ​ທີ່​ຜີມານຮ້າຍ​ເຄີຍ​ສິງ​ນັ້ນ ກໍ​ອ້ອນວອນ​ຂໍ​ຢູ່​ກັບ​ພຣະອົງ.
19ແຕ່​ພຣະເຢຊູເຈົ້າ​ບໍ່​ໃຫ້​ລາວ​ໄປ​ນຳ ໂດຍ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ກັບ​ເມືອ​ບ້ານ ຫາ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ ແລະ​ບອກ​ພວກເຂົາ​ເຖິງ​ເຫດການ​ອັນ​ຍິ່ງໃຫຍ່ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກະທຳ​ສຳລັບ​ເຈົ້າ ແລະ​ພຣະ​ເມດຕາ​ທີ່​ມີ​ຕໍ່​ເຈົ້າ.” 20ສະນັ້ນ ຊາຍ​ຜູ້​ນີ້​ຈຶ່ງ​ລາ​ພຣະເຢຊູເຈົ້າ​ໄປ ແລະ​ຕັ້ງຕົ້ນ​ປະກາດ​ເລື່ອງ​ທີ່​ພຣະເຢຊູເຈົ້າ ໄດ້​ເຮັດ​ແກ່​ຕົນ​ໃນ​ແຂວງ​ເດກາໂປລີ, ແລ້ວ​ຄົນ​ທັງຫລາຍ​ທີ່​ໄດ້ຍິນ​ເລື່ອງ​ນີ້ ຕ່າງ​ກໍ​ງຶດ​ປະຫລາດ​ໃຈ.
ລູກສາວ​ຂອງ​ຢາອີໂຣ ແລະ​ຍິງ​ທີ່​ບາຍ​ເສື້ອ​ພຣະເຢຊູເຈົ້າ
(ມທ 9:18-26; ລກ 8:40-56)
21ເມື່ອ​ພຣະເຢຊູເຈົ້າ​ຂີ່​ເຮືອ​ຂ້າມ​ທະເລສາບ​ກັບ​ໄປ​ແລ້ວ ທີ່​ແຄມ​ທະເລສາບ​ນັ້ນ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ. 22ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຢາອີໂຣ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ເຂົາ​ເປັນ​ຫົວໜ້າ​ທຳມະສາລາ​ໃນ​ທ້ອງຖິ່ນ​ນັ້ນ ເມື່ອ​ເຂົາ​ເຫັນ​ພຣະເຢຊູເຈົ້າ​ຈຶ່ງ​ກົ້ມ​ຂາບລົງ​ທີ່​ຕີນ​ຂອງ​ພຣະອົງ 23ແລະ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ນຳ​ພຣະເຢຊູເຈົ້າ​ວ່າ, “ລູກສາວ​ຂ້ານ້ອຍ​ເຈັບ​ໜັກ​ໃກ້​ຈະ​ຕາຍ​ແລ້ວ ຂໍ​ທ່ານ​ກະລຸນາ​ໄປ​ວາງ​ມື​ໃສ່​ນາງ​ດ້ວຍ​ເຖີດ ເພື່ອ​ລາວ​ຈະ​ຫາຍ​ດີ ແລະ​ມີ​ຊີວິດ​ຢູ່.” 24ພຣະເຢຊູເຈົ້າ​ກໍ​ໄປ​ກັບ​ລາວ ມີ​ປະຊາຊົນ​ຢ່າງ​ໜາແໜ້ນ​ບຸບຽດ​ພຣະອົງ​ໄປ.
25ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດ​ຕົກ​ໄດ້​ສິບສອງ​ປີ​ແລ້ວ, 26ເຖິງ​ວ່າ​ນາງ​ໄດ້​ໄປ​ໃຫ້​ໝໍ​ຫລາຍ​ຄົນ​ປິ່ນປົວ ແລະ​ເສຍ​ເງິນ​ໄປ​ຢ່າງ​ຫລວງຫລາຍ​ແລ້ວ​ກໍຕາມ, ແຕ່​ພະຍາດ​ນີ້​ກໍ​ບໍ່ໄດ້​ທຸເລົາ​ລົງ​ເລີຍ ກັບ​ຮຸນແຮງ​ຂຶ້ນ​ກວ່າ​ເກົ່າ​ອີກ. 27ເມື່ອ​ນາງ​ໄດ້ຍິນ​ຄົນ​ເວົ້າ​ເຖິງ​ພຣະເຢຊູເຈົ້າ ນາງ​ຈຶ່ງ​ຍ່າງ​ມາ​ທາງ​ຫລັງ​ພຣະອົງ​ປົນ​ກັບ​ປະຊາຊົນ ແລະ​ບາຍ​ເຄື່ອງນຸ່ງ​ຂອງ​ພຣະອົງ 28ໂດຍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ເຮົາ​ໄດ້​ບາຍ​ພຽງແຕ່​ເຄື່ອງນຸ່ງ​ຂອງ​ເພິ່ນ​ເທົ່ານັ້ນ ເຮົາ​ກໍ​ຈະ​ດີ​ພະຍາດ.”
29ໃນ​ຂະນະທີ່​ນາງ​ບາຍ​ເຄື່ອງນຸ່ງ​ຂອງ​ພຣະອົງ ແລະ​ພະຍາດ​ເລືອດ​ຕົກ​ນັ້ນ ກໍ​ຢຸດ​ທັນທີ, ນາງ​ຮູ້ສຶກ​ໃນ​ຕົວ​ວ່າ​ຕົນ​ດີ​ພະຍາດ​ແລ້ວ. 30ຝ່າຍ​ພຣະເຢຊູເຈົ້າ​ກໍ​ຮູ້​ໄດ້​ໃນ​ທັນທີ​ວ່າ ຣິດ​ໄດ້​ອອກ​ຈາກ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ອວ່າຍ​ໜ້າ​ມາ​ທາງ​ປະຊາຊົນ ແລະ​ຖາມ​ວ່າ, “ຜູ້ໃດ​ບາຍ​ເຄື່ອງ​ນຸ່ງ​ເຮົາ?”
31ພວກ​ສາວົກ​ຂອງ​ພຣະອົງ​ຕອບ​ວ່າ, “ທ່ານ​ກໍ​ເຫັນ​ແລ້ວ​ວ່າ ປະຊາຊົນ​ບຸບຽດ​ທ່ານ​ສໍ່າ​ໃດ? ເປັນຫຍັງ​ທ່ານ​ຈຶ່ງ​ຖາມ​ວ່າ ຜູ້ໃດ​ບາຍ​ທ່ານ?”
32ແຕ່​ພຣະເຢຊູເຈົ້າ​ໄດ້​ຫລຽວ​ໄປ​ອ້ອມໆ​ພຣະອົງ ເພື່ອ​ຊອກ​ເບິ່ງ​ວ່າ​ຜູ້ໃດ​ເປັນ​ຜູ້​ເຮັດ. 33ສ່ວນ​ຍິງ​ຜູ້​ນັ້ນ​ກໍ​ຢ້ານກົວ​ຈົນ​ຕົວ​ສັ່ນ ເພາະ​ຮູ້​ດີ​ເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຕົນ. ສະນັ້ນ ນາງ​ຈຶ່ງ​ມາ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ເວົ້າ​ຄວາມຈິງ​ທັງໝົດ​ສູ່​ພຣະອົງ​ຟັງ. 34ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ລູກ​ຍິງ​ເອີຍ ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ ຈົ່ງ​ໄປ​ເປັນ​ສຸກ ແລະ​ດີ​ພະຍາດ​ສາ.”
35ໃນ​ຂະນະທີ່​ພຣະເຢຊູເຈົ້າ​ຍັງ​ກ່າວ​ຢູ່ ກໍ​ມີ​ຜູ້ນຳ​ຂ່າວ​ບາງຄົນ​ແຕ່​ເຮືອນ​ຢາອີໂຣ​ມາ​ບອກ​ວ່າ, “ລູກສາວ​ຂອງ​ເຈົ້າ​ຕາຍ​ແລ້ວ ຍັງ​ລົບກວນ​ອາຈານ​ເຮັດ​ຫຍັງ?”
36ແຕ່​ພຣະເຢຊູເຈົ້າ​ບໍ່​ສົນໃຈ​ນຳ ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ ແລະ​ກ່າວ​ແກ່​ຢາອີໂຣ​ວ່າ, “ຢ່າ​ວິຕົກ​ເລີຍ ຈົ່ງ​ເຊື່ອ​ເທົ່ານັ້ນ.” 37ພຣະອົງ​ກໍ​ບໍ່​ຊົງ​ອະນຸຍາດ​ໃຫ້​ຜູ້ໃດ​ໄປ​ນຳ​ພຣະອົງ ນອກຈາກ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ຢາໂກໂບ. 38ເມື່ອ​ມາ​ຮອດ​ເຮືອນ​ຂອງ​ຫົວໜ້າ​ທຳມະສາລາ​ແລ້ວ ພຣະອົງ​ກໍ​ເຫັນ​ຄົນ​ວຸ້ນວາຍ​ຢູ່ ຄື​ຮ້ອງໄຫ້​ແລະ​ສົ່ງ​ສຽງ​ຄໍ່າຄວນ. 39ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ວຸ້ນວາຍ ແລະ​ຮ້ອງໄຫ້​ຄໍ່າຄວນ​ເຮັດ​ຫຍັງ? ເດັກ​ຍິງ​ຜູ້​ນີ້​ບໍ່ໄດ້​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ເທົ່ານັ້ນ.”
40ພວກເຂົາ​ພາກັນ​ຫົວຂວັນ​ພຣະອົງ. ສະນັ້ນ ພຣະອົງ​ຈຶ່ງ​ໄລ່​ທຸກຄົນ​ໃຫ້​ອອກ​ໄປ​ໝົດ ແລະ​ເອົາ​ແຕ່​ພໍ່​ແມ່​ເດັກນ້ອຍ​ກັບ​ສາວົກ​ສາມ​ຄົນ​ເທົ່ານັ້ນ ເຂົ້າ​ໄປ​ໃນ​ຫ້ອງ​ທີ່​ເດັກນ້ອຍ​ນອນ​ຢູ່. 41ພຣະອົງ​ຈັບ​ມື​ເດັກນ້ອຍ​ນັ້ນ ແລະ​ກ່າວ​ແກ່​ນາງ​ວ່າ, “ຕາລີທາກຸມ” ໝາຍຄວາມວ່າ: ນາງ​ນ້ອຍ​ເອີຍ ຈົ່ງ​ລຸກ​ຂຶ້ນ.
42ໃນ​ທັນໃດນັ້ນ ເດັກ​ຍິງ​ກໍ​ລຸກ​ຂຶ້ນ ແລະ​ຍ່າງ​ໄປມາ. (ນາງ​ອາຍຸ​ໄດ້​ສິບສອງ​ປີ​ແລ້ວ) ພວກເຂົາ​ໄດ້​ງຶດ​ປະຫລາດ​ໃຈ​ຫລາຍ. 43ແຕ່​ພຣະເຢຊູເຈົ້າ​ໄດ້​ສັ່ງ​ຫ້າມ​ພວກເຂົາ ບໍ່​ໃຫ້​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ​ເປັນ​ເດັດຂາດ ແລ້ວ​ພຣະອົງ​ກໍ​ກ່າວ​ວ່າ, “ຈົ່ງ​ເອົາ​ອາຫານ​ມາ​ໃຫ້​ນາງ​ກິນ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in