YouVersion Logo
Search Icon

ມັດທາຍ 28:12-15

ມັດທາຍ 28:12-15 ພຄພ

ພວກ​ຫົວໜ້າ​ປະໂຣຫິດ​ຈຶ່ງ​ປະຊຸມ​ກັນ​ກັບ​ພວກ​ເຖົ້າແກ່ ແລະ​ໄດ້​ເອົາ​ເງິນ​ຈຳນວນ​ຫລາຍ​ໃຫ້​ພວກ​ທະຫານ​ຍາມ ແລະ ສັ່ງ​ວ່າ, “ໃຫ້​ພວກເຈົ້າ​ເວົ້າ​ວ່າ, ‘ພວກ​ສາວົກ​ຂອງ​ລາວ​ໄດ້​ມາ​ລັກ​ເອົາ​ສົບ​ໄປ​ໃນ​ຕອນ​ກາງຄືນ ໃນ​ຂະນະທີ່​ພວກເຮົາ​ນອນ​ຫລັບ​ຢູ່.’ ຖ້າ​ທ່ານ​ຜູ້​ປົກຄອງ​ຮູ້​ເຖິງ​ເລື່ອງ​ນີ້ ພວກເຮົາ​ຈະ​ຊັກຊວນ​ເອົາ​ໃຈ​ເພິ່ນ ແລະ​ຊ່ວຍ​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ທຸກ​ຮ້ອນ​ໃຈ.” ເມື່ອ​ພວກ​ທະຫານ​ຍາມ​ຮັບ​ເອົາ​ເງິນ​ແລ້ວ ກໍ​ເຮັດ​ຕາມ​ຄຳແນະນຳ​ນັ້ນ ເລື່ອງ​ນີ້​ຈຶ່ງ​ເປັນ​ທີ່​ເລົ່າລືກັນ ໃນ​ທ່າມກາງ​ຊາວ​ຢິວ​ຈົນເຖິງ​ທຸກ​ວັນນີ້.