ມັດທາຍ 24:37-39
ມັດທາຍ 24:37-39 ພຄພ
ເມື່ອບຸດມະນຸດມານັ້ນ ເຫດການຈະເປັນດັ່ງທີ່ໄດ້ເກີດຂຶ້ນໃນສະໄໝຂອງໂນອາ. ກ່ອນວັນນໍ້າໄດ້ຖ້ວມໂລກນັ້ນ ປະຊາຊົນໄດ້ກິນແລະໄດ້ດື່ມ ແລະໄດ້ເອົາກັນເປັນຜົວເປັນເມຍ ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອ, ແຕ່ພວກເຂົາບໍ່ໄດ້ສຳນຶກຫຍັງເລີຍ ຈົນກວ່ານໍ້າໄຫລມາຖ້ວມກວາດເອົາພວກເຂົາໃຫ້ດັບສູນໄປ ເມື່ອບຸດມະນຸດມາ ກໍຈະເປັນດັ່ງນັ້ນແຫລະ.