YouVersion Logo
Search Icon

ມັດທາຍ 21

21
ພຣະເຢຊູເຈົ້າ​ເຂົ້າ​ໄປ​ນະຄອນ​ເຢຣູຊາເລັມ​ຢ່າງ​ມີໄຊ
(ມຣກ 11:1-11; ລກ 19:28-40; ຢຮ 12:12-19)
1ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ເຂົ້າ​ໄປ​ໃກ້​ນະຄອນ​ເຢຣູຊາເລັມ​ແລ້ວ ກໍ​ມາ​ຮອດ​ບ້ານ​ເບັດຟາເຄ ທີ່​ພູເຂົາ​ໝາກກອກເທດ ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ລ່ວງໜ້າ​ໄປກ່ອນ 2ໂດຍ​ສັ່ງ​ພວກເພິ່ນ​ວ່າ, “ຈົ່ງ​ເຂົ້າ​ໄປ​ທີ່​ບ້ານ​ຂ້າງ​ໜ້າ​ນັ້ນ ແລະ​ເມື່ອ​ໄປ​ຮອດ ພວກເຈົ້າ​ກໍ​ຈະ​ພົບ​ລໍ​ແມ່​ໂຕໜຶ່ງ​ຖືກ​ມັດ​ຢູ່​ກັບ​ລູກ​ຂອງ​ມັນ ຈົ່ງ​ແກ້​ມັນ​ອອກ​ແລະ​ຈູງ​ມາ​ຫາ​ເຮົາ. 3ຖ້າ​ມີ​ຜູ້ໃດ​ເວົ້າ​ສິ່ງໃດ ຈົ່ງ​ບອກ​ຜູ້​ນັ້ນ​ວ່າ, ‘ພຣະອົງເຈົ້າ ຕ້ອງການ.’ ແລ້ວ​ລາວ​ກໍ​ຈະ​ປ່ອຍ​ໃຫ້​ທັນທີ.”
4ເຫດການ​ໄດ້​ເກີດຂຶ້ນ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ກ່າວ​ໄວ້​ວ່າ,
5 “ຈົ່ງ​ກ່າວ​ບອກ​ປະຊາຊົນ​
ນະຄອນ​ຊີໂອນ​ວ່າ,
‘ເບິ່ງແມ! ກະສັດ​ຂອງ​ເຈົ້າ​ກຳລັງ
ສະເດັດ​ມາ​ຫາ​ເຈົ້າ
ເພິ່ນ​ເປັນ​ຜູ້​ໃຈ​ອ່ອນ​ສຸພາບ
ແລະ​ນັ່ງ​ເທິງ​ຫລັງ​ລໍ
ຄື​ນັ່ງ​ເທິງ​ຫລັງ​ລໍ​ນ້ອຍ​
ລູກ​ສັດ​ໃຊ້​ໂຕໜຶ່ງ.”’
6ສາວົກ​ທັງສອງ​ຈຶ່ງ​ໄປ​ເຮັດ​ຕາມ​ທີ່​ພຣະເຢຊູເຈົ້າ​ສັ່ງ. 7ພວກເພິ່ນ​ຈູງ​ລໍ​ແມ່​ແລະ​ລູກ​ຂອງ​ມັນ​ມາ ເອົາ​ເສື້ອຜ້າ​ຂອງ​ພວກ​ຕົນ​ປົກ​ຫລັງ​ມັນ ແລ້ວ​ໃຫ້​ພຣະເຢຊູເຈົ້າ​ຂຶ້ນ​ຂີ່. 8ແລ້ວ​ປະຊາຊົນ​ຕ່າງ​ກໍ​ວາງ​ເສື້ອຜ້າ​ຂອງຕົນ​ປູ​ຕາມ​ທາງ ບາງຄົນ​ຕັດ​ຟົດ​ໄມ້​ມາ​ປູ​ຕາມ​ທາງ. 9ປະຊາຊົນ​ທີ່​ຍ່າງ​ໄປ​ທາງ​ຫລັງ​ພຣະອົງ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ແດ່​ບຸດ​ຂອງ​ດາວິດ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ​ຜູ້​ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ ໂຮຊັນນາ​ໃນ​ທີ່​ສູງສຸດ.”
10ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ນະຄອນ​ເຢຣູຊາເລັມ​ແລ້ວ ປະຊາຊົນ​ທົ່ວ​ທັງ​ນະຄອນ​ກໍ​ແຕກຕື່ນ ແລະ​ຖາມ​ກັນ​ວ່າ, “ຄົນ​ນີ້​ແມ່ນ​ຜູ້ໃດ?”
11ປະຊາຊົນ​ຕອບ​ວ່າ, “ຄົນ​ນີ້​ແມ່ນ​ພຣະເຢຊູເຈົ້າ ຜູ້ທຳນວາຍ​ທີ່​ມາ​ຈາກ​ເມືອງ​ນາຊາເຣັດ ແຂວງ​ຄາລີເລ.”
ພຣະເຢຊູເຈົ້າ​ຊົງ​ຊຳລະ​ພຣະວິຫານ
(ມຣກ 11:15-19; ລກ 19:45-48; ຢຮ 2:13-22)
12ແລ້ວ​ພຣະເຢຊູເຈົ້າ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ຂັບໄລ່​ບັນດາ​ຄົນ​ຊື້​ຂາຍ​ໃນ​ທີ່ນັ້ນ​ອອກ​ໄປ ແລະ​ຂວໍ້າ​ໂຕະ​ຂອງ​ຄົນ​ແລກປ່ຽນ​ເງິນ​ກັບ​ບ່ອນ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ. 13ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະວິຫານ​ຂອງເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ ສະຖານທີ່​ແຫ່ງ​ການ​ໄຫວ້ວອນ,’ ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ.”
14ແລ້ວ​ຄົນ​ຕາບອດ ແລະ​ຄົນ​ຂາ​ພິການ​ກໍ​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ພຣະວິຫານ ແລະ ພຣະອົງ​ກໍ​ຊົງ​ໂຜດ​ພວກເຂົາ​ໃຫ້​ຫາຍ​ດີ. 15ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ທຳມະຈານ​ຈຶ່ງ​ຂັດເຄືອງ​ໃຈ ເມື່ອ​ໄດ້​ເຫັນ​ສິ່ງ​ທີ່​ອັດສະຈັນ ຊຶ່ງ​ພຣະອົງ​ຊົງ​ກະທຳ ແລະ​ໄດ້ຍິນ​ພວກ​ເດັກນ້ອຍ​ຮ້ອງ​ໃນ​ພຣະວິຫານ​ວ່າ, “ໂຮຊັນນາ​ແດ່​ບຸດ​ດາວິດ.” 16ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ໄດ້ຍິນ​ຄຳ​ທີ່​ພວກເຂົາ​ກຳລັງ​ຮ້ອງ​ນັ້ນ​ບໍ?”
ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໄດ້ຍິນ​ແລ້ວ ພວກເຈົ້າ​ບໍ່ເຄີຍ​ອ່ານ​ຈັກເທື່ອ​ບໍ​ໃນ​ຄຳ​ທີ່​ວ່າ, ‘ພຣະອົງ​ຊົງ​ຈັດ​ໃຫ້​ຄຳ​ສັນລະເສີນ​ອັນ​ແທ້ຈິງ ອອກ​ມາ​ຈາກ​ປາກ​ຂອງ​ເດັກນ້ອຍ​ອ່ອນ ແລະ​ຜູ້​ທີ່​ຍັງ​ກິນ​ນໍ້ານົມ​ຢູ່.”’
17ແລ້ວ​ພຣະເຢຊູເຈົ້າ​ກໍ​ສະເດັດ​ຈາກ​ພວກເຂົາ ອອກ​ຈາກ​ເມືອງ​ໄປ​ຍັງ​ບ້ານ​ເບັດທານີ ເພື່ອ​ພັກ​ນອນ​ຢູ່​ທີ່​ນັ້ນ.
ພຣະເຢຊູເຈົ້າ​ສາບແຊ່ງ​ຕົ້ນ​ເດື່ອເທດ
(ມຣກ 11:12-14,20-24)
18ແຕ່​ເຊົ້າ​ຂອງ​ວັນ​ຕໍ່ມາ ຂະນະທີ່​ພຣະເຢຊູເຈົ້າ​ສະເດັດ​ຄືນ​ເຂົ້າ​ໄປ​ໃນ​ນະຄອນ ພຣະອົງ​ຊົງ​ຫິວ​ອາຫານ. 19ເມື່ອ​ພຣະອົງ​ເຫັນ​ຕົ້ນ​ເດື່ອເທດ​ກົກ​ໜຶ່ງ ຢູ່​ແຄມ​ທາງ​ຈຶ່ງ​ຍ່າງ​ໄປ​ທີ່​ຕົ້ນໄມ້​ນັ້ນ ແລະ​ເຫັນ​ວ່າ​ບໍ່ມີ​ໝາກ ມີ​ແຕ່​ໃບ​ເທົ່ານັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ເດື່ອເທດ​ວ່າ, “ມຶງ​ຢ່າ​ໄດ້​ເກີດ​ໝາກ​ອີກ​ຕໍ່ໄປ​ຈັກເທື່ອ” ໃນ​ທັນໃດນັ້ນ ຕົ້ນ​ເດື່ອເທດ​ກໍ​ຫ່ຽວແຫ້ງ​ລົງ.
20ເມື່ອ​ພວກ​ສາວົກ​ເຫັນ​ເຊັ່ນນີ້ ກໍ​ປະຫລາດ​ໃຈ​ພວກເພິ່ນ​ເວົ້າ​ວ່າ, “ດ້ວຍເຫດໃດ​ໜໍ ຕົ້ນ​ເດື່ອເທດ​ຈຶ່ງ​ຫ່ຽວແຫ້ງ​ຕາຍ​ໃນ​ທັນທີ?”
21ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ແລະ​ບໍ່​ສົງໄສ ພວກເຈົ້າ​ກໍ​ເຮັດ​ຕໍ່​ຕົ້ນ​ເດື່ອເທດ​ນີ້​ໄດ້ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ ບໍ່​ພຽງ​ເທົ່ານັ້ນ ພວກເຈົ້າ​ຈະ​ສາມາດ​ສັ່ງ​ແມ່ນແຕ່​ພູເຂົາ​ໜ່ວຍ​ນີ້​ວ່າ ‘ຈົ່ງ​ເຈື່ອນ​ລົງ​ໄປ​ສູ່​ທະເລ’ ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ. 22ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ພາວັນນາ​ອະທິຖານ​ຂໍ​ໃນ​ສິ່ງ​ນັ້ນ.”
ເລື່ອງ​ສິດ​ອຳນາດ​ຂອງ​ພຣະເຢຊູເຈົ້າ
(ມຣກ 11:27-33; ລກ 20:1-8)
23ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ພຣະວິຫານ, ໃນ​ຂະນະທີ່​ກຳລັງ​ສັ່ງສອນ​ຢູ່​ນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່ ກໍ​ມາ​ຫາ​ພຣະອົງ ແລະ​ຖາມ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ເຮັດ​ການ​ເຫຼົ່ານີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”
24ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ຂໍ​ຖາມ​ພວກເຈົ້າ​ພຽງ​ຂໍ້​ດຽວ ແລະ​ຖ້າ​ພວກເຈົ້າ​ໃຫ້​ຄຳຕອບ​ແກ່​ເຮົາ, ເຮົາ​ກໍ​ຈະ​ບອກ​ພວກເຈົ້າ​ວ່າ ດ້ວຍ​ສິດ​ອັນ​ໃດ​ທີ່​ເຮົາ​ເຮັດ​ການ​ເຫຼົ່ານີ້. 25ຄື​ຜູ້ໃດ​ໃຫ້​ສິດ​ແກ່​ໂຢຮັນ​ເພື່ອ​ໃຫ້​ຮັບ​ບັບຕິສະມາ ພຣະເຈົ້າ​ໃຫ້​ຫລື​ວ່າ​ມະນຸດ​ໃຫ້?”
ພວກເຂົາ​ຈຶ່ງ​ໄດ້​ປຶກສາ​ກັນ​ວ່າ, “ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພວກເຮົາ​ຕອບ​ວ່າ ‘ພຣະເຈົ້າ​ໃຫ້’ ລາວ​ກໍ​ຈະ​ຖາມ​ວ່າ ‘ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’ 26ແຕ່​ຖ້າ​ພວກເຮົາ​ຕອບ​ວ່າ, ‘ມະນຸດ​ໃຫ້’ ພວກເຮົາ​ກໍ​ຢ້ານ​ປະຊາຊົນ ເພາະ​ທຸກຄົນ​ເຊື່ອ​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ.” 27ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້.”
ແລ້ວ​ພຣະອົງ​ກໍ​ຕອບ​ພວກເຂົາ​ວ່າ, “ຝ່າຍ​ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ ດ້ວຍ​ສິດ​ຫຍັງ​ເຮົາ​ຈຶ່ງ​ເຮັດ​ການ​ເຫຼົ່ານີ້.”
ຄຳອຸປະມາ​ເລື່ອງ​ລູກຊາຍ​ສອງ​ຄົນ
28“ແຕ່​ພວກເຈົ້າ​ຄິດ​ຢ່າງ​ໃດ​ກ່ຽວກັບ​ເລື່ອງ​ນີ້? ຊາຍ​ຜູ້ໜຶ່ງ​ມີ​ລູກຊາຍ​ສອງ​ຄົນ ລາວ​ໄປ​ຫາ​ລູກກົກ ແລະ​ສັ່ງ​ວ່າ, ‘ລູກ​ເອີຍ ວັນ​ນີ້​ເຈົ້າ​ຈົ່ງ​ໄປ​ເຮັດ​ວຽກ​ໃນ​ສວນ​ອະງຸ່ນ​ເດີ.’ 29ເຂົາ​ຕອບ​ພໍ່​ວ່າ ‘ລູກ​ບໍ່​ໄປ’, ແຕ່​ຕໍ່ມາ ເຂົາ​ເລີຍ​ປ່ຽນ​ໃຈ​ແລ້ວ​ກໍ​ໄປ. 30ແລ້ວ​ພໍ່​ກໍ​ໄປ​ຫາ​ລູກຊາຍ​ຜູ້​ທີ​ສອງ ແລະ​ສັ່ງ​ຢ່າງ​ດຽວກັນ ລູກ​ຂອງ​ລາວ​ຕອບ​ວ່າ, ‘ເຈົ້າ ລູກ​ຈະ​ໄປ’, ແຕ່​ເຂົາ​ບໍ່​ໄປ. 31ໃນ​ລູກ​ສອງ​ຄົນ​ນີ້​ຜູ້ໃດ​ເຮັດ​ຕາມໃຈ​ຂອງ​ພໍ່?”
ພວກເຂົາ​ຕອບ​ວ່າ, “ແມ່ນ​ລູກກົກ.”
ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຄົນ​ເກັບພາສີ​ແລະ​ຍິງ​ໂສເພນີ ກຳລັງ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກ່ອນ​ພວກເຈົ້າ. 32ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ຊີ້​ບອກ​ທາງ​ທີ່​ຖືກຕ້ອງ​ໃຫ້​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ເຊື່ອ​ເພິ່ນ, ສ່ວນ​ຄົນ​ເກັບພາສີ​ແລະ​ຍິງ​ໂສເພນີ​ໄດ້​ເຊື່ອ​ເພິ່ນ, ຝ່າຍ​ພວກເຈົ້າ​ເຖິງ​ແມ່ນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ກໍຕາມ, ແຕ່​ພາຍລຸນ​ມາ​ພວກເຈົ້າ​ກໍ​ບໍ່​ກັບໃຈ ແລະ​ເຊື່ອ​ເພິ່ນ.”
ຄຳອຸປະມາ​ເລື່ອງ​ຄົນ​ເຊົ່າ​ສວນ​ອະງຸ່ນ
(ມຣກ 12:1-12; ລກ 20:9-19)
33“ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ໜຶ່ງ​ອີກ ມີ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ຢຽບ​ໝາກ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້. ເພິ່ນ​ໄດ້​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ອອກ​ໄປ​ຈາກ​ທີ່​ນັ້ນ. 34ພໍ​ເຖິງ​ລະດູ​ເກັບກ່ຽວ​ມາ ເພິ່ນ​ກໍ​ໃຊ້​ບັນດາ​ຜູ້ຮັບໃຊ້​ຂອງຕົນ​ໄປ​ຫາ​ພວກ​ເຊົ່າ​ສວນ ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຂອງຕົນ. 35ແຕ່​ພວກ​ຄົນ​ເຊົ່າ​ສວນ​ນັ້ນ ໄດ້​ຈັບ​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ, ຂ້ຽນຕີ​ຜູ້ໜຶ່ງ, ຂ້າ​ຜູ້ໜຶ່ງ ແລະ​ເອົາ​ຫີນ​ແກວ່ງ​ໃສ່​ຜູ້ໜຶ່ງ. 36ເຈົ້າ​ຂອງ​ສວນ​ໄດ້​ໃຊ້​ຜູ້ຮັບໃຊ້​ຄົນອື່ນໆ​ໄປ​ອີກ ເປັນ​ຈຳນວນ​ຫລວງຫລາຍ​ກວ່າ​ຄັ້ງ​ທຳອິດ, ແຕ່​ພວກ​ຄົນ​ເຊົ່າ​ສວນ​ກໍ​ເຮັດ​ຕໍ່​ຄົນ​ເຫຼົ່ານັ້ນ​ເຊັ່ນດຽວ​ກັນ. 37ໃນ​ທີ່ສຸດ​ເພິ່ນ​ຈຶ່ງ​ໃຊ້​ລູກຊາຍ​ຂອງຕົນ ໄປ​ຫາ​ພວກເຂົາ​ໂດຍ​ຄິດ​ວ່າ ‘ພວກເຂົາ​ຄົງ​ຈະ​ໃຫ້​ຄວາມນັບຖື​ແກ່​ລູກຊາຍ​ຂອງເຮົາ​ຢ່າງ​ແນ່ນອນ.’ 38ແຕ່​ເມື່ອ​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ ເຫັນ​ລູກຊາຍ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ເຈົ້າ​ຂອງ​ມໍຣະດົກ ຈົ່ງ​ຂ້າ​ມັນ​ເສຍ ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ມໍຣະດົກ​ຂອງ​ມັນ’ 39ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າ​ຂອງ​ສວນ​ໂຍນ​ຖິ້ມ​ອອກ​ໄປ​ນອກ​ສວນ​ແລ້ວ​ຂ້າ​ເສຍ.
40ເຫດສະນັ້ນ ເມື່ອ​ເຈົ້າ​ຂອງ​ສວນອະງຸ່ນ​ມາ ເພິ່ນ​ຈະ​ເຮັດ​ຢ່າງ​ໃດ​ຕໍ່​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ?”
41ພວກເຂົາ​ຕອບ​ວ່າ, “ເພິ່ນ​ຈະ​ຕ້ອງ​ລົງໂທດ​ຄົນຊົ່ວ​ເຫຼົ່ານັ້ນ​ຢ່າງ​ຮ້າຍແຮງ ແລະ​ຂ້າ​ຖິ້ມ​ເສຍ, ແລ້ວ​ຍົກ​ສວນ​ອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ ຄື​ຜູ້​ຈະ​ນຳ​ຜົນ​ທີ່​ເກັບ​ໄດ້ ມາ​ໃຫ້​ເພິ່ນ​ຖືກຕ້ອງ​ຕາມ​ລະດູ​ການ.”
42ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ເຄີຍ​ອ່ານ​ໃນ​ພຣະຄຳພີ​ບໍ? ໃນ​ຕອນ​ທີ່​ກ່າວ​ວ່າ,
‘ຫີນ​ທີ່​ນາຍ​ຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ
ເພາະ​ຖື​ວ່າ​ໄຮ້​ຄ່າ
ກໍ​ກາຍເປັນ​ຫີນ​ເສົາ​ເອກ
ສຳຄັນ​ກວ່າ​ໝູ່​ໝົດ.
ເລື່ອງ​ນີ້​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ
ຜູ້​ຊຶ່ງ​ເປັນ​ການ​ປະຫລາດ
ແກ່​ຕາ​ຂອງ​ພວກເຮົາ.”’
43ເພາະສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, “ຣາຊອານາຈັກ​ຂອງ​ພຣະເຈົ້າ​ຈະ​ຖືກ​ຍົກ​ໜີໄປ​ຈາກ​ພວກເຈົ້າ ແລະ​ມອບ​ໃຫ້​ແກ່​ຊົນຊາດ​ໜຶ່ງ ຊຶ່ງ​ຈະ​ໃຫ້​ຜົນ​ດີ​ສົມ​ກັບ​ຊົນຊາດ​ນັ້ນ. [44ຜູ້ໃດ​ລົ້ມ​ທັບ​ຫີນ​ນີ້ ຜູ້ນັ້ນ​ຈະ​ຕ້ອງ​ແຕກ​ຫັກ​ໄປ ແຕ່​ຖ້າ​ຫີນ​ນັ້ນ​ຈະ​ຕົກ​ທັບ​ຜູ້ໃດ ຜູ້ນັ້ນ​ຈະ​ແຫລກ​ໝຸ່ນ​ໄປ.”]
45ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ໄດ້ຍິນ​ຄຳອຸປະມາ​ນີ້ ກໍ​ຮູ້​ໄດ້​ວ່າ​ພຣະອົງ​ເວົ້າ​ເຖິງ​ພວກເຂົາ, 46ດັ່ງນັ້ນ ພວກເຂົາ​ຈຶ່ງ​ພະຍາຍາມ​ຈັບ​ພຣະອົງ ແຕ່​ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ປະຊາຊົນ​ຖື​ວ່າ​ພຣະເຢຊູເຈົ້າ​ເປັນ​ຜູ້ທຳນວາຍ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in