YouVersion Logo
Search Icon

ມັດທາຍ 14:22-33

ມັດທາຍ 14:22-33 ພຄພ

ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ກໍ​ຈັດ​ໃຫ້​ພວກ​ສາວົກ​ລົງ​ຂີ່​ເຮືອ​ຂ້າມ​ຟາກ​ໄປ​ກ່ອນ ຂະນະ​ດຽວກັນ​ພຣະອົງ​ກໍ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ. ຫລັງຈາກ​ປະຊາຊົນ​ເລີກ​ເມືອ​ໝົດ​ແລ້ວ ພຣະອົງ​ກໍ​ຂຶ້ນ​ໄປ​ເທິງ​ພູ​ແຕ່​ຜູ້​ດຽວ ເພື່ອ​ພາວັນນາ​ອະທິຖານ. ເມື່ອ​ຄໍ່າ​ມາ ພຣະອົງ​ກໍ​ຍັງ​ຢູ່​ທີ່​ນັ້ນ​ແຕ່​ຜູ້​ດຽວ, ສ່ວນ​ເຮືອ​ທີ່​ພວກ​ສາວົກ​ຂີ່​ໄປ​ນັ້ນ​ກໍ​ອອກ​ຫ່າງໄກ​ຈາກ​ຝັ່ງ ແລະ​ຖືກ​ຟອງ​ນໍ້າ​ທະເລສາບ​ຕີ​ພັດ​ໄປມາ ເພາະ​ເຮືອ​ຕ້ານ​ທວນ​ລົມ. ລະຫວ່າງ​ສາມ​ໂມງ​ຂ້ອນ​ແຈ້ງ​ຫາ​ຫົກ​ໂມງ​ເຊົ້າ, ພຣະເຢຊູເຈົ້າ​ຊົງ​ຍ່າງ​ເທິງ​ໜ້າ​ນໍ້າ​ມາ​ຫາ​ພວກ​ສາວົກ. ເມື່ອ​ພວກເພິ່ນ​ເຫັນ​ພຣະອົງ​ຍ່າງ​ເທິງ​ໜ້າ​ນໍ້າ ຕ່າງ​ກໍ​ສະທ້ານ​ຢ້ານກົວ​ທີ່ສຸດ​ໂດຍ​ຮ້ອງ​ຂຶ້ນ​ວ່າ, “ຜີ!” ພວກເພິ່ນ​ຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຢ້ານ. ແຕ່​ພຣະເຢຊູເຈົ້າ​ກ່າວ​ໂດຍ​ທັນທີ “ຈົ່ງ​ດີ​ໃຈ​ເຖີດ ແມ່ນ​ເຮົາ​ເອງ​ຢ່າສູ່ຢ້ານ.” ແລ້ວ​ເປໂຕ​ກໍ​ເວົ້າ​ຂຶ້ນ​ວ່າ, “ພຣະອົງເຈົ້າ​ເອີຍ, ຖ້າ​ແມ່ນ​ທ່ານ​ແທ້ ໂຜດ​ສັ່ງ​ໃຫ້​ຂ້ານ້ອຍ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ທ່ານ​ແດ່ທ້ອນ.” ພຣະເຢຊູເຈົ້າ​ຕອບ​ວ່າ, “ມາແມ.” ດັ່ງນັ້ນ ເປໂຕ​ຈຶ່ງ​ອອກ​ຈາກ​ເຮືອ​ຍ່າງ​ເທິງ​ໜ້າ​ນໍ້າ​ໄປ​ຫາ​ພຣະເຢຊູເຈົ້າ. ແຕ່​ເມື່ອ​ເປໂຕ​ເຫັນ​ລົມ​ພັດ​ມາ​ແຮງ​ກໍ​ຢ້ານ ແລະ​ກຳລັງ​ຈະ​ຈົມ​ລົງ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ພຣະອົງເຈົ້າ​ເອີຍ ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ.” ໃນ​ທັນໃດນັ້ນ ພຣະເຢຊູເຈົ້າ​ກໍ​ເດ່​ມື​ອອກ​ໄປ​ຈັບ​ລາວ​ໄວ້ ແລ້ວ​ກ່າວ​ວ່າ, “ໂອ ຜູ້​ມີ​ຄວາມເຊື່ອ​ໜ້ອຍ​ເອີຍ ເປັນຫຍັງ​ຈຶ່ງ​ສົງໄສ?” ເມື່ອ​ທັງສອງ​ໄດ້​ຂຶ້ນ​ໄປ​ໃນ​ເຮືອ​ແລ້ວ ລົມ​ກໍ​ເຊົາ​ພັດ. ແລ້ວ​ພວກ​ສາວົກ​ທີ່​ຢູ່​ໃນ​ເຮືອ​ນັ້ນ ກໍ​ກົ້ມ​ລົງ​ຂາບ​ພຣະເຢຊູເຈົ້າ ແລ້ວ​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ແທ້ຈິງ.”