ລະບຽບ^ພວກເລວີ 8
8
ໂມເຊສະຖາປະນາອາໂຣນແລະພວກລູກຊາຍ
(ອພຍ 29:1-37)
1ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, 2“ຈົ່ງນຳອາໂຣນແລະພວກລູກຊາຍຂອງລາວ ມາທີ່ປະຕູເຂົ້າຫໍເຕັນບ່ອນເຮົາມາປາກົດ ແລ້ວເອົາເຄື່ອງປະຈຳຕຳແໜ່ງປະໂຣຫິດມາພ້ອມກັບນໍ້າມັນເຈີມສັກສິດ, ງົວເຖິກໜຸ່ມໂຕໜຶ່ງເພື່ອຖວາຍລຶບລ້າງບາບ, ແກະເຖິກ ສອງໂຕ ແລະກະຕ່າເຂົ້າຈີ່ບໍ່ມີເຊື້ອແປ້ງ. 3ແລ້ວຈົ່ງເອີ້ນຊຸມຊົນອິດສະຣາເອນທັງໝົດ ມາເຕົ້າໂຮມກັນຢູ່ທີ່ທາງເຂົ້າຂອງຫໍເຕັນບ່ອນຊຸມນຸມ.”
4ໂມເຊໄດ້ເຮັດຕາມສິ່ງທີ່ພຣະເຈົ້າຢາເວສັ່ງນັ້ນ ແລະເມື່ອຊຸມຊົນໄດ້ມາເຕົ້າໂຮມກັນທີ່ທາງເຂົ້າຂອງຫໍເຕັນບ່ອນຊຸມນຸມ. 5ເພິ່ນໄດ້ກ່າວແກ່ພວກເຂົາວ່າ, “ສິ່ງທີ່ຂ້າພະເຈົ້າຈະເຮັດໄປນີ້ ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ເຮັດ.”
6ແລ້ວໂມເຊກໍນຳອາໂຣນແລະພວກລູກຊາຍຂອງລາວ ອອກມາຂ້າງໜ້າ ແລະໃຫ້ພວກເຂົາຮັບພິທີອາບນໍ້າຊຳລະ. 7ເມື່ອອາບແລ້ວໆ ເພິ່ນໄດ້ເອົາເສື້ອຊ້ອນໃນແລະເສື້ອຄຸມ ໃສ່ໃຫ້ອາໂຣນແລະເອົາຜ້າຮັດແອວລາວ. ເພິ່ນໄດ້ສຸບເສື້ອຄຸມສັ້ນເອໂຟດ ໃສ່ໃຫ້ ແລ້ວກໍເອົາສາຍແອວທີ່ເຮັດດ້ວຍຜ້າປ່ານເນື້ອລະອຽດດີຮັດໃຫ້ຕື່ມ. 8ແລ້ວເພິ່ນກໍເອົາແຜ່ນຮອງເອິກໃສ່ໃຫ້ ພ້ອມທັງເອົາອຸຣິມແລະທຸມມິມ ໃສ່ໃນນັ້ນດ້ວຍ. 9ເມື່ອສຸບໝວກໃຫ້ແລ້ວ ເພິ່ນໄດ້ເອົາເຄື່ອງໝາຍເປັນຄຳປະດັບໃສ່ທາງດ້ານໜ້າໝວກ ຊຶ່ງເປັນມຸງກຸດບໍຣິສຸດໝາຍເຖິງການອຸທິດຖວາຍຕົວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
10ແລ້ວໂມເຊກໍເອົານໍ້າມັນເຈີມສັກສິດຫົດສົງຫໍເຕັນສັກສິດ ພ້ອມກັບທຸກໆສິ່ງທີ່ຢູ່ໃນນັ້ນ ແລະໃນທຳນອງນີ້ ເພິ່ນໄດ້ອຸທິດຖວາຍທຸກສິ່ງໃຫ້ເປັນອັນສັກສິດ. 11ເພິ່ນໄດ້ເອົານໍ້າມັນບາງສ່ວນຊິດເຈັດເທື່ອໃສ່ແທ່ນບູຊາກັບເຄື່ອງໃຊ້ຂອງແທ່ນ, ໃສ່ຂັນກັບພານຮອງຂັນ ເພື່ອອຸທິດຖວາຍສິ່ງເຫຼົ່ານີ້. 12ເພິ່ນໄດ້ສະຖາປະນາອາໂຣນ ໂດຍໃຊ້ນໍ້າມັນເຈີມສັກສິດບາງສ່ວນຫົດສົງທີ່ຫົວຂອງລາວ ເປັນການອຸດທິດຖວາຍຕົວ. 13ຕໍ່ມາ ໂມເຊກໍໄດ້ນຳພວກລູກຊາຍຂອງອາໂຣນອອກມາຂ້າງໜ້າ ເອົາເສື້ອຄຸມໃສ່ໃຫ້, ເອົາຜ້າມັດແອວພວກເຂົາ ແລະເອົາໝວກສຸບໃສ່ຫົວຂອງພວກເຂົາ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ທຸກປະການ.
14ແລ້ວໂມເຊກໍໄດ້ນຳງົວເຖິກມາເພື່ອຖວາຍລຶບລ້າງບາບ. ອາໂຣນແລະພວກລູກຊາຍຂອງລາວໄດ້ພາກັນວາງມືລົງເທິງຫົວສັດ. 15ໂມເຊໄດ້ຂ້າປາດຄໍງົວໂຕນັ້ນແລະເອົາເລືອດບາງສ່ວນມາ ແລະຈຸ່ມນິ້ວມືລົງໃນເລືອດແລະທາໃສ່ເຂົາຂອງແທ່ນທີ່ແຈແທ່ນບູຊາເພື່ອອຸທິດຖວາຍ. ແລ້ວເພິ່ນກໍຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນແທ່ນ ເພື່ອຊຳລະໃຫ້ສັກສິດບໍຣິສຸດ ແລະອຸທິດຖວາຍແທ່ນບູຊານັ້ນ. 16ໂມເຊໄດ້ເອົາໄຂມັນທັງໝົດຂອງເຄື່ອງໃນໄສ້ພຸງ, ໜັງບາງໆຫຸ້ມຫໍ່ຕັບ, ແລະໝາກໄຂ່ຫລັງທັງສອງໜ່ວຍ ເຜົາເທິງແທ່ນບູຊາ. 17ແລ້ວເພິ່ນກໍເອົາສ່ວນທີ່ເຫຼືອຂອງງົວເຖິກໂຕນັ້ນເຊັ່ນ: ໜັງ, ຊີ້ນ, ແລະເຄື່ອງໃນໄສ້ພຸງໄປເຜົາທີ່ນອກຄ້າຍ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ທຸກປະການ.
18ຕໍ່ມາ ໂມເຊໄດ້ນຳແກະເຖິກມາ ເພື່ອເຜົາບູຊາ. ອາໂຣນກັບພວກລູກຊາຍຂອງລາວໄດ້ວາງມືລົງເທິງຫົວສັດ. 19ເພິ່ນໄດ້ຂ້າປາດຄໍສັດໂຕນັ້ນ ແລະຊິດເລືອດຂອງມັນໃສ່ຂ້າງທັງສີ່ຂອງແທ່ນ. 20-21ເພິ່ນໄດ້ຕັດເປັນຕ່ອນໆ, ໃຊ້ນໍ້າລ້າງເຄື່ອງໃນໄສ້ພຸງກັບຂາຫລັງ ແລະເຜົາຫົວກັບໄຂມັນແລະສ່ວນອື່ນໆທີ່ເທິງແທ່ນບູຊາດ້ວຍໄຟ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ. ການເຜົາຖວາຍນີ້ເປັນການຖວາຍບູຊາທີ່ມີກິ່ນຫອມຫວນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
22ຕໍ່ມາອີກ ໂມເຊໄດ້ນຳແກະເຖິກ ໂຕທີສອງມາ ຊຶ່ງເປັນແກະທີ່ຖວາຍສຳລັບການສະຖາປະນາປະໂຣຫິດ. ອາໂຣນແລະພວກລູກຊາຍຂອງລາວໄດ້ວາງມືລົງເທິງຫົວສັດ. 23ໂມເຊຂ້າປາດຄໍແກະນັ້ນ ແລະເອົາເລືອດບາງສ່ວນທາໃສ່ທີ່ໃບຫູຂ້າງຂວາຂອງອາໂຣນ ທາໃສ່ທີ່ຫົວໂປ້ມືຂ້າງຂວາ ແລະທາໃສ່ທີ່ຫົວໂປ້ຕີນຂ້າງຂວາດ້ວຍ. 24ແລ້ວເພິ່ນກໍນຳພວກລູກຊາຍຂອງອາໂຣນອອກມາຂ້າງໜ້າ ທາເລືອດບາງສ່ວນໃສ່ທີ່ໃບຫູຂ້າງຂວາຂອງພວກເຂົາ ທາໃສ່ທີ່ຫົວໂປ້ມືຂ້າງຂວາ ແລະທາໃສ່ທີ່ໂປ້ຕີນຂ້າງຂວາດ້ວຍ. ສ່ວນເລືອດທີ່ເຫຼືອນັ້ນ ໂມເຊໄດ້ຖອກໃສ່ຂ້າງທັງສີ່ຂອງແທ່ນບູຊາ. 25ເພິ່ນໄດ້ເອົາໄຂມັນ, ໄຂມັນຂອງຫາງ, ໄຂມັນຕິດກັບເຄື່ອງໃນໄສ້ພຸງ, ໜັງບາງໆຫຸ້ມຫໍ່ຕັບ, ໝາກໄຂ່ຫລັງສອງໜ່ວຍທັງໄຂມັນ ແລະຂາຫລັງເບື້ອງຂວາ. 26ແລ້ວເພິ່ນກໍເອົາເຂົ້າຈີ່ບໍ່ມີເຊື້ອແປ້ງກ້ອນໜຶ່ງຈາກກະຕ່າ ຊຶ່ງອຸທິດຖວາຍຕໍ່ໜ້າພຣະເຈົ້າຢາເວ, ກ້ອນໜຶ່ງທີ່ຈືນດ້ວຍນໍ້າມັນ ແລະເຂົ້າໜົມແຜ່ນກ້ອນໜຶ່ງ ວາງໃສ່ເທິງໄຂມັນແລະຂາຫລັງເບື້ອງຂວາສັດ. 27ເພິ່ນໄດ້ເອົາອາຫານທັງໝົດນີ້ ວາງໃສ່ມືຂອງອາໂຣນແລະພວກລູກຊາຍຂອງລາວ ແລະພວກເຂົາໄດ້ຖວາຍເປັນຂອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ. 28ແລ້ວໂມເຊກໍເອົາອາຫານໃນມືຂອງພວກເຂົາ ໄປເຜົາເທິງແທ່ນບູຊາເຕັງໃສ່ອາຫານທີ່ເຜົາບູຊາດ້ວຍໄຟ ເປັນເຄື່ອງຖວາຍສຳລັບການສະຖາປະນາ ຊຶ່ງເປັນການຖວາຍບູຊາທີ່ມີກິ່ນຫອມຫວນ ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. 29ແລ້ວໂມເຊໄດ້ເອົາຊີ້ນໜ້າເອິກແກະ ມາຖວາຍເປັນເຄື່ອງບູຊາແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ. ຊີ້ນສ່ວນນີ້ເປັນຂອງໂມເຊ ເມື່ອມີການສະຖາປະນາ. ໂມເຊໄດ້ເຮັດທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.
30ໂມເຊໄດ້ເອົານໍ້າມັນສັກສິດແລະເລືອດບາງສ່ວນທີ່ແທ່ນບູຊານັ້ນ ຊິດໃສ່ອາໂຣນກັບພວກລູກຊາຍຂອງລາວ ແລະຊິດໃສ່ເຄື່ອງນຸ່ງຫົ່ມຂອງພວກເຂົາ. ໃນທຳນອງນີ້ ເພິ່ນໄດ້ອຸທິດຖວາຍພວກເຂົາພ້ອມທັງເຄື່ອງນຸ່ງຫົ່ມຂອງພວກເຂົາ.
31ໂມເຊໄດ້ກ່າວແກ່ອາໂຣນແລະພວກລູກຊາຍຂອງລາວວ່າ, “ຈົ່ງເອົາຊີ້ນທີ່ຕົ້ມໄວ້ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ, ແລ້ວກິນໃນທີ່ນັ້ນກັບເຂົ້າຈີ່ໃນກະຕ່າສຳລັບການສະຖາປະນາຕາມຄຳສັ່ງນັ້ນ. 32ຈົ່ງເຜົາເຂົ້າຈີ່ຫລືຊີ້ນຊຶ່ງເຫຼືອກິນນັ້ນຖິ້ມໝົດ. 33ພວກເຈົ້າຈະຕ້ອງຢູ່ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມເປັນເວລາເຈັດວັນ ຈົນກວ່າພິທີສະຖາປະນາຂອງພວກເຈົ້າໄດ້ສຳເລັດ. 34ພຣະເຈົ້າຢາເວໄດ້ສັ່ງພວກເຮົາໃຫ້ເຮັດສິ່ງທີ່ພວກເຮົາໄດ້ເຮັດໃນມື້ນີ້ ເພື່ອເປັນການຍົກຜິດບາບຂອງພວກເຈົ້າ. 35ພວກເຈົ້າຈະຕ້ອງຢູ່ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມທັງເວັນທັງຄືນເປັນເວລາເຈັດວັນ ໂດຍປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. ຖ້າພວກເຈົ້າບໍ່ເຮັດຕາມ ພວກເຈົ້າຈະຕາຍ. ອັນນີ້ ແມ່ນສິ່ງທີ່ເຮົາໄດ້ສັ່ງໄວ້.” 36ດັ່ງນັ້ນ ອາໂຣນແລະພວກລູກຊາຍຂອງລາວຈຶ່ງໄດ້ປະຕິບັດຕາມ ສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊທຸກປະການ.
Currently Selected:
ລະບຽບ^ພວກເລວີ 8: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: