ລະບຽບ^ພວກເລວີ 3
3
ເຄື່ອງຖວາຍເພື່ອຄວາມສາມັກຄີທຳ
1ເມື່ອຜູ້ໃດຜູ້ໜຶ່ງຖວາຍສັດໂຕໜຶ່ງໃນຝູງຂອງຕົນເພື່ອຄວາມສາມັກຄີທຳ ຕ້ອງໃຫ້ຜູ້ນັ້ນຖວາຍງົວເຖິກ ຫລືງົວແມ່ ໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິຕໍ່ໜ້າພຣະເຈົ້າຢາເວ. 2ຊາຍຄົນນັ້ນຈະຕ້ອງວາງມືໃສ່ເທິງຫົວສັດ ແລະຂ້າປາດຄໍສັດທີ່ທາງເຂົ້າປະຕູຂອງຫໍເຕັນບ່ອນຊຸມນຸມ. ປະໂຣຫິດຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ຈະຖອກເລືອດງົວໃສ່ຂ້າງແທ່ນບູຊາທັງສີ່ຂ້າງ. 3ການຖວາຍເພື່ອຄວາມສາມັກຄີທຳນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານຄື: ໄຂມັນທີ່ຕິດກັບເຄື່ອງໃນທັງໝົດ 4ໝາກໄຂ່ຫລັງສອງໜ່ວຍກັບໄຂມັນທີ່ຕິດຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ. 5ພວກປະໂຣຫິດຈະຕ້ອງເຜົາສ່ວນເຫຼົ່ານີ້ທັງໝົດ ເທິງແທ່ນບູຊາແລະເຄື່ອງຖວາຍອື່ນໆ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ.
6ຖ້າເຄື່ອງຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວນັ້ນ ເປັນແກະຫລືແບ້ ຈະເປັນໂຕເຖິກຫລືໂຕແມ່ກໍດີ ຕ້ອງໃຫ້ເປັນສັດໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິ. 7ຖ້າຜູ້ໃດຜູ້ໜຶ່ງຖວາຍແກະໂຕໜຶ່ງ ເພິ່ນຕ້ອງນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວ. 8ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວແກະ ແລະຂ້າປາດຄໍສັດນັ້ນທີ່ທາງດ້ານໜ້າຂອງຫໍເຕັນບ່ອນຊຸມນຸມ. ບັນດາປະໂຣຫິດຈະຕ້ອງຖອກເລືອດແກະນັ້ນໃສ່ຂ້າງທັງສີ່ຂອງແທ່ນບູຊາ 9ການຖວາຍເພື່ອຄວາມສາມັກຄີທຳນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວ ຕາມພິທີຖວາຍອາຫານຄື: ໄຂມັນ, ໄຂມັນຂອງຫາງແປະກະດູກສັນຫລັງ 10ແລະໄຂມັນທັງໝົດທີ່ຫຸ້ມຫໍ່ເຄື່ອງໃນ, ໝາກໄຂ່ຫລັງທັງສອງໜ່ວຍກັບໄຂມັນຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ. 11ປະໂຣຫິດຜູ້ເຮັດພິທີຈະເຜົາສ່ວນເຫຼົ່ານີ້ທັງໝົດນັ້ນເທິງແທ່ນບູຊາ ເພື່ອເປັນການຖວາຍອາຫານດ້ວຍໄຟແກ່ພຣະເຈົ້າຢາເວ.
12ຖ້າຊາຍຄົນໜຶ່ງຖວາຍແບ້ໂຕໜຶ່ງ ເພິ່ນຕ້ອງນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວ. 13ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວຂອງມັນ ແລະຂ້າປາດຄໍແບ້ນັ້ນຢູ່ທາງດ້ານໜ້າຂອງຫໍເຕັນບ່ອນຊຸມນຸມ. ພວກປະໂຣຫິດຈະຕ້ອງຖອກເລືອດແບ້ນັ້ນ ໃສ່ທັງສີ່ຂ້າງຂອງແທ່ນບູຊາ 14ຈາກເຄື່ອງຖວາຍບູຊານັ້ນ ຈົ່ງເອົາສ່ວນໜຶ່ງມາຖວາຍບູຊາດ້ວຍໄຟ ເພື່ອເປັນການຖວາຍອາຫານແກ່ພຣະເຈົ້າຢາເວຄື: ໄຂມັນທັງໝົດທີ່ຫຸ້ມຫໍ່ຢູ່ໃນເຄື່ອງໃນ, 15ໝາກໄຂ່ຫລັງທັງສອງໜ່ວຍກັບໄຂມັນທີ່ຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ. 16ບັນດາປະໂຣຫິດຈະເຜົາສ່ວນເຫຼົ່ານີ້ທັງໝົດເທິງແທ່ນບູຊາ ເປັນອາຫານບູຊາເຜົາດ້ວຍໄຟທີ່ເປັນກິ່ນຫອມຫວນ ໄຂມັນທັງໝົດເປັນຂອງພຣະເຈົ້າຢາເວ. 17ຢ່າໃຫ້ຊາວອິດສະຣາເອນຄົນໃດກິນໄຂມັນ ຫລືກິນເລືອດ; ອັນນີ້ແມ່ນລະບຽບການ ທີ່ຊາວອິດສະຣາເອນຕ້ອງຢຶດຖືຕະຫລອດໄປບໍ່ວ່າພວກເຂົາຈະອາໄສຢູ່ທີ່ໃດກໍຕາມ.
Currently Selected:
ລະບຽບ^ພວກເລວີ 3: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: