ລະບຽບ^ພວກເລວີ 17
17
ຄວາມສັກສິດຂອງເລືອດ
1ພຣະເຈົ້າຢາເວໄດ້ສັ່ງໂມເຊ 2ໃຫ້ມອບລະບຽບການດັ່ງຕໍ່ໄປນີ້ແກ່ອາໂຣນແລະພວກລູກຊາຍ ພ້ອມທັງປະຊາຊົນອິດສະຣາເອນທຸກຄົນ ແລະຈົ່ງກ່າວແກ່ພວກເຂົາວ່າ, ພຣະເຈົ້າຢາເວໄດ້ສັ່ງໄວ້ດັ່ງນີ້: 3-4ຖ້າຄົນອິດສະຣາເອນຜູ້ໜຶ່ງຂ້າປາດຄໍງົວ ຫລືແກະ ຫລືແບ້ໂຕໜຶ່ງ ເພື່ອຖວາຍແກ່ພຣະເຈົ້າຢາເວໃນບ່ອນໃດກໍດີ ແທນທີ່ຈະເອົາມາຖວາຍທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມຈະໄດ້ເປັນເຄື່ອງຖວາຍແກ່ພຣະເຈົ້າຢາເວຕໍ່ໜ້າຫໍເຕັນສັກສິດຂອງພຣະເຈົ້າຢາເວ; ແມ່ນຄົນນັ້ນໄດ້ລະເມີດກົດບັນຍັດ ເພາະລາວໄດ້ເຮັດໃຫ້ເລືອດໄຫລອອກ ແລະລາວຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ. 5ຄວາມໝາຍຂອງຄຳສັ່ງນີ້ ເພື່ອໃຫ້ປະຊາຊົນນຳສັດທີ່ພວກເຂົາເຄີຍຂ້ານອກເມືອງນັ້ນ ມາຂ້າຖວາຍແກ່ພຣະເຈົ້າຢາເວ. ບັດນີ້ ພວກເຂົາຈະຕ້ອງນຳສັດເຫຼົ່ານັ້ນ ມາຫາປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະຂ້າສັດນັ້ນຕາມພິທີຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ. 6ປະໂຣຫິດຈະຊິດເລືອດສັດໃສ່ຂ້າງທັງສີ່ຂອງແທ່ນບູຊາຂອງພຣະເຈົ້າຢາເວ ທີ່ຕັ້ງຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະເຜົາໄຂມັນເພື່ອໃຫ້ກິ່ນຫອມຫວນເປັນທີ່ພໍໃຈພຣະເຈົ້າຢາເວ. 7ແລ້ວປະຊາຊົນອິດສະຣາເອນກໍຈະບໍ່ເຮັດຜິດອີກຕໍ່ໄປຄື: ຈະບໍ່ຂ້າສັດຂອງພວກເຂົາຖວາຍແກ່ຜີປີສາດແບ້. ປະຊາຊົນອິດສະຣາເອນຕ້ອງຢຶດຖືລະບຽບການນີ້ໄວ້ ທຸກຍຸກທຸກສະໄໝສືບໄປ.
8ຖ້າຊາວອິດສະຣາເອນ ຫລືຊາວຕ່າງດ້າວຜູ້ໜຶ່ງຜູ້ໃດ ທີ່ອາໄສຢູ່ນຳຊຸມຊົນ ນຳເຄື່ອງມາເຜົາຖວາຍຫລືເຄື່ອງບູຊາອື່ນໆ 9ມາຖວາຍແກ່ພຣະເຈົ້າຢາເວຢູ່ໃນບ່ອນໃດໆກໍຕາມ ນອກຈາກທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມແລ້ວ ຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ.
10ຖ້າຊາວອິດສະຣາເອນ ຫລືຄົນຕ່າງດ້າວຜູ້ໃດຜູ້ໜຶ່ງ ທີ່ອາໄສຢູ່ທ່າມກາງເຈົ້າ ກິນຊີ້ນທີ່ມີເລືອດຢູ່; ເຮົາຈະຕໍ່ສູ້ລາວ ແລະເຮົາຈະບໍ່ຖືຜູ້ນັ້ນວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ. 11ຊີວິດຂອງທຸກໆສິ່ງທີ່ເປັນຢູ່ແມ່ນຢູ່ໃນເລືອດ; ເພາະສະນັ້ນ ເຮົາຈຶ່ງໄດ້ສັ່ງໃຫ້ຖອກເລືອດທຸກຊະນິດໃສ່ເທິງແທ່ນບູຊາ ເພື່ອລຶບລ້າງການບາບທຸກຢ່າງຂອງປະຊາຊົນ. ເລືອດສາມາດລຶບລ້າງບາບໄດ້ ເພາະແມ່ນຊີວິດ. 12ດັ່ງນັ້ນ ເຮົາຈຶ່ງໄດ້ບອກປະຊາຊົນອິດສະຣາເອນບໍ່ໃຫ້ພວກເຂົາ ຫລືຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງເຈົ້າ ກິນຊີ້ນທີ່ມີເລືອດຢູ່.
13ຖ້າຊາວອິດສະຣາເອນຫລືຄົນຕ່າງດ້າວຜູ້ໜຶ່ງຜູ້ໃດ ທີ່ອາໄສຢູ່ທ່າມກາງເຈົ້າ ຈັບສັດ ຫລືນົກທີ່ບໍ່ເປັນມົນທິນຕາມກົດບັນຍັດໄດ້ ລາວຕ້ອງຂ້າສັດນັ້ນໂດຍໃຫ້ເລືອດໄຫລລົງໃສ່ດິນ ແລະເອົາຂີ້ຝຸ່ນດິນຖົມໄວ້. 14ຊີວິດຂອງທຸກໆສິ່ງທີ່ເປັນຢູ່ ແມ່ນຢູ່ໃນເລືອດ ເພາະສະນັ້ນ ເຮົາຈຶ່ງໄດ້ບອກປະຊາຊົນອິດສະຣາເອນບໍ່ໃຫ້ກິນຊີ້ນສັດໃດໆທີ່ມີເລືອດຢູ່ ແລະຜູ້ໃດຜູ້ໜຶ່ງທີ່ຍັງຂືນກິນ ເຮົາຈະບໍ່ຖືຜູ້ນັ້ນວ່າ ເປັນປະຊາຊົນຂອງເຮົາອີກຕໍ່ໄປ.
15ບຸກຄົນໃດໆ ບໍ່ວ່າຄົນອິດສະຣາເອນ ຫລືຄົນຕ່າງດ້າວກໍຕາມ ທີ່ໄດ້ກິນຊີ້ນສັດຕາຍເອງ ຫລືຖືກສັດປ່າກັດຕາຍ; ລາວຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ, ອາບນໍ້າຊຳລະຮ່າງກາຍ ແລະລາວຈະເປັນມົນທິນຈົນຮອດຄໍ່າ ຈົ່ງອາບນໍ້າຊັກເຄື່ອງ ຫລັງຈາກນັ້ນ ຈຶ່ງຖືວ່າຈະບໍ່ເປັນມົນທິນຕາມກົດບັນຍັດ. 16ຖ້າລາວບໍ່ອາບນໍ້າຊັກເຄື່ອງ ລາວຈະໄດ້ຮັບໂທດກຳຂອງລາວ.
Currently Selected:
ລະບຽບ^ພວກເລວີ 17: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: