ລະບຽບ^ພວກເລວີ 15
15
ມີສິ່ງໄຫລອອກຈາກຮ່າງກາຍກໍເປັນມົນທິນ
1ພຣະເຈົ້າຢາເວໄດ້ມອບລະບຽບການໃຫ້ໂມເຊແລະອາໂຣນດັ່ງຕໍ່ໄປນີ້: 2ຈົ່ງກ່າວແກ່ປະຊາຊົນອິດສະຣາເອນວ່າ, ເມື່ອຜູ້ໃດຜູ້ໜຶ່ງມີນໍ້າໜອງໄຫລອອກມາຈາກຮ່າງກາຍ ສິ່ງທີ່ໄຫລອອກມານັ້ນກໍເປັນມົນທິນ 3ບໍ່ວ່າໄຫລອອກມາຈາກອະໄວຍະວະລັບຫລືໄຫລອອກມາຄ້າງຢູ່ທາງໃນກໍຕາມ. 4ຕຽງຂອງຄົນນັ້ນທີ່ໃຊ້ນອນຫລືໃຊ້ນັ່ງຕ້ອງຖືວ່າເປັນມົນທິນ. 5ຜູ້ໃດກໍຕາມທີ່ແຕະຕ້ອງຕຽງນອນຂອງລາວ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. 6ຫລືຜູ້ໃດທີ່ນັ່ງເທິງສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. 7ຜູ້ໃດກໍຕາມທີ່ແຕະຕ້ອງຄົນທີ່ມີສິ່ງໄຫລອອກນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. 8ຖ້າຜູ້ທີ່ມີສິ່ງໄຫລອອກ ຖົ່ມນໍ້າລາຍຖືກຜູ້ທີ່ບໍ່ເປັນມົນທິນຕາມກົດບັນຍັດ; ຜູ້ຖືກນໍ້າລາຍນັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະໃຫ້ອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. 9ອານໃສ່ຫລັງສັດຫລືບ່ອນນັ່ງໃດໆທີ່ຄົນມີສິ່ງໄຫລອອກນັ່ງ ຕ້ອງໃຫ້ຖືວ່າເປັນມົນທິນ. 10ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງບ່ອນນັ່ງຂອງຄົນທີ່ມີສິ່ງໄຫລອອກ ກໍເປັນມົນທິນຈົນຮອດຄໍ່າ. ຜູ້ໃດຜູ້ໜຶ່ງທີ່ຫາມສິ່ງທີ່ລາວໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ; ແລະລາວຍັງເປັນມົນທິນຈົນຮອດຄໍ່າ. 11ຖ້າຜູ້ທີ່ມີສິ່ງໄຫລອອກມານັ້ນ ແຕະຕ້ອງຜູ້ໃດຜູ້ໜຶ່ງ ໂດຍບໍ່ໄດ້ລ້າງມືເສຍກ່ອນ; ຜູ້ທີ່ຖືກແຕະຕ້ອງນັ້ນຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. 12ຜູ້ມີສິ່ງໄຫລອອກມາແຕະຕ້ອງໝໍ້ດິນທຸກໜ່ວຍນັ້ນຕ້ອງໃຫ້ທັບຖິ້ມໝົດ ແລະເຄື່ອງຄົວກິນທີ່ເຮັດດ້ວຍໄມ້ຕ້ອງໃຫ້ລ້າງດ້ວຍນໍ້າ.
13ຫລັງຈາກຊາຍຄົນນັ້ນດີຈາກອາການມີສິ່ງທີ່ໄຫລອອກມາແລ້ວ ລາວຕ້ອງລໍຖ້າອີກເຈັດວັນຈຶ່ງຊັກເຄື່ອງນຸ່ງຫົ່ມ ແລະອາບນໍ້າຊຳລະຮ່າງກາຍຢູ່ໃຕ້ບໍ່ທີ່ມີນໍ້າໄຫລ ແລ້ວລາວກໍຈະໝົດມົນທິນຕາມກົດບັນຍັດ. 14ໃນວັນທີແປດ ລາວຈະຕ້ອງເອົານົກເຂົາຫລືນົກກາງແກສອງໂຕ ໄປທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ ແລະມອບນົກນັ້ນໃຫ້ປະໂຣຫິດ. 15ຝ່າຍປະໂຣຫິດຈະຖວາຍນົກໂຕໜຶ່ງໃນສອງໂຕນັ້ນ ເພື່ອເປັນການລຶບລ້າງບາບ ແລະໂຕໜຶ່ງອີກເພື່ອເຜົາຖວາຍບູຊາດ້ວຍໄຟຕໍ່ໜ້າພຣະເຈົ້າຢາເວສຳລັບຊາຍຄົນນັ້ນ. ປະໂຣຫິດຈະເຮັດພິທີຊຳລະລາວໃຫ້ໝົດມົນທິນຕາມກົດບັນຍັດ ຍ້ອນມີສິ່ງໄຫຼອອກນັ້ນ.
16ເມື່ອຊາຍຜູ້ໜຶ່ງມີນໍ້າກາມໄຫລອອກ ລາວຕ້ອງອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. 17ສິ່ງໃດສິ່ງໜຶ່ງທີ່ເຮັດດ້ວຍຜ້າຫລືດ້ວຍໜັງທີ່ນໍ້າກາມເຮ່ຍໃສ່ນັ້ນ ຕ້ອງລ້າງດ້ວຍນໍ້າແລະຍັງເປັນມົນທິນຈົນຮອດຄໍ່າ. 18ຫລັງຈາກສົມສູ່ກັນແລ້ວ ທັງຜູ້ຊາຍແລະຜູ້ຍິງຕ້ອງອາບນໍ້າ ແລະທັງສອງຍັງເປັນມົນທິນຈົນຮອດຄໍ່າ.
19ເມື່ອຜູ້ຍິງເປັນປະຈຳເດືອນ ນາງຍັງເປັນມົນທິນຢູ່ເຈັດວັນ. ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງນາງ ກໍຈະເປັນມົນທິນຈົນຮອດຄໍ່າ. 20ສິ່ງໃດກໍຕາມທີ່ນາງໃຊ້ນັ່ງຫລືໃຊ້ນອນໃນໄລຍະເປັນປະຈຳເດືອນນັ້ນ ແມ່ນເປັນມົນທິນ. 21-23ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງຕຽງນອນຂອງນາງຫລືສິ່ງທີ່ນາງໄດ້ນັ່ງ ຕ້ອງຊັກເຄື່ອງນຸ່ງຫົ່ມແລະອາບນໍ້າຊຳລະຮ່າງກາຍ ແລະລາວຍັງເປັນມົນທິນຈົນຮອດຄໍ່າ. 24ຖ້າຊາຍຄົນໃດສົມສູ່ກັບນາງໃນໄລຍະທີ່ເປັນປະຈຳເດືອນ ຊາຍຄົນນັ້ນກໍຕິດແປດກັບຄວາມບໍ່ສະອາດຂອງນາງ ແລະເປັນມົນທິນຢູ່ເຈັດວັນ ແລະຕຽງທີ່ລາວໃຊ້ນອນກໍເປັນມົນທິນດ້ວຍ.
25ຖ້າຍິງຄົນໜຶ່ງມີເລືອດໄຫລອອກຫລາຍວັນ ນອກຈາກໄລຍະທີ່ນາງເປັນປະຈຳເດືອນ ຫລືຖ້າເລືອດນັ້ນຍັງໄຫລ ກາຍໄລຍະເປັນປະຈຳເດືອນຕາມປົກກະຕິ; ຍິງຄົນນັ້ນກໍເປັນມົນທິນຕາບໃດທີ່ເລືອດຍັງໄຫລອອກມາ ເໝືອນກັນກັບໄລຍະທີ່ນາງເປັນປະຈຳເດືອນ. 26ຕຽງທຸກໜ່ວຍທີ່ນາງໃຊ້ນອນ ແລະທຸກສິ່ງທີ່ນາງໃຊ້ນັ່ງໃນໄລຍະນັ້ນ ແມ່ນເປັນມົນທິນໝົດ. 27ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງສິ່ງເຫຼົ່ານັ້ນ ກໍເປັນມົນທິນ. ລາວຕ້ອງຊັກເຄື່ອງນຸ່ງຂອງຕົນພ້ອມທັງອາບນໍ້າຊຳລະຮ່າງກາຍດ້ວຍ ແລະລາວກໍຍັງເປັນມົນທິນຈົນຮອດຄໍ່າ. 28ຫລັງຈາກເລືອດເຊົາໄຫລແລ້ວ ນາງຕ້ອງລໍຖ້າອີກເຈັດວັນ ແລ້ວນາງກໍຈະບໍ່ເປັນມົນທິນຕາມກົດບັນຍັດ. 29ໃນວັນທີແປດ ນາງຈະຕ້ອງນຳນົກເຂົາຫລືນົກກາງແກສອງໂຕມາໃຫ້ປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. 30ປະໂຣຫິດຈະຖວາຍນົກໂຕໜຶ່ງເພື່ອລຶບລ້າງບາບ ແລະໂຕໜຶ່ງອີກເພື່ອເຜົາຖວາຍບູຊາດ້ວຍໄຟ. ປະໂຣຫິດຈະເຮັດພິທີຊຳລະນາງໃຫ້ໝົດມົນທິນຕາມກົດບັນຍັດຕໍ່ໜ້າພຣະເຈົ້າຢາເວ.
31ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ເຕືອນປະຊາຊົນອິດສະຣາເອນ ກ່ຽວກັບການເປັນມົນທິນຂອງພວກເຂົາ; ເພື່ອພວກເຂົາຈະບໍ່ໄດ້ເຮັດໃຫ້ຫໍເຕັນສັກສິດຂອງພຣະອົງ ທີ່ຕັ້ງຢູ່ກາງຄ້າຍດ່າງພອຍ. ຖ້າພວກເຂົາເຮັດໃຫ້ຫໍເຕັນດ່າງພອຍ ພວກເຂົາຈະຕ້ອງຖືກຂ້າ.
32-33ອັນນີ້ແມ່ນລະບຽບການກ່ຽວກັບຜູ້ຊາຍທີ່ມີນໍ້າໜອງໄຫຼອອກຈາກຮ່າງກາຍ ຫລືມີນໍ້າກາມໄຫລອອກ, ກ່ຽວກັບຜູ້ຍິງເມື່ອເປັນປະຈຳເດືອນ ຫລືຜູ້ຊາຍທີ່ສົມສູ່ກັບຜູ້ຍິງທີ່ເປັນມົນທິນຕາມກົດບັນຍັດ.
Currently Selected:
ລະບຽບ^ພວກເລວີ 15: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: