YouVersion Logo
Search Icon

ລະບຽບ^ພວກເລວີ 11

11
ສັດ​ທີ່​ຄົນ​ກິນ​ໄດ້
(ພບຍ 14:3-21)
1ພຣະເຈົ້າຢາເວ​ໄດ້​ໃຫ້​ລະບຽບ​ການ​ດັ່ງ​ຕໍ່ໄປນີ້​ແກ່​ໂມເຊ​ແລະ​ອາໂຣນ 2ສຳລັບ​ປະຊາຊົນ​ອິດສະຣາເອນ. ພວກເຈົ້າ​ສາມາດ​ກິນ​ສັດ​ທຸກຢ່າງ​ທີ່​ເທິງ​ແຜ່ນດິນ​ໂລກ​ໄດ້. 3ເຈົ້າ​ກິນ​ສັດ​ທີ່​ເທິງ​ແຜ່ນດິນ​ທີ່​ມີ​ໂບກຕີນ​ເປັນ​ກີບ ແລະ​ສັດ​ທີ່​ຄ້ຽວເອື້ອງ​ທຸກໆ​ຊະນິດ​ໄດ້ 4-6ແຕ່​ເຈົ້າ​ຢ່າ​ກິນ​ໂຕອູດ, ເໝັ້ນ ຫລື​ກະຕ່າຍ. ສັດ​ເຫຼົ່ານີ້​ຖື​ວ່າ​ເປັນ​ມົນທິນ; ເປັນ​ສັດ​ຈຳພວກ​ທີ່​ຄ້ຽວເອື້ອງ, ແຕ່​ມີ​ໂບກຕີນ​ບໍ່​ເປັນ​ກີບ. 7ຢ່າ​ກິນ​ໝູ​ເພາະ​ຖື​ວ່າ​ເປັນ​ສັດ​ມີ​ມົນທິນ; ມັນ​ເປັນ​ສັດ​ທີ່​ມີ​ເລັບຕີນ​ເປັນ​ກີບ ແຕ່​ມັນ​ບໍ່​ຄ້ຽວເອື້ອງ. 8ຢ່າ​ກິນ​ສັດ​ເຫຼົ່ານີ້ ຫລື​ແມ່ນແຕ່​ແຕະຕ້ອງ​ຊາກສັດ​ຕາຍ ເພາະ​ສັດ​ເຫຼົ່ານີ້​ເປັນ​ມົນທິນ.
9ເຈົ້າ​ກິນ​ປາ​ທຸກໆ​ຊະນິດ​ທີ່​ມີ​ຄີ​ແລະ​ມີ​ເກັດ​ໄດ້ 10ແຕ່​ສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ນໍ້າ​ທີ່​ບໍ່ມີ​ຄີ​ແລະ​ບໍ່ມີ​ເກັດ ຢ່າ​ໄດ້​ກິນ. 11ສັດ​ເຊັ່ນນັ້ນ​ຖື​ວ່າ​ເປັນ​ມົນທິນ. ຢ່າ​ກິນ​ສັດ​ເຫຼົ່ານັ້ນ ຫລື​ແມ່ນແຕ່​ແຕະຕ້ອງ​ຊາກສັດ​ຕາຍ. 12ເຈົ້າ​ຢ່າ​ກິນ​ສັດນໍ້າ​ຊະນິດ​ໃດໆ​ທີ່​ບໍ່ມີ​ຄີ​ແລະ​ເກັດ ໃຫ້​ຖື​ວ່າ​ມັນ​ເປັນ​ສັດ​ທີ່​ໜ້າ​ກຽດຊັງ​ສຳລັບ​ພວກເຈົ້າ.
13-19ເຈົ້າ​ຢ່າ​ກິນ​ນົກ​ຊະນິດ​ໃດໆ​ດັ່ງ​ຕໍ່ໄປນີ້: ນົກອິນຊີ, ນົກເຄົ້າ, ແຫລວ, ແຫລວຫາງຍາວ, ແຫລວດຳ​ຕາມ​ຊະນິດ​ຂອງ​ມັນ, ແຮ້ງ, ກາ, ນົກ​ກະຈອກເທດ, ນົກ​ນາງນວນ, ນົກ​ກະສາ, ນົກຍາງ, ນົກ​ກະທຸງ, ນົກເປັດ, ນົກ​ຫອນຍາວ ຫລື​ເຈຍ.
20ແມງໄມ້​ທຸກ​ຊະນິດ​ທີ່​ມີ​ປີກ​ແລະ​ມີ​ສີ່​ຕີນ​ຍ່າງ​ໄປມາ ໃຫ້​ຖື​ວ່າ​ເປັນ​ສັດ​ທີ່​ໜ້າກຽດ​ໜ້າຊັງ​ສຳລັບ​ພວກເຈົ້າ. 21ເວັ້ນ​ໄວ້​ແຕ່​ຊະນິດ​ທີ່​ເຕັ້ນ​ໄດ້. 22ເຈົ້າ​ກິນ​ຕັກແຕນ, ຈີ່ຫລໍ່ (ຈີ່ນາຍ) ຫລື​ຈັກຈັ່ນ​ໄດ້. 23ແຕ່​ແມງໄມ້​ນ້ອຍໆ​ຊະນິດ​ອື່ນໆ ທີ່​ມີ​ປີກ ແລະ​ທີ່​ມີ​ສີ່​ຕີນ ໃຫ້​ຖື​ວ່າ​ເປັນ​ສັດ​ທີ່​ໜ້າກຽດ​ໜ້າຊັງ.
24-28ຜູ້ໃດ​ກໍຕາມ​ທີ່​ແຕະຕ້ອງ​ຊາກສັດ​ຕາຍ​ດັ່ງ​ຕໍ່ໄປນີ້ ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ​ຄື: ສັດ​ທຸກ​ຊະນິດ​ທີ່​ມີ​ເລັບຕີນ​ເປັນ​ກີບ ນອກຈາກ​ເລັບຕີນ​ແຍກກັນ​ແລະ​ຄ້ຽວເອື້ອງ ແລະ​ສັດ​ສີ່​ຕີນ​ທີ່​ຕີນ​ເປັນ​ຈຸ້ມ. ຜູ້ໃດ​ກໍຕາມ​ທີ່​ຫາມ​ຊາກສັດ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງຕົນ ແຕ່​ລາວ​ຈະ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ.
29-30ເຫງັນ, ໜູ, ໜູຊິງ ແລະ​ກັບແກ້​ໃຫ້​ຖື​ວ່າ​ສັດ​ເປັນ​ມົນທິນ. 31ຜູ້ໃດ​ກໍຕາມ​ທີ່​ແຕະຕ້ອງ​ສັດ​ເຫຼົ່ານີ້​ຫລື​ຊາກ​ຂອງ​ມັນ ຈະ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ. 32ຖ້າ​ຊາກສັດ​ຕົກ​ຖືກ​ສິ່ງໃດ​ກໍຕາມ ສິ່ງ​ນັ້ນ​ກໍ​ເປັນ​ມົນທິນ; ບໍ່​ວ່າ​ຈະ​ເປັນ​ໄມ້, ເຄື່ອງນຸ່ງຫົ່ມ, ໜັງສັດ, ຫລື​ກະສອບ; ບໍ່​ວ່າ​ຈະ​ໃຊ້​ເພື່ອ​ປະໂຫຍດ​ຫຍັງ​ກໍຕາມ. ສິ່ງ​ນັ້ນ​ຈະ​ຕ້ອງ​ຖືກ​ແຊ່​ນໍ້າ ແຕ່​ຈະ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ. 33ຖ້າ​ຊາກສັດ​ຕົກ​ໃນ​ໝໍ້ດິນ ທຸກສິ່ງ​ທີ່​ຢູ່​ໃນ​ໝໍ້ນັ້ນ​ກໍ​ເປັນ​ມົນທິນ ແລະ​ຕ້ອງ​ທັບ​ໝໍ້ນັ້ນ​ຖິ້ມ. 34ຖ້າ​ນໍ້າ​ຈາກ​ໝໍ້ນັ້ນ​ຖືກ​ອາຫານ​ທີ່​ກິນ​ເປັນ​ປົກກະຕິ ອາຫານ​ນັ້ນ​ກໍ​ເປັນ​ມົນທິນ ແລະ​ນໍ້າ​ທີ່​ດື່ມ​ໄດ້​ໃນ​ໝໍ້ນັ້ນ​ກໍ​ເປັນ​ມົນທິນ. 35ສິ່ງໃດໆ​ທີ່​ຊາກສັດ​ຕົກ​ຖືກ​ນັ້ນ​ຈະ​ເປັນ​ມົນທິນ; ບໍ່​ວ່າ​ເປັນ​ເຕົາອົບ​ຫລື​ເຕົາໄຟ​ກໍດີ​ຈະ​ຕ້ອງ​ຖືກ​ທັບ​ຖິ້ມ. 36ແຕ່​ນໍ້າ​ໃນ​ບໍ່​ຫລື​ໃນ​ຖັງ​ເກັບ​ນໍ້າ​ຍັງ​ຖື​ວ່າ​ເປັນ​ນໍ້າ​ສະອາດ ແຕ່​ວ່າ​ຜູ້ໃດ​ທີ່​ແຕະຕ້ອງ​ຊາກ​ສັດ​ນັ້ນ​ໃຫ້​ຖື​ວ່າ​ເປັນ​ມົນທິນ. 37ຖ້າ​ສ່ວນ​ໃດ​ຂອງ​ຊາກ​ສັດ​ຕົກ​ໃສ່​ແນວປູກ​ທີ່​ຈະ​ເອົາ​ໄປ​ກ້າ ແນວປູກ​ນັ້ນ​ກໍ​ບໍ່​ຖື​ວ່າ​ເປັນ​ມົນທິນ. 38ແຕ່​ຖ້າ​ແນວປູກ​ນັ້ນ​ແຊ່​ນໍ້າ ແລະ​ຖ້າ​ສ່ວນ​ໜຶ່ງ​ສ່ວນ​ໃດ​ຂອງ​ຊາກສັດ​ໄດ້​ຕົກ​ໃສ່​ແນວປູກ​ນັ້ນ​ກໍ​ເປັນ​ມົນທິນ.
39ຖ້າ​ສັດ​ທີ່​ກິນ​ໄດ້​ຕາຍ​ເອງ ຜູ້ໃດ​ຜູ້ໜຶ່ງ​ທີ່​ແຕະຕ້ອງ​ຊາກສັດ​ນັ້ນ ກໍ​ເປັນມົນທິນ​ຈົນ​ຮອດ​ຄໍ່າ. 40ແລະ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ສ່ວນໃດ​ສ່ວນໜຶ່ງ​ຂອງ​ສັດ ລາວ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ ແຕ່​ຈະ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ; ຜູ້ໃດ​ທີ່​ຫາມ​ຊາກສັດ ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງຕົນ ແຕ່​ຜູ້ນັ້ນ​ຈະ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.
41ແລະ​ສັດ​ທຸກ​ໂຕ​ທີ່​ເລືອຄານ​ເທິງ​ໜ້າດິນ ຢ່າ​ໄດ້​ກິນ​ສັດ​ເຫຼົ່ານັ້ນ 42ບໍ່​ວ່າ​ຈະ​ເປັນ​ສັດ​ທີ່​ເລືອຄານ​ໄປມາ​ຫລື​ສັດ​ສີ່​ຕີນ​ກໍຕາມ. 43ຢ່າ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ມົນທິນ​ໂດຍ​ກິນ​ສັດ​ເຫຼົ່ານີ້. 44ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຕ້ອງ​ບໍຣິສຸດ ເພາະ​ເຮົາ​ບໍຣິສຸດ. ຢ່າ​ເຮັດ​ໃຫ້​ພວກເຈົ້າ​ເປັນມົນທິນ​ຍ້ອນ​ສັດ​ທີ່​ເລືອຄານ​ເທິງ​ໜ້າດິນ. 45ເຮົາ​ແມ່ນ​ພຣະເຈົ້າຢາເວ​ພຣະເຈົ້າ​ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ວ່າ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຕ້ອງ​ບໍຣິສຸດ ເພາະ​ເຮົາ​ບໍຣິສຸດ.
46ອັນນີ້ ແມ່ນ​ລະບຽບ​ການ​ກ່ຽວກັບ​ສັດ​ແລະ​ນົກ ຕະຫລອດ​ທັງ​ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນໍ້າ ແລະ​ສັດ​ທຸກໆ​ຊະນິດ​ທີ່​ເຄື່ອນຍ້າຍ​ໄປມາ​ເທິງ​ໜ້າດິນ. 47ເຈົ້າ​ຕ້ອງ​ສາມາດ​ໄຈ້ແຍກ​ຢ່າງ​ລະມັດ​ລະວັງ ລະຫວ່າງ​ສັດ​ຈຳພວກ​ທີ່​ເປັນ​ມົນທິນ ແລະ​ຈຳພວກ​ທີ່​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ​ຄື: ລະຫວ່າງ​ສັດ​ທີ່​ກິນ​ໄດ້​ແລະ​ສັດ​ທີ່​ກິນ​ບໍ່ໄດ້.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in