ໂຢນາ 4
4
ໂຢນາໂກດຮ້າຍ ແຕ່ພຣະເຈົ້າເມດຕາ
1ໂຢນາຄຽດແລະບໍ່ພໍໃຈຫລາຍທີ່ສຸດໃນເລື່ອງນີ້. 2ດັ່ງນັ້ນ ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ເວົ້າກັບພຣະອົງແລ້ວ ກ່ອນຈາກເຮືອນມາບໍ່ແມ່ນຫລືວ່າ ພຣະອົງຈະຕ້ອງກະທຳເຊັ່ນນີ້? ສະນັ້ນ ຂ້ານ້ອຍຈຶ່ງພະຍາຍາມສຸດຂີດ ທີ່ຈະໜີໄປຕາກຊິດ ເພາະຂ້ານ້ອຍຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ມີຄວາມຮັກແລະມີຄວາມເມດຕາ ອົດທົນສະເໝີ, ໃຈດີສະເໝີ, ພ້ອມທີ່ຈະປ່ຽນໃຈສະເໝີແລະບໍ່ລົງໂທດ. 3ແຕ່ບັດນີ້ ພຣະເຈົ້າຢາເວເອີຍ ຈົ່ງປ່ອຍໃຫ້ຂ້ານ້ອຍຕາຍເສຍ. ຂ້ານ້ອຍຕາຍໄປກໍດີກວ່າທີ່ຈະມີຊີວິດຢູ່.”
4ແຕ່ພຣະເຈົ້າຢາເວຕອບວ່າ, “ເຈົ້າມີສິດຫຍັງທີ່ຈະໂກດຮ້າຍ?”
5ໂຢນາໄດ້ອອກໄປຈາກເມືອງທາງທິດຕາເວັນອອກ ແລະນັ່ງລົງ. ເພິ່ນເຮັດບ່ອນຊົ້ນສຳລັບເພິ່ນເອງ ແລະນັ່ງຢູ່ໃຕ້ຮົ່ມຂອງບ່ອນຊົ້ນນັ້ນ ໂດຍລໍຖ້າເບິ່ງວ່າຈະມີຫຍັງເກີດຂຶ້ນກັບເມືອງນີເນເວ. 6ແລ້ວພຣະເຈົ້າຢາເວ ພຣະເຈົ້າກໍໄດ້ບັນດານ ໃຫ້ຕົ້ນໄມ້ເກີດຂຶ້ນສູງກວ່າໂຢນາ ໃຫ້ເພິ່ນໄດ້ຊົ້ນຮົ່ມ ເພື່ອເພິ່ນຈະໄດ້ຢູ່ສະບາຍຫລາຍຂຶ້ນ. ໂຢນາດີໃຈຫລາຍທີ່ສຸດນຳຕົ້ນໄມ້ນັ້ນ. 7ແຕ່ໃນຕອນເຊົ້າຂອງມື້ຕໍ່ມາ ຕາມຄຳສັ່ງຂອງພຣະເຈົ້າ ດ້ວງໂຕໜຶ່ງໄດ້ກັດກິນຕົ້ນໄມ້ນັ້ນ ແລະມັນກໍໄດ້ຫ່ຽວແຫ້ງຕາຍໄປ. 8ຫລັງຈາກຕາເວັນໄດ້ຂຶ້ນແລ້ວ ພຣະເຈົ້າກໍບັນດານໃຫ້ລົມຮ້ອນພັດມາແຕ່ທາງທິດຕາເວັນອອກ ແລະໂຢນາເກືອບສະຫລົບໄປ ຍ້ອນຄວາມຮ້ອນຂອງແສງແດດເຜົາ. ສະນັ້ນ ເພິ່ນຈຶ່ງຄິດຢາກຕາຍ. ເພິ່ນເວົ້າວ່າ, “ຂ້ານ້ອຍຕາຍໄປກໍດີກວ່າທີ່ຈະມີຊີວິດຢູ່.”
9ແຕ່ພຣະເຈົ້າໄດ້ກ່າວຕໍ່ໂຢນາວ່າ, “ເຈົ້າມີສິດຫຍັງທີ່ຈະໂກດຮ້າຍໃຫ້ຕົ້ນໄມ້ນີ້?”
ໂຢນາຕອບພຣະເຈົ້າວ່າ, “ຂ້ານ້ອຍມີສິດທຸກຢ່າງທີ່ຈະໂກດຮ້າຍ ໂກດຮ້າຍຈົນຂ້ານ້ອຍຕາຍໄປ.”
10ແຕ່ພຣະເຈົ້າຢາເວໄດ້ກ່າວວ່າ, “ຕົ້ນໄມ້ນີ້ໃຫຍ່ຂຶ້ນພຽງຄືນດຽວເທົ່ານັ້ນ ແລະໄດ້ຫ່ຽວແຫ້ງຕາຍໄປໃນມື້ຕໍ່ມາ; ເຈົ້າບໍ່ໄດ້ເຮັດຫຍັງເພື່ອມັນ ແລະບໍ່ໄດ້ເຮັດໃຫ້ມັນໃຫຍ່ຂຶ້ນ, ແຕ່ເຈົ້າພັດຮູ້ສຶກເສຍດາຍມັນ. 11ແລ້ວເຮົາກໍສົມຄວນມີຄວາມເມດຕາຕໍ່ນີເນເວເມືອງໃຫຍ່ນີ້ ຫລາຍກວ່າມັນເທົ່າໃດ. ຈົ່ງພິຈາລະນາເບິ່ງໃຫ້ດີ ເມືອງນີ້ມີເດັກນ້ອຍທີ່ບໍ່ຮູ້ດຽງສາຫຼາຍກວ່າແສນສອງໝື່ນຄົນ ແລະມີສັດລ້ຽງເປັນຈຳນວນຫລວງຫລາຍອີກດ້ວຍ.”
Currently Selected:
ໂຢນາ 4: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: