YouVersion Logo
Search Icon

ໂຢເອນ 2

2
ຕັກແຕນ​ຄື​ໝາຍສຳຄັນ​ບອກ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ
1ຈົ່ງ​ເປົ່າແກ​ຂຶ້ນ​ເຕືອນໄພ ທີ່​ເທິງ​ພູເຂົາ​ຊີໂອນ​ສາ
ພູເຂົາ​ສັກສິດ​ຂອງ​ພຣະເຈົ້າ​ເອີຍ ຈົ່ງ​ສັ່ນ​ສະທ້ານ​ເຖີດ
ປະຊາຊົນ​ຢູດາ​ເອີຍ ເຖິງ​ວັນ​ຂອງ​ພຣະເຈົ້າຢາເວ​ແລ້ວ
ວັນນັ້ນ​ກຳລັງ​ຫຍັບ​ເຂົ້າມາ​ໃກ້​ແລ້ວ.
2ວັນນັ້ນ​ຈະ​ມືດຄື້ມ ແລະ​ມືດມົວ​ຫລາຍ
ເປັນ​ວັນ​ທີ່​ມີ​ເມກຕຶບ ແລະ​ມືດໜາ​ແທ້ໆ.
ຝູງຕັກແຕນ​ບຸກໜ້າ​ເປັນ​ກອງທັບ​ອັນ​ໃຫຍ່
ດັ່ງ​ມືດ​ກຳລັງ​ແຜ່​ອອກ​ໄປ​ທົ່ວ​ໜ່ວຍ​ພູເຂົາ.
ບໍ່ເຄີຍ​ມີ​ຜູ້ໃດ​ເຫັນ​ສິ່ງ​ນີ້​ມາ​ແຕ່​ກ່ອນ​ເລີຍ
ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ເຊັ່ນນີ້​ຕໍ່ໄປ​ອີກ.
3ມັນ​ກິນ​ເຄື່ອງປູກ​ກ້ຽງ ດັ່ງ​ໄຟ​ໄໝ້​ເຜົາຜານ
ດິນແດນ​ເບື້ອງ​ໜ້າ ມັນ​ເປັນ​ດັ່ງ​ສວນ​ເອເດນ​ພຸ້ນ
ແຕ່​ເບື້ອງຫລັງ​ນັ້ນ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ
ທີ່​ບໍ່ມີ​ຫຍັງ​ຈະ​ໜີພົ້ນ​ຈາກ​ມັນ​ໄປ​ໄດ້.
4ຕ່າງ​ຄົນ​ກໍ​ເວົ້າ​ວ່າ ມັນ​ເປັນ​ຝູງ​ກອງທັບ​ມ້າ​ເສິກ
ພາກັນ​ແລ່ນ​ໄປ​ໄວ​ດັ່ງ​ຝູງມ້າ​ຮົບ.
5ເມື່ອ​ມັນ​ກະໂດດ​ເຕັ້ນ​ຢູ່​ເທິງ​ຈອມ​ພູເຂົາ​ທັງຫລາຍ
ກໍ​ມີ​ສຽງດັງ​ເໝືອນ​ສຽງ​ລົດຮົບ;
ດັງ​ປັອກແປັກ​ຄື​ສຽງ​ໄຟ​ໄໝ້​ຫຍ້າແຫ້ງ​ຕາມ​ທົ່ງນາ
ມາ​ເປັນ​ຖັນແຖວ​ຄື​ກອງທັບ​ໃຫຍ່​ເຂົ້າ​ສູ່​ສະໜາມຮົບ.
6ເມື່ອ​ມັນ​ເຂົ້າມາ​ໃກ້ໆ ທຸກຄົນ​ຕ່າງ​ກໍ​ຢ້ານກົວ
ຈົນ​ໜ້າ​ແຕ່ລະຄົນ​ຊີດຂາວ​ໄປ.
7ມັນ​ໂຈມຕີ​ເກັ່ງ ດັ່ງ​ນັກຮົບ​ໂຈມຕີ
ມັນ​ປີນ​ກຳແພງ​ດັ່ງ​ທະຫານ​ປີນ​ຂຶ້ນ.
ທັງໝົດ​ຕ່າງ​ກໍ​ກ້າວເດີນ​ໄປ​ເປັນ​ຖັນແຖວ
ເດີນ​ໄປ​ຊື່ກົງ​ບໍ່​ຫັນປ່ຽນ​ໄປ​ທິດອື່ນ
8ຫລື​ບໍ່​ກັກກັ້ນ​ທາງເດີນ​ຂອງ​ກັນແລະກັນ
ໄຕ່​ບຸກ​ຜ່ານ​ແນວ​ປ້ອງກັນ​ໂດຍ​ບໍ່ມີ​ຜູ້ໃດ​ຢຸດຢັ້ງ​ໄດ້.
9ມັນ​ຟ້າວ​ບຸກ​ເຂົ້າ ແລະ​ກະຈາຍ​ໄປ​ທົ່ວເມືອງ
ແລ້ວ​ຕ່າງ​ກໍ​ແລ່ນ​ຂ້າມ​ກຳແພງ​ໄປ;
ມັນ​ປີນ​ຂຶ້ນໄປ​ສູ່​ເທິງ​ເຮືອນ​ທັງຫຼາຍ
ແລະ​ລອດປ່ອງ​ເຂົ້າ​ໄປ​ດັ່ງ​ຂະໂມຍ​ງັດແງະ.
10ແຜ່ນດິນ​ໂລກ​ແລະ​ຟ້າ​ສະຫວັນ​ກໍ​ສັ່ນສະເທືອນ
ເມື່ອ​ມັນ​ພາກັນ​ບຸກໜ້າ​ເຂົ້າ​ໄປ​ນັ້ນ;
ດວງອາທິດ​ແລະ​ດວງຈັນ​ກໍ​ຄ່ອຍ​ມືດດຳໄປ
ດວງດາວ​ບໍ່​ສ່ອງແສງ​ຕໍ່ໄປ​ອີກ.
11ພຣະເຈົ້າຢາເວ​ຮ້ອງ​ສັ່ງ​ກອງທັບ​ຂອງ​ພຣະອົງ
ກອງທັບ​ທີ່​ເຊື່ອຟັງ ມີ​ຈຳນວນ​ຫລາຍ​ແລະ​ມີຣິດ.
ວັນ​ຂອງ​ພຣະເຈົ້າຢາເວ​ໜ້າຢ້ານກົວ​ທີ່ສຸດ
ແມ່ນ​ຜູ້ໃດ​ແດ່​ເດ​ຈະ​ລອດຊີວິດ​ໄປ​ໄດ້?
ພຣະເຈົ້າ​ເອີ້ນ​ໃຫ້​ກັບໃຈໃໝ່
12ພຣະເຈົ້າຢາເວ​ກ່າວ​ວ່າ, “ແຕ່​ມາ​ດຽວ​ນີ້
ຈົ່ງ​ກັບໃຈໃໝ່​ຢ່າງ​ແທ້ຈິງ​ສາ​ເຖີດ
ແລະ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ເຕັມໃຈ
ດ້ວຍ​ການ​ອົດອາຫານ​ແລະ​ຮ້ອງໄຫ້​ໄວ້ທຸກ.
13ໃຫ້​ໃຈ​ປວດລ້າວ​ສໍ່​ໃຫ້​ເຫັນ​ເຈົ້າ​ເສົ້າ​ເສຍໃຈ
ຈີກ​ເຄື່ອງນຸ່ງ​ຂອງຕົນ​ບໍ່​ເປັນ​ການ​ພຽງພໍ​ດອກ.”
ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສາ
ພຣະອົງ​ຊົງ​ຄຸນຄວາມດີ​ແລະ​ເມດຕາ​ເຕັມ​ລົ້ນ;
ພຣະອົງ​ອົດທົນ​ແລະ​ເຮັດ​ທຸກຢ່າງ​ຕາມ​ພຣະສັນຍາ
ພ້ອມ​ສະເໝີ​ທີ່​ຈະ​ໃຫ້​ອະໄພ​ແລະ​ຍົກໂທດ​ໃຫ້.
14ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ອາດ​ປ່ຽນໃຈ
ແລະ​ອວຍພອນ​ໃຫ້​ມີ​ພືດຜົນ​ຢ່າງ​ສົມບູນ​ກໍໄດ້.
ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຖວາຍບູຊາ​ແກ່​ພຣະອົງ
ຄື​ຖວາຍ​ເຂົ້າ​ແລະ​ເຫຼົ້າ​ອະງຸ່ນ​ດ້ວຍ.
15ຈົ່ງ​ເປົ່າແກ​ຂຶ້ນ​ຢູ່​ທີ່​ເທິງ​ພູເຂົາ​ຊີໂອນ
ຈົ່ງ​ສັ່ງ​ໃຫ້​ອົດອາຫານ​ແລະ​ເອີ້ນ​ປະຊຸມກັນ​ເຖີດ
16ຈົ່ງ​ບອກ​ປະຊາຊົນ​ໃຫ້​ເຂົ້າ​ມາ​ເຕົ້າໂຮມ​ກັນ
ຕຽມ​ພວກເຂົາ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອັນ​ສັກສິດ​ນີ້;
ຈົ່ງ​ນຳ​ພວກ​ເຖົ້າແກ່ ແລະ​ເຕົ້າໂຮມ​ເດັກນ້ອຍ​ຄືກັນ
ແມ່ນແຕ່​ຜູ້​ທີ່​ຫາກໍ່​ແຕ່ງງານ​ກໍ​ໃຫ້​ອອກ​ມາ​ດ້ວຍ.
17ປະໂຣຫິດ​ຜູ້ຮັບໃຊ້​ພຣະເຈົ້າຢາເວ​ກໍ​ໃຫ້​ມາ​ຄືກັນ
ລະຫວ່າງ​ແທ່ນບູຊາ​ແລະ​ທາງ​ເຂົ້າ​ພຣະວິຫານ​ນັ້ນ
ຕ້ອງ​ພາກັນ​ຮ້ອງໄຫ້​ແລະ​ພາວັນນາ​ອະທິຖານ​ຄືກັນ​ວ່າ,
“ຂ້າແດ່​ພຣະເຈົ້າຢາເວ ໂຜດ​ສົງສານ​ປະຊາຊົນ​ດ້ວຍ.
ຂໍ​ຢ່າ​ໃຫ້​ຊົນຊາດ​ອື່ນ​ດູໝິ່ນ​ພວກ​ຂ້ານ້ອຍ​ເລີຍ
ຫຍໍ້ຫຍັນ​ວ່າ​ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ​ແລ້ວ?”
ພຣະເຈົ້າ​ໂຜດ​ໃຫ້​ແຜ່ນດິນ​ອຸດົມສົມບູນ​ໃໝ່
18ແລ້ວ​ພຣະເຈົ້າຢາເວ​ກໍ​ໃຫ້​ຄວາມ​ເປັນຫ່ວງ​ແກ່​ດິນແດນ
ຂອງ​ພຣະອົງ​ແລະ​ອີດູ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.
19ພຣະເຈົ້າຢາເວ​ຕອບ​ພວກເຂົາ​ວ່າ, “ບັດນີ້ ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ
ເຂົ້າ, ເຫຼົ້າ​ອະງຸ່ນ ແລະ​ນໍ້າມັນ​ໝາກກອກເທດ
ແລະ​ພວກເຈົ້າ​ຈະ​ກິນ​ຢ່າງ​ອີ່ມໜຳ​ສຳລານ
ຊົນຊາດ​ອື່ນ​ຈະ​ບໍ່​ຫຍໍ້ຫຍັນ​ພວກເຈົ້າ​ຕໍ່ໄປ​ອີກ.
20ເຮົາ​ຈະ​ໄລ່​ກອງທັບ​ຕັກແຕນ​ມາ​ແຕ່​ເໜືອ​ໜີໄປ
ຍ້າຍ​ມັນ​ບາງ​ຝູງ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ພຸ້ນ.
ສ່ວນ​ກອງໜ້າ​ຂອງມັນ​ນັ້ນ ຈະ​ຖືກ​ໄລ່​ໄປ​ສູ່​ທະເລຕາຍ
ຝ່າຍ​ກອງຫລັງ​ຈະ​ໄປ​ຕົກ​ທະເລ​ເມດີແຕຣາເນ​ພຸ້ນ.
ຊາກສົບ​ຂອງມັນ​ຈະ​ເໝັນເນົ່າ​ທົ່ວໄປ
ເຮົາ​ຈະ​ທຳລາຍ​ຍ້ອນ​ທຸກສິ່ງ​ທີ່​ມັນ​ໄດ້​ກະທຳ​ແກ່​ເຈົ້າ.
21ທົ່ງນາ​ເອີຍ ຢ່າສູ່ຢ້ານ​ແຕ່​ປະການ​ໃດ
ແຕ່​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳການ​ອັນໃຫຍ່​ສຳລັບ​ເຈົ້າ.
22ຝູງສັດ​ເອີຍ ຢ່າ​ສູ່​ຢ້ານ​ແຕ່​ປະການ​ໃດ​ເລີຍ
ທີ່​ທົ່ງ​ລ້ຽງ​ສັດ​ຕ່າງໆ ກໍ​ມີ​ຫຍ້າຂຽວ​ສົດ​ແລ້ວ;
ຕົ້ນໄມ້​ຕ່າງໆ ກໍ​ເກີດໝາກ​ເກີດຜົນ
ໝາກເດື່ອ​ແລະ​ໝາກອະງຸ່ນ​ກໍ​ມີ​ເຕັມ​ຢູ່.
23ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ
ຈົ່ງ​ຊົມຊື່ນ​ຍິນດີ​ສຳລັບ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ກະທຳ​ນັ້ນ
ສຳລັບ​ພວກເຈົ້າ​ພຣະອົງ​ເທ​ຝົນ ລົງ​ຕາມ​ທີ່​ພວກເຈົ້າ​ຕ້ອງການ
ໃຫ້​ຝົນ​ຕົ້ນລະດູ​ແລະ​ປາຍ​ລະດູ​ຄື​ແຕ່​ກ່ອນ.
24ໃນ​ລານ​ຟາດເຂົ້າ​ຈະ​ມີ​ເຂົ້າ​ຢ່າງ​ຫລວງຫລາຍ
ອ່າງ​ບີບ​ກໍ​ມີ​ແຕ່​ນໍ້າ​ອະງຸ່ນ​ກັບ​ນໍ້າມັນ​ໝາກກອກເທດ.
25ຜົນລະປູກ​ທີ່​ພວກເຈົ້າ​ເສຍ​ໃນ​ປີ​ທີ່​ຝູງຕັກແຕນ​ກິນ
ເຮົາ​ຈະ​ທົດແທນ​ໃຫ້​ຄືນ​ສິ່ງ​ທີ່​ໄດ້​ເສຍໄປ​ນັ້ນ.
ແມ່ນ​ເຮົາ​ເອງ​ທີ່​ໄດ້​ສົ່ງ​ກອງທັບ​ຕັກແຕນ​ນີ້​ມາ
ເພື່ອ​ວ່າ​ໃຫ້​ມັນ​ໄດ້​ຕໍ່ສູ້​ພວກເຈົ້າ.
26ບັດນີ້ ພວກເຈົ້າ​ຈະ​ມີ​ອາຫານ​ກິນ​ຢ່າງ​ອີ່ມໜຳ​ສຳລານ
ຈົ່ງ​ພາກັນ​ຍົກຍໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ
ຜູ້​ທີ່​ໄດ້​ເຮັດ​ສິ່ງ​ໜ້າງຶດງໍ້​ຕ່າງໆ​ໃຫ້​ພວກເຈົ້າ​ເຫັນ
ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.
27ອິດສະຣາເອນ​ເອີຍ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ສະຖິດ​ຢູ່​ນຳ
ແລະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ
ບໍ່ມີ​ພຣະເຈົ້າ​ອື່ນ​ໃດ​ອີກ​ມີ​ແຕ່​ເຮົາ​ເທົ່ານັ້ນ
ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.
ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ
28ແລ້ວ​ເຮົາ​ຈະ​ເທ​ວິນຍານ​ຂອງເຮົາ​ແກ່​ຄົນ​ທັງປວງ
ລູກ​ຊາຍ​ຍິງ​ພວກເຈົ້າ​ຈະ​ປະກາດ​ພຣະທຳ​ຂອງເຮົາ​ໄດ້;
ສ່ວນ​ຜູ້ເຖົ້າ​ຈະ​ຝັນ​ເຫັນ​ສິ່ງ​ຕ່າງໆນາໆ
ແລະ​ຊາຍໜຸ່ມ​ຍິງສາວ​ກໍ​ຈະ​ເຫັນ​ນິມິດ​ຕ່າງໆ.
29ເວລາ​ນັ້ນ​ເຮົາ​ຈະ​ເທ​ວິນຍານ
ຂອງເຮົາ​ໃສ່​ພວກ​ຜູ້ຮັບໃຊ້​ຂອງເຮົາ ທັງ​ຊາຍ​ແລະ​ຍິງ​ດ້ວຍ.
30ເຮົາ​ຈະ​ເຮັດ​ການ​ອັດສະຈັນ​ທັງຫລາຍ
ໃນ​ຈັກກະວານ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ;
ຈະ​ມີ​ເລືອດ, ມີ​ໄຟ
ແລະ​ມີ​ຄວັນ​ເປັນ​ເສົາເມກ.
31ກ່ອນ​ວັນ​ອັນ​ຍິ່ງໃຫຍ່​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ມາ​ເຖິງ
ອາທິດ​ຈະ​ມືດມົວ​ທັງ​ເດືອນ​ຈະ​ເປັນ​ສີແດງ​ດັ່ງ​ເລືອດ.
32ແຕ່​ທຸກຄົນ​ທີ່​ຂໍຮ້ອງ​ອອກ​ນາມຊື່​ຂອງ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ
ກໍ​ຈະ​ພົ້ນໄພ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້:
‘ເທິງ​ພູເຂົາ​ຊີໂອນ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ບາງຄົນ​ຈະ​ປົບໜີໄປ
ພວກ​ທີ່​ພຣະເຈົ້າຢາເວ​ເລືອກເຟັ້ນ​ໄວ້ ຈະ​ມີ​ຊີວິດ​ຢູ່​ລອດ.”’

Currently Selected:

ໂຢເອນ 2: ພຄພ

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in