YouVersion Logo
Search Icon

ເຢເຣມີຢາ 29

29
ເຢເຣມີຢາ​ຂຽນ​ໜັງສື​ເຖິງ​ຊາວຢິວ​ທີ່​ນະຄອນ​ບາບີໂລນ
1ຂ້າພະເຈົ້າ​ໄດ້​ຂຽນ​ໜັງສື​ສະບັບ​ໜຶ່ງ​ເຖິງ​ພວກ​ປະໂຣຫິດ, ພວກ​ຜູ້ທຳນວາຍ ແລະ​ເຖິງ​ຄົນອື່ນໆ​ທີ່​ເຈົ້າເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ. 2ຂ້າພະເຈົ້າ​ໄດ້​ຂຽນ​ຈົດໝາຍ​ນີ້ ຫລັງຈາກ​ທີ່​ກະສັດ​ເຢໂຮຍອາກິນ, ມານດາ​ຂອງເພິ່ນ, ບັນດາ​ຂ້າຣາຊການ​ໃນ​ວັງ, ພວກ​ເຈົ້ານາຍ​ຂອງ​ຢູດາຍ ແລະ​ຂອງ​ນະຄອນ​ເຢຣູຊາເລັມ, ພວກ​ຊ່າງສີມື ແລະ​ພວກ​ກຳມະກອນ​ທີ່​ຊຳນິ​ຊຳນານ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. 3ຂ້າພະເຈົ້າ​ໄດ້​ມອບ​ຈົດໝາຍ​ນັ້ນ​ໃຫ້​ເອລາຊາ​ລູກຊາຍ​ຂອງ​ຊາຟານ ແລະ​ເກມາຣີຢາ​ລູກຊາຍ​ຂອງ​ຮິນກີຢາ ຄື​ພວກ​ທີ່​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ໄດ້​ສົ່ງ​ໄປ​ພົບ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ໜັງສື​ນັ້ນ​ມີ​ເນື້ອຄວາມ​ວ່າ​ດັ່ງນີ້:
4“ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ຕໍ່​ປະຊາຊົນ​ເຫຼົ່ານັ້ນ​ທັງໝົດ ທີ່​ພຣະອົງ​ໄດ້​ອະນຸຍາດ​ໃຫ້​ກະສັດ​ເນບູ​ກາດເນັດຊາ ຈັບ​ພວກເຂົາ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ​ວ່າ: 5‘ຈົ່ງ​ປຸກ​ເຮືອນ​ແລະ​ເຂົ້າ​ຢູ່​ອາໄສ. ຈົ່ງ​ປູກຝັງ​ໃນ​ສວນ​ແລະ​ກິນ​ຜົນລະປູກ​ທີ່​ເກີດ​ຈາກ​ສວນ​ນັ້ນ. 6ຈົ່ງ​ແຕ່ງງານ​ແລະ​ມີ​ລູກ​ຢູ່​ທີ່​ນັ້ນ. ແລ້ວ​ໃຫ້​ລູກ​ຂອງ​ພວກເຈົ້າ​ແຕ່ງງານ​ກັນ ເພື່ອ​ພວກເຂົາ​ຈະ​ມີ​ລູກ​ເຊັ່ນດຽວ​ກັນ. ພວກເຈົ້າ​ຕ້ອງ​ເພີ່ມ​ຈຳນວນ​ຄົນ​ໃຫ້​ຫລາຍຂຶ້ນ ແລະ​ບໍ່​ໃຫ້​ລົດໜ້ອຍ​ຖອຍລົງ. 7ຈົ່ງ​ພັດທະນາ​ບ້ານເມືອງ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄປ​ອາໄສ​ຢູ່ ໃນ​ຖານະ​ຊະເລີຍເສິກ​ນັ້ນ​ໃຫ້​ດີ. ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຂົາ ເພາະ​ຖ້າ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ ພວກເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.’ 8ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເຕືອນ​ພວກເຈົ້າ​ວ່າ, ‘ຢ່າ​ຍອມ​ໃຫ້​ພວກ​ຜູ້ທຳນວາຍ​ທີ່​ຢູ່​ທ່າມກາງ​ພວກເຈົ້າ ຫລື​ພວກ​ອື່ນໆ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຜູ້ທຳນວາຍ​ອະນາຄົດ​ລໍ້ລວງ​ພວກເຈົ້າ. ຢ່າ​ໄດ້​ສົນໃຈ​ນຳ​ຄວາມຝັນ​ໃດໆ​ຂອງ​ພວກເຂົາ. 9ພວກເຂົາ​ໃຊ້​ນາມ​ຂອງເຮົາ​ເວົ້າ​ຕົວະຍົວະ​ພວກເຈົ້າ ເຮົາ​ບໍ່ໄດ້​ໃຊ້​ພວກເຂົາ​ມາ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.
10ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເມື່ອ​ຢູ່​ນະຄອນ​ບາບີໂລນ​ຄົບ​ເຈັດສິບ​ປີ ແລ້ວ​ເຮົາ​ກໍ​ຈະ​ສະແດງ​ຄວາມ​ຫ່ວງໃຍ​ຂອງເຮົາ​ສຳລັບ​ພວກເຈົ້າ ທັງ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ. 11ເຮົາ​ຜູ້​ດຽວ​ເທົ່ານັ້ນ​ທີ່​ຮູ້​ແຜນການ​ຂອງເຮົາ​ສຳລັບ​ພວກເຈົ້າ,’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ຄື​ແຜນການ​ທີ່​ນຳ​ຄວາມຈະເລີນ​ຮຸ່ງເຮືອງ​ມາ​ສູ່​ພວກເຈົ້າ ແລະ​ບໍ່ແມ່ນ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຈົ້າ ແຕ່​ເປັນ​ແຜນການ​ທີ່​ນຳ​ຄວາມຫວັງ​ມາ​ສູ່​ອະນາຄົດ​ຂອງ​ພວກເຈົ້າ. 12ແລ້ວ​ພວກເຈົ້າ​ກໍ​ຈະ​ເອີ້ນ​ຫາ​ເຮົາ. ເມື່ອ​ພວກເຈົ້າ​ມາ​ຫາ​ເຮົາ​ແລະ​ພາວັນນາ​ອະທິຖານ​ຫາ​ເຮົາ ເຮົາ​ກໍ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ. 13ຖ້າ​ພວກເຈົ້າ​ຊອກ​ຫາ​ເຮົາ​ຢ່າງ​ໝົດຈິດ​ໝົດໃຈ ພວກເຈົ້າ​ກໍ​ຈະ​ພົບ​ເຮົາ 14ພວກເຈົ້າ​ຈະ​ພົບ​ເຮົາ​ແທ້ໆ,’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ແລະ​ເຮົາ​ຈະ​ປົວແປງ​ພວກເຈົ້າ​ຂຶ້ນ​ໃໝ່​ຢູ່​ໃນ​ປະເທດ​ຂອງ​ພວກເຈົ້າ​ເອງ. ເຮົາ​ຈະ​ເຕົ້າໂຮມ​ພວກເຈົ້າ​ຈາກ​ທຸກໆ​ປະເທດ​ແລະ​ຈາກ​ທຸກໆ​ບ່ອນ ຊຶ່ງ​ເຮົາ​ໄດ້​ໃຫ້​ພວກເຈົ້າ​ກະຈັດ​ກະຈາຍ​ໄປ​ນັ້ນ’ ພຣະເຈົ້າຢາເວ​ກ່າວ​ວ່າ ‘ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ນັ້ນ.’
15ພວກເຈົ້າ​ອາດ​ຈະ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ໄດ້​ໃຫ້​ຜູ້ທຳນວາຍ​ແກ່​ພວກເຮົາ​ທີ່​ບາບີໂລນ​ແລ້ວ.’ 16ຈົ່ງ​ຟັງ​ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ກະສັດ ຜູ້​ທີ່​ປົກຄອງ​ອານາຈັກ ຊຶ່ງ​ເຈົ້າ​ດາວິດ​ໄດ້​ປົກຄອງ​ແລະ​ກ່ຽວກັບ​ປະຊາຊົນ​ຢູ່​ໃນ​ເມືອງ​ນັ້ນ ຄື​ກ່າວ​ຕໍ່​ພີ່ນ້ອງ​ທີ່​ບໍ່ໄດ້​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ພ້ອມ​ກັບ​ພວກເຈົ້າ. 17ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເຮົາ​ກຳລັງ​ຈະ​ນຳ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ, ການ​ເຈັບໄຂ້​ໄດ້ປ່ວຍ​ມາ​ສູ່​ພວກເຂົາ ແລະ​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເປັນ​ດັ່ງ​ໝາກເດື່ອ​ເນົ່າ​ຈົນ​ກິນ​ບໍ່ໄດ້. 18ເຮົາ​ຈະ​ໃຫ້​ສົງຄາມ, ການ​ຕາຍອຶດ​ຕາຍຫິວ, ແລະ​ການ​ເຈັບໄຂ້​ໄດ້ປ່ວຍ​ໄລ່​ຕາມ​ພວກເຂົາ​ໄປ ແລະ​ຊົນຊາດ​ທັງຫລາຍ​ໃນ​ໂລກ​ຈະ​ຕົກໃຈ​ຢ້ານກົວ​ໃນ​ສິ່ງ​ທີ່​ພວກເຂົາ​ເຫັນ. ໃນ​ທຸກໆ​ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ປະຊາຊົນ​ຈະ​ສະດຸ້ງ​ຕົກໃຈ​ທັງ​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຂົາ​ນັ້ນ. ປະຊາຊົນ​ຈະ​ຫົວ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ. 19ເຫດການ​ນີ້​ຈະ​ເກີດຂຶ້ນ ເພາະ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.’ ພຣະເຈົ້າຢາເວ​ກ່າວ​ວ່າ ‘ທີ່​ເຮົາ​ໄດ້ສົ່ງ​ມາ​ສູ່​ພວກເຂົາ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງເຮົາ. ແຕ່​ພວກເຈົ້າ​ບໍ່​ຍອມ​ຟັງ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ. 20ຝ່າຍ​ພວກເຈົ້າ​ທັງໝົດ​ທີ່​ເຮົາ​ໄດ້​ສົ່ງ​ມາ​ໃຫ້​ເປັນ​ຊະເລີຍ​ໃນ​ບາບີໂລນ​ນັ້ນ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ.
21ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ກ່ຽວກັບ​ອາຮາບ​ລູກຊາຍ​ຂອງ​ໂກໄລຢາ ແລະ​ເຊເດກີຢາ​ລູກຊາຍ​ຂອງ​ມາອາເສອີຢາ ທີ່​ກຳລັງ​ເວົ້າ​ຕົວະ​ໃນ​ນາມ​ຂອງ​ພຣະອົງ​ວ່າ: ‘ເຮົາ​ຈະ​ໃຫ້​ພວກເຂົາ ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ລາວ​ຈະ​ປະຫານ​ຊີວິດ​ພວກເຂົາ​ຕໍ່ໜ້າຕໍ່ຕາ​ພວກເຈົ້າ. 22ເມື່ອ​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ຢາກ​ຈະ​ສາບແຊ່ງ​ຜູ້ໜຶ່ງ​ຜູ້ໃດ; ພວກເຂົາ​ຈະ​ເວົ້າ​ວ່າ ຂໍ​ໃຫ້​ພຣະເຈົ້າຢາເວ​ເຮັດ​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ເຊເດກີຢາ​ແລະ​ອາຮາບ ທີ່​ກະສັດ​ແຫ່ງ​ບາບີໂລນ​ໄດ້​ປີ້ງ​ພວກເຂົາ​ທັງເປັນ.’ 23ຊາຕາກຳ​ຂອງ​ພວກເຂົາ​ເປັນ​ເຊັ່ນນີ້ ກໍ​ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຢ່າງ​ຮ້າຍແຮງ ຄື​ພວກເຂົາ​ໄດ້​ຫລິ້ນຊູ້​ສູ່ຜົວເມຍ ແລະ​ໄດ້​ເວົ້າຕົວະ​ໃນ​ນາມ​ຂອງ​ເຮົາ ທີ່​ເຮົາ​ບໍ່ໄດ້​ສັ່ງ​ໄວ້​ແກ່​ພວກເຂົາ. ເຮົາ​ຮູ້ເຫັນ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ເຮົາ​ກໍ​ເປັນ​ພະຍານ​ຕໍ່ສູ້​ໃນເລື່ອງນີ້. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.”
ເຊມາອີຢາ​ຂຽນ​ໜັງສື​ເຖິງ​ເຊຟານີຢາ
24-25ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ໃຫ້​ຖ້ອຍຄຳ​ແກ່​ຂ້າພະເຈົ້າ ເພື່ອ​ບອກ​ເຊມາອີຢາ ຊາວ​ເນເຮລາມ. ເຊມາອີຢາ​ໄດ້​ສົ່ງ​ຈົດໝາຍ​ໃນ​ນາມ​ຂອງຕົນ ໄປ​ເຖິງ​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ທັງໝົດ ແລະ​ໄດ້​ສົ່ງ​ໄປ​ຫາ​ປະໂຣຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ ພ້ອມ​ທັງ​ພວກ​ປະໂຣຫິດ​ຄົນອື່ນໆ​ດ້ວຍ. ໃນ​ຈົດໝາຍ​ທີ່​ເຊມາອີຢາ​ໄດ້​ຂຽນ​ໄປ​ເຖິງ​ເຊຟານີຢາ​ນັ້ນ ມີ​ເນື້ອຄວາມ​ດັ່ງນີ້:
26“ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ທ່ານ​ເປັນ​ປະໂຣຫິດ​ແທນ​ເຢໂຮຍອາດາ; ບັດນີ້ ທ່ານ​ກໍ​ເປັນ​ຫົວໜ້າ​ຂອງ​ພວກ​ເຈົ້າໜ້າທີ່ ປະຈຳ​ວິຫານ​ຂອງ​ພຣະເຈົ້າຢາເວ. ແມ່ນ​ໜ້າທີ່​ຂອງທ່ານ​ທີ່​ຈະ​ຈັດການ​ລ່າມໂສ້​ຄົນ​ເສຍ​ສະຕິ​ທຸກໆຄົນ ທີ່​ແກ້ງ​ເຮັດ​ເປັນ​ຜູ້ທຳນວາຍ. 27ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ເຮັດ​ເຊັ່ນນັ້ນ​ກັບ​ເຢເຣມີຢາ ຊາວ​ອານາທົດ ຜູ້​ທີ່​ໄດ້​ກ່າວ​ຕໍ່​ປະຊາຊົນ​ໃນ​ຖານະ​ຜູ້ທຳນວາຍ? 28ລາວ​ຕ້ອງ​ຖືກ​ບັງຄັບ​ໃຫ້​ເຊົາ​ເວົ້າ ເພາະ​ລາວ​ໄດ້​ເອົາ​ຖ້ອຍຄຳ​ມາ​ໃຫ້​ປະຊາຊົນ​ຢູ່​ໃນ​ບາບີໂລນ​ວ່າ, ພວກເຂົາ​ຈະ​ຕ້ອງ​ເປັນ​ຊະເລີຍເສິກ​ຢູ່​ໃນ​ທີ່ນັ້ນ​ອີກ​ເປັນ​ເວລາ​ດົນນານ ແລະ​ຈະ​ຕ້ອງ​ປຸກ​ບ້ານ​ປຸກ​ເຮືອນ​ຢູ່​ອາໄສ, ເຮັດ​ສວນ​ປູກຝັງ ແລະ​ກິນ​ຜົນລະປູກ ຈາກ​ເຫື່ອແຮງ​ຂອງ​ພວກເຂົາ.”
29ເຊຟານີຢາ​ໄດ້​ອ່ານ​ຈົດໝາຍ​ນັ້ນ​ໃຫ້​ຂ້າພະເຈົ້າ​ຟັງ 30ແລະ​ຕໍ່ມາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ 31ໃຫ້​ສົ່ງ​ຖ້ອຍຄຳ​ນີ້​ໄປ​ເຖິງ​ພວກ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ໃນ​ບາບີໂລນ​ທັງໝົດ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, ‘ເຮົາ​ຈະ​ລົງໂທດ​ເຊມາອີຢາ​ຊາວ​ເນເຮລາມ ແລະ​ເຊື້ອສາຍ​ຂອງ​ລາວ​ທຸກຄົນ. ເຮົາ​ບໍ່ໄດ້​ໃຊ້​ລາວ​ກ່າວ, ແຕ່​ລາວ​ໄດ້​ຊັກຊວນ​ພວກເຈົ້າ​ໃຫ້​ວາງໃຈເຊື່ອ​ໃນ​ຄວາມຕົວະ, 32ນີ້ແມ່ນ​ພຣະເຈົ້າຢາເວ​ກ່າວ​ຄື: ເຮົາ​ຈະ​ລົງໂທດ​ເຊມາອີຢາ​ຊາວ​ເນເຮລາມ​ກັບ​ເຊື້ອສາຍ​ຂອງລາວ ລາວ​ຈະ​ບໍ່​ມີ​ເຊື້ອສາຍ​ຈັກ​ຄົນດຽວ​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ. ລາວ​ຈະ​ບໍ່ມີ​ຊີວິດ​ຢູ່​ໄດ້​ເຫັນ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ຈະ​ເຮັດ​ສຳລັບ​ປະຊາຊົນ​ຂອງເຮົາ, ເພາະ​ລາວ​ໄດ້​ສອນ​ພວກເຂົາ​ໃຫ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ.’ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Video for ເຢເຣມີຢາ 29