ເອຊາຢາ 55
55
ພຣະເຈົ້າສະເໜີໃຫ້ຄວາມເມດຕາ
1ອົງພຣະຜູ້ເປັນເຈົ້າກ່າວວ່າດັ່ງນີ້:
“ເຊີນທຸກໆຄົນມາ ຈົ່ງເຊີນມາເທີ້ນ
ຜູ້ທີ່ຫິວນໍ້າ ນໍ້າມີໃຫ້ດື່ມຢູ່ທີ່ນີ້ເດ
ຜູ້ທີ່ບໍ່ມີເງິນ ເຊີນມາ ຈົ່ງຊື້ເຂົ້າກິນເຖີດ
ຈົ່ງເຊີນມາຊື້ເຫຼົ້າອະງຸ່ນແລະນໍ້ານົມດື່ມ
ໂດຍບໍ່ຕ້ອງເສຍຄ່າຫຍັງໝົດ.
2ເປັນຫຍັງຈຶ່ງຈ່າຍເງິນຊື້ສິ່ງຂອງທີ່ບໍ່ແມ່ນເຂົ້າຈີ່.
ເປັນຫຍັງຈຶ່ງຈ່າຍໄປແຕ່ພັດຍັງຢາກຢູ່?
ຈົ່ງຕັ້ງໃຈຟັງເຮົາ ແລະກິນອາຫານທີ່ດີ
ແລະຈົ່ງປິຕິຍິນດີໃນອາຫານອັນດີເປັນປະໂຫຍດທີ່ສຸດ.
3ບັດນີ້ ຈົ່ງມາຟັງເຮົາເທີ້ນ ໄພ່ພົນຂອງເຮົາເອີຍ
ເຊີນມາຫາເຮົາແລະພວກເຈົ້າຈະໄດ້ຊີວິດ
ເຮົາຈະເຮັດພັນທະສັນຍາກັບພວກເຈົ້າສືບໆໄປ
ເຮົາຈະໃຫ້ພອນດັ່ງທີ່ເຮົາໄດ້ສັນຍາກັບດາວິດ.
4ເຮົາໄດ້ເຮັດໃຫ້ເພິ່ນນຳພາແລະສັ່ງການ
ບັນດາຊົນຊາດໄດ້ຮູ້ຣິດອຳນາດເຮົາທາງເພິ່ນ.
5ບັດນີ້ ເຈົ້າຈະເອີ້ນຊົນຊາດຕ່າງດ້າວທັງຫລາຍ
ຊຶ່ງໃນເວລາໜຶ່ງພວກເຂົາບໍ່ເຄີຍຮູ້ຈັກເຈົ້າ
ແຕ່ບັດນີ້ ພວກເຂົາຈະແລ່ນມາຫາເຈົ້າ
ເພື່ອຂໍຮ່ວມເຂົ້າກັບເຈົ້າໃດ
ເພາະພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ
ແລະເພາະພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ
ພຣະອົງຈະໃຫ້ເຈົ້າມີສະຫງ່າຣາສີແລະກຽດຕິຍົດ.”
6ຈົ່ງສະແຫວງຫາພຣະເຈົ້າຢາເວໃນຂະນະທີ່ຈະພົບພຣະອົງໄດ້
ຈົ່ງພາວັນນາອະທິຖານຕໍ່ ພຣະອົງໃນຂະນະທີ່ພຣະອົງສະຖິດຢູ່ໃກ້.
7ຈົ່ງໃຫ້ຄົນຊົ່ວຮ້າຍປະວິທີດຳເນີນຊີວິດເດີມຂອງພວກເຂົາ
ແລະປ່ຽນແນວທາງທີ່ພວກເຂົາເຄີຍຄິດນັ້ນ.
ຈົ່ງໃຫ້ພວກເຂົາກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ
ພຣະອົງເຕັມດ້ວຍຄວາມເມດຕາແລະອະໄພໃຫ້.
8ພຣະເຈົ້າຢາເວກ່າວວ່າ, “ຄວາມຄິດເຮົານັ້ນ
ບໍ່ຄືຄວາມຄິດຂອງພວກເຈົ້າ
ແລະວິຖີທາງຂອງເຮົານັ້ນກໍແຕກຕ່າງໃດ
ບໍ່ຄືວິຖີທາງຂອງພວກເຈົ້າ.
9ຟ້າສະຫວັນສູງກວ່າແຜ່ນດິນໂລກສັນໃດ
ວິຖີທາງທັງຄວາມຄິດເຮົາກໍສູງກວ່າສັນນັ້ນ.”
10“ຖ້ອຍຄຳຂອງເຮົາເປັນດັ່ງນໍ້າຝົນ ແລະຫິມະ
ຊຶ່ງລົງມາຈາກສະຫວັນເບື້ອງເທິງ
ແລະຫົດແຜ່ນດິນໂລກໃຫ້ຊຸ່ມເຢັນ
ຊຶ່ງເຮັດໃຫ້ເຄື່ອງປູກງອກງາມໃຫຍ່ຂຶ້ນ
ທັງຈັດຫາໃຫ້ມີແນວພືດສຳລັບປູກຝັງ
ທັງໃຫ້ມີເຂົ້າຈີ່ກິນດ້ວຍ.
11ສະນັ້ນ ຖ້ອຍຄຳທີ່ເຮົາກ່າວໄປກໍເຊັ່ນດຽວກັນ
ຄືຈະບໍ່ກັບຄືນມາຫາເຮົາໂດຍສູນເປົ່າ
ຈະສຳເລັດຕາມທີ່ເຮົາໄດ້ວາງແຜນການ
ແລະທຸກສິ່ງທີ່ເຮົາໃຊ້ໄປເຮັດນັ້ນ ຈະເກີດຜົນຈະເລີນຂຶ້ນ.
12ພວກເຈົ້າຈະຈາກນະຄອນບາບີໂລນຢ່າງຊົມຊື່ນຍິນດີ
ຈະຖືກນຳອອກໄປຢ່າງສັນຕິສຸກເຫລືອລົ້ນ.
ພູເຂົາແລະເນີນພູທຸກໜ່ວຍກໍຈະເປັ່ງສຽງຮ້ອງເພງ
ແລະຕົ້ນໄມ້ກໍຈະໂຮຮ້ອງຢ່າງຊົມຊື່ນຍິນດີຍິ່ງ.
13ຕົ້ນສົນຈະງອກໃຫຍ່ຂຶ້ນແທນຕົ້ນໜາມ
ກົກໄມ້ຫອມຈະເກີດຂຶ້ນແທນກໍໜາມ.
ການນີ້ຈະເປັນໝາຍສຳຄັນທີ່ຈະດຳລົງຢູ່ສືບໄປ
ຄືເຕືອນເຖິງສິ່ງທີ່ພຣະເຈົ້າຢາເວໄດ້ຊົງກະທຳ.”
Currently Selected:
ເອຊາຢາ 55: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.