ເຮັບເຣີ 5
5
1ຝ່າຍມະຫາປະໂຣຫິດທຸກຄົນນັ້ນ ແມ່ນຜູ້ຖືກເລືອກໄວ້ຈາກມະນຸດ ແລະຖືກແຕ່ງຕັ້ງໃຫ້ເປັນຜູ້ຮັບໃຊ້ພຣະເຈົ້າແທນມະນຸດ ເພື່ອຖວາຍເຄື່ອງບູຊາ ແລະເຄື່ອງຖວາຍເພື່ອລຶບລ້າງບາບ. 2ເພິ່ນສາມາດປະຕິບັດຢ່າງອ່ອນໂຍນຕໍ່ຄົນທີ່ຮູ້ເທົ່າບໍ່ເຖິງການ ແລະຄົນຫລົງຜິດໄດ້ ເພາະເພິ່ນເອງກໍມີຄວາມອ່ອນແອເໝືອນກັນ. 3ເພາະເຫດນີ້ ເພິ່ນຈຶ່ງຕ້ອງຖວາຍເຄື່ອງບູຊາຕ່າງໆ ບໍ່ແມ່ນສຳລັບລຶບລ້າງບາບຂອງພົນລະເມືອງເທົ່ານັ້ນ ແຕ່ສຳລັບລຶບລ້າງບາບຂອງຕົນເອງດ້ວຍ. 4ບໍ່ຫ່ອນມີຜູ້ໃດຕັ້ງຕົນເອງຢູ່ໃນຕຳແໜ່ງນີ້ ມີແຕ່ພຣະເຈົ້າຊົງເອີ້ນເອົາເໝືອນຢ່າງຊົງເອີ້ນອາໂຣນນັ້ນ. 5ໃນທຳນອງດຽວກັນ ພຣະຄຣິດກໍບໍ່ໄດ້ຊົງຍົກຍໍພຣະອົງເອງຂຶ້ນເປັນມະຫາປະໂຣຫິດ ແຕ່ຊົງຮັບພຣະກຽດນີ້ຈາກພຣະເຈົ້າຜູ້ຊົງກ່າວກັບພຣະອົງວ່າ,
“ທ່ານນັ້ນແຫຼະ ເປັນບຸດຂອງເຮົາ
ຝ່າຍເຮົາ ເຮົາໃຫ້ກຳເນີດທ່ານໃນວັນນີ້.”
6ພຣະອົງຍັງຊົງກ່າວໃນຕອນອື່ນອີກວ່າ,
“ທ່ານເປັນປະໂຣຫິດຕະຫລອດໄປ
ໃນລຳດັບດຽວກັນກັບເມຄີເຊເດັກ.”
7ຝ່າຍພຣະບຸດນັ້ນ ຂະນະເມື່ອຊົງເປັນມະນຸດຢູ່ ພຣະອົງໄດ້ຊົງຖວາຍຄຳພາວັນນາອະທິຖານ ແລະໄຫວ້ວອນດ້ວຍການຮ້ອງໄຫ້ຢ່າງໜັກ ແລະມີນໍ້າຕາໄຫລຮ້ອງຂໍຕໍ່ພຣະເຈົ້າ ຜູ້ຊົງສາມາດໂຜດໃຫ້ພຣະອົງພົ້ນຈາກຕາຍໄດ້ ແລະຊົງນ້ອມຮັບຟັງ ເນື່ອງດ້ວຍຄວາມຢຳເກງຂອງພຣະອົງ. 8ເຖິງແມ່ນວ່າ ພຣະອົງຊົງເປັນພຣະບຸດ ກໍຍັງຊົງຮຽນຮູ້ທີ່ຈະນ້ອມຍອມເຊື່ອຟັງ ໂດຍຄວາມທຸກລຳບາກທີ່ພຣະອົງຊົງທົນນັ້ນ. 9ເມື່ອພຣະເຈົ້າໄດ້ຊົງບັນດານໃຫ້ພຣະບຸດ ເຖິງທີ່ສຳເລັດແລ້ວ ພຣະບຸດນັ້ນ ຈຶ່ງໄດ້ເກີດເປັນຕົ້ນກຳເນີດແຫ່ງຄວາມລອດພົ້ນອັນຕະຫລອດໄປເປັນນິດ ແກ່ຄົນທັງປວງທີ່ເຊື່ອຟັງພຣະອົງ, 10ໂດຍພຣະເຈົ້າໄດ້ຊົງຕັ້ງພຣະອົງໃຫ້ເປັນມະຫາປະໂຣຫິດ ໃນລຳດັບດຽວກັບເມຄີເຊເດັກ.
ຄຳຕັກເຕືອນບໍ່ໃຫ້ປະຖິ້ມຄວາມເຊື່ອ
11ກ່ຽວກັບມະຫາປະໂຣຫິດນັ້ນ ມີເລື່ອງເວົ້າຫລາຍ ແລະຍາກທີ່ຈະອະທິບາຍໃຫ້ເຂົ້າໃຈໄດ້ ເພາະວ່າເຈົ້າທັງຫລາຍກາຍເປັນຄົນຫູໜັກເສຍແລ້ວ. 12ເຖິງແມ່ນວ່າຂະນະນີ້ ເຈົ້າທັງຫລາຍຄວນຈະເປັນຄູໄດ້ແຕ່ດົນແລ້ວກໍດີ ແຕ່ພວກເຈົ້າກໍຍັງຕ້ອງການໃຫ້ຄົນອື່ນສອນຫລັກທຳເບື້ອງຕົ້ນ ແຫ່ງພຣະທຳຂອງພຣະເຈົ້າແກ່ພວກເຈົ້າອີກ. ເຈົ້າທັງຫລາຍກັບກາຍເປັນຄົນຕ້ອງການນໍ້ານົມບໍ່ແມ່ນອາຫານແຂງ.
13ດ້ວຍວ່າ, ທຸກຄົນທີ່ຍັງກິນນໍ້ານົມຢູ່ນັ້ນ ຍັງບໍ່ຊຳນານໃນເລື່ອງສິນທຳ ເພາະເຂົາຍັງເປັນເດັກນ້ອຍຢູ່. 14ອາຫານແຂງເປັນອາຫານສຳລັບຜູ້ໃຫຍ່ແລ້ວ ຄືສຳລັບຜູ້ທີ່ໄດ້ຮັບການຝຶກຫັດອົບຮົມ ໃຫ້ສາມາດສັງເກດວ່າ ສິ່ງໃດດີແລະສິ່ງໃດຊົ່ວ.
Currently Selected:
ເຮັບເຣີ 5: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: