YouVersion Logo
Search Icon

ເຮັບເຣີ 12

12
ເຫດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕີສອນ
1ດ້ວຍເຫດນັ້ນ ເມື່ອ​ເຮົາ​ທັງຫລາຍ​ມີ​ຝູງ​ພະຍານ​ຫລວງຫລາຍ​ຢູ່​ຮອບຂ້າງ​ຢ່າງ​ນີ້​ແລ້ວ ພວກເຮົາ​ຈົ່ງ​ຊັດຖິ້ມ​ທຸກຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ, ສ່ວນ​ການ​ແລ່ນແຂ່ງ​ທີ່​ກຳນົດ​ໄວ້​ຕໍ່ໜ້າ​ພວກເຮົາ​ນັ້ນ, ຈົ່ງ​ພາກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພະຍາຍາມ. 2ຈົ່ງ​ປັກຕາ​ເບິ່ງ​ພຣະເຢຊູເຈົ້າ ຄື​ຜູ້​ບຸກເບີກ​ຄວາມເຊື່ອ ແລະ​ຜູ້​ຊົງ​ເຮັດ​ໃຫ້​ຄວາມເຊື່ອ​ຂອງ​ພວກເຮົາ​ເຖິງ​ທີ່​ສຳເລັດ. ພຣະອົງ​ໄດ້​ຊົງ​ອົດທົນ​ຕໍ່​ໄມ້ກາງແຂນ ເພາະ​ເຫັນ​ແກ່​ຄວາມ​ຍິນດີ​ທີ່​ຕັ້ງ​ໄວ້​ຕໍ່ໜ້າ​ພຣະອົງ ພຣະອົງ​ຊົງ​ຖື​ວ່າ​ຄວາມ​ລະອາຍ​ນັ້ນ​ບໍ່​ເປັນ​ສິ່ງ​ສຳຄັນ ຈຶ່ງ​ໄດ້​ປະທັບ​ລົງ​ເບື້ອງ​ຂວາ​ພຣະທີ່ນັ່ງ​ຂອງ​ພຣະເຈົ້າ.
3ຈົ່ງ​ພິຈາລະນາ​ຄິດເຖິງ​ພຣະອົງ ຜູ້​ຊົງ​ໄດ້​ອົດທົນ​ຕໍ່​ການ​ຂັດຂວາງ​ຂອງ​ຄົນ​ບາບ​ທີ່​ຕໍ່ສູ້​ພຣະອົງ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່​ໝົດ​ກຳລັງ​ໃຈ. 4ໃນ​ການ​ຕໍ່ສູ້​ກັບ​ບາບ​ນັ້ນ ເຈົ້າ​ທັງຫລາຍ​ບໍ່ໄດ້​ຕໍ່ສູ້​ເຖິງ​ຂະໜາດ​ເລືອດ​ຕົກ. 5ແລະ​ພວກເຈົ້າ​ໄດ້​ລືມ​ຄຳເຕືອນ ທີ່​ພຣະອົງ​ໄດ້​ຊົງ​ເຕືອນ​ໃນ​ຖານະ​ທີ່​ເປັນ​ລູກ​ວ່າ,
“ລູກ​ຂອງເຮົາ​ເອີຍ
ຢ່າ​ປະໝາດ​ຕໍ່​ການ​ຕີສອນ​
ຂອງ​ອົງພຣະ​ຜູ້​ເປັນເຈົ້າ
ແລະ​ຢ່າ​ນ້ອຍໃຈ​ເມື່ອ​ພຣະອົງ​
ຊົງ​ຕິຕຽນ​ເຈົ້າ.
6 ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕີສອນ
ຜູ້​ທີ່​ພຣະອົງ​ຊົງ​ຮັກ
ແລະ​ເມື່ອ​ພຣະອົງ​ຊົງ​ຮັບ​ຜູ້ໃດ​ເປັນ​ລູກ
ພຣະອົງ​ກໍ​ຊົງ​ຂ້ຽນສອນ​ຜູ້ນັ້ນ.”
7ເຈົ້າ​ທັງຫລາຍ​ຈົ່ງ​ຮັບ​ແລະ​ທົນ​ເອົາ​ເທາະ ເພາະ​ເປັນ​ການ​ຕີສອນ. ພຣະເຈົ້າ​ຊົງ​ປະຕິບັດ​ຕໍ່​ພວກເຈົ້າ​ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະອົງ. ດ້ວຍວ່າ, ມີ​ລູກ​ຄົນ​ໃດ​ແດ່​ທີ່​ພໍ່​ບໍ່ໄດ້​ຕີສອນ​ເຂົາ. 8ແຕ່​ຖ້າ​ເຈົ້າ​ທັງຫລາຍ​ບໍ່ໄດ້​ຖືກ​ຕີສອນ ຊຶ່ງ​ລູກ​ທຸກຄົນ​ຕ້ອງ​ຖືກ​ນັ້ນ ພວກເຈົ້າ​ກໍ​ເປັນ​ລູກ​ທາງ ບໍ່​ເປັນ​ລູກ​ແທ້. 9ອີກ​ປະການ​ໜຶ່ງ ເຮົາ​ທັງຫລາຍ​ມີ​ພໍ່​ເປັນ​ມະນຸດ​ທີ່​ໄດ້​ຕີສອນ​ພວກເຮົາ ແລະ​ພວກເຮົາ​ກໍ​ນັບຖື​ພໍ່​ນັ້ນ. ຫລາຍກວ່າ​ນັ້ນ​ອີກ ພວກເຮົາ​ຄວນ​ຢູ່​ໃຕ້​ບັງຄັບ​ຂອງ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ວິນຍານ​ຈິດ ແລະ​ມີ​ຊີວິດ​ບໍ່ແມ່ນ​ບໍ? 10ຝ່າຍ​ພໍ່​ເຫຼົ່ານັ້ນ ໄດ້​ຕີສອນ​ພວກເຮົາ​ໃນ​ຊົ່ວ​ເວລາ​ເລັກນ້ອຍ ຕາມ​ຄວາມ​ເຫັນດີ​ຂອງ​ເຂົາ​ເທົ່ານັ້ນ, ແຕ່​ພຣະອົງ​ຊົງ​ຕີສອນ​ພວກເຮົາ ເພື່ອ​ປະໂຫຍດ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ໄດ້​ເຂົ້າ​ສ່ວນ​ໃນ​ສະພາບ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ. 11ໃນ​ຂະນະທີ່​ມີ​ການ​ຕີສອນ​ນັ້ນ ບໍ່​ເປັນ​ໜ້າ​ຊື່ນໃຈ​ເລີຍ ມີ​ແຕ່​ເລື່ອງ​ເສົ້າໃຈ, ແຕ່​ຕໍ່ມາ​ພາຍຫລັງ​ຈະ​ກໍ່​ໃຫ້​ເກີດຜົນ ຄື​ຄວາມສຸກ​ສຳລານ​ແລະ​ຄວາມ​ຊອບທຳ ແກ່​ບັນດາ​ຄົນ​ທີ່​ຖືກ​ແອບສອນ​ແລ້ວ​ນັ້ນ.
ຄຳເຕືອນ ແລະ ຄຳແນະນຳ
12ດ້ວຍເຫດນັ້ນ ຈົ່ງ​ຍົກ​ມື​ທີ່​ອ່ອນເພຍ​ເປ້ຍລ່ອຍ ແລະ​ຫົວເຂົ່າ​ທີ່​ອ່ອນ​ກຳລັງ​ຂອງ​ພວກເຈົ້າ ຈົ່ງ​ໃຫ້​ມີ​ກຳລັງ​ຂຶ້ນ 13ຈົ່ງ​ກ້າວ​ໄປ​ຕາມ​ເສັ້ນທາງ​ອັນ​ຖືກຕ້ອງ ເພື່ອ​ວ່າ​ຕີນ​ທີ່​ພິການ​ນັ້ນ ຈະ​ບໍ່​ພິກໂບກ ແຕ່​ຈະ​ດີ​ເປັນ​ປົກກະຕິ.
14ຈົ່ງ​ພະຍາຍາມ​ທີ່​ຈະ​ຢູ່​ກັບ​ທຸກຄົນ​ຢ່າງ​ສະຫງົບສຸກ ແລະ​ຈົ່ງ​ພະຍາຍາມ​ທີ່​ຈະ​ມີ​ໃຈ​ບໍຣິສຸດ ເພາະ​ຖ້າ​ໃຈ​ບໍ່​ບໍຣິສຸດ ກໍ​ຈະ​ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ. 15ຈົ່ງ​ລະວັງ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ຜູ້​ຫັນ​ໜີ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ, ຢ້ານ​ວ່າ​ຈະ​ມີ​ຮາກ​ອັນ​ຂົມຂື່ນ​ງອກ​ຂຶ້ນ​ມາ ແລະ​ສ້າງ​ຄວາມ​ເດືອດຮ້ອນ​ຫຍຸ້ງຍາກ ຈຶ່ງ​ຈະ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ຊົ່ວ​ມົວໝອງ​ໄປ. 16ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ກາຍເປັນ​ຄົນ​ຜິດ​ສິນທຳ ຫລື​ປະໝາດ​ຕໍ່​ສິ່ງ​ສັກສິດ​ເໝືອນ​ເອຊາວ ຜູ້​ທີ່​ໄດ້​ຂາຍ​ສິດທິ​ການ​ເປັນ​ອ້າຍ​ກົກ​ຂອງຕົນ ເພື່ອ​ແລກ​ກິນ​ອາຫານ​ພຽງ​ຄາບ​ດຽວ. 17ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພາຍລຸນ​ມາ ເມື່ອ​ເອຊາວ​ຢາກ​ໄດ້​ຮັບ​ພອນ​ນັ້ນ​ເປັນ​ມໍຣະດົກ ລາວ​ກໍໄດ້​ຮັບ​ແຕ່​ຄຳ​ປະຕິເສດ. ເຖິງ​ແມ່ນ​ວ່າ ລາວ​ສະແຫວງ​ຫາ​ດ້ວຍ​ນໍ້າຕາ​ໄຫລ​ກໍຕາມ ກໍ​ບໍ່ມີ​ທາງ​ແກ້ໄຂ​ໄດ້​ເລີຍ.
18ເຈົ້າ​ທັງຫລາຍ​ບໍ່ໄດ້​ມາ​ເຖິງ​ສິ່ງ​ທີ່​ຈັບ​ໄດ້ ເຖິງ​ໄຟ​ທີ່​ໄໝ້​ຢູ່ ເຖິງ​ທີ່​ມືດດຳ​ແລະ​ມືດມົວ ແລະ​ເຖິງ​ທີ່​ລົມພະຍຸ, 19ເຖິງ​ສຽງ​ແກ​ແລະ​ເຖິງ​ພຣະ​ສຸຣະສຽງ ຊຶ່ງ​ຄົນ​ທັງຫລາຍ​ເມື່ອ​ໄດ້ຍິນ​ແລ້ວ ໄດ້​ອ້ອນວອນ​ຂໍ​ບໍ່​ໃຫ້​ຊົງ​ກ່າວ​ຈັກ​ຄຳ​ຕໍ່​ພວກເຂົາ​ອີກ. 20ເພາະວ່າ ຂໍ້ຄວາມ​ທີ່​ຊົງ​ບັນຍັດ​ໄວ້​ນັ້ນ ພວກເຂົາ​ທົນ​ບໍ່ໄດ້ ຄື​ວ່າ, “ແມ່ນແຕ່​ສັດເດຍລະສານ​ໂຕ​ໃດ​ໂຕໜຶ່ງ ຖ້າ​ຫາກ​ໄປ​ຕ້ອງ​ພູ​ນັ້ນ ກໍ​ຈະ​ຕ້ອງ​ຖືກ​ຄວ່າງ​ກ້ອນຫີນ​ໃສ່​ໃຫ້​ຕາຍ.” 21ສິ່ງ​ທີ່​ປາກົດ​ນັ້ນ ກໍ​ເປັນ​ໜ້າ​ຢ້ານ​ຫລາຍ​ປານ​ນັ້ນ ຈົນ​ໂມເຊ​ໄດ້​ກ່າວ​ວ່າ, “ຂ້າພະເຈົ້າ​ຢ້ານ​ເຕັມທີ​ຈົນ​ຕົວ​ສັ່ນ.”
22ແຕ່​ເຈົ້າ​ທັງຫລາຍ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່ ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ, ມາ​ເຖິງ​ຝູງ​ເທວະດາ​ນັບ​ເປັນ​ຈຳນວນ​ໝື່ນໆ ທີ່​ຊຸມນຸມ​ກັນ​ເປັນ​ງານ​ມ່ວນຊື່ນ, 23ໄດ້​ມາ​ເຖິງ​ທີ່​ຊຸມນຸມ​ກັນ​ຂອງ​ບັນດາ​ລູກກົກ ຜູ້​ທີ່​ມີ​ຄວາມ​ຊົມຊື່ນ​ຍິນດີ ຊຶ່ງ​ຊື່​ຂອງ​ພວກເຂົາ​ໄດ້​ບັນທຶກ​ໄວ້​ໃນ​ສະຫວັນ​ແລ້ວ, ໄດ້​ມາ​ເຖິງ​ພຣະເຈົ້າ​ຜູ້​ພິພາກສາ​ມະນຸດ​ທຸກຄົນ ແລະ​ມາ​ເຖິງ​ຈິດ​ວິນຍານ​ຂອງ​ບັນດາ​ຄົນ​ຊອບທຳ ຜູ້​ເຖິງ​ທີ່​ສຳເລັດ​ແລ້ວ. 24ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.
25ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ. 26ແມ່ນ​ພຣະ​ສຸຣະສຽງ​ຂອງ​ພຣະອົງ​ນີ້ ທີ່​ໄດ້​ບັນດານ​ໃຫ້​ແຜ່ນດິນ​ຫວັ່ນໄຫວ​ໃນ​ຄາວ​ນັ້ນ. ແຕ່​ບັດນີ້ ພຣະອົງ​ຊົງ​ກ່າວ​ສັນຍາ​ໄວ້​ວ່າ, “ຍັງ​ອີກເທື່ອໜຶ່ງ ເຮົາ​ຈະ​ເຮັດ​ໃຫ້​ສະທ້ານ​ຫວັ່ນໄຫວ ບໍ່ແມ່ນແຕ່​ແຜ່ນດິນ​ໂລກ​ເທົ່ານັ້ນ, ແຕ່​ທັງ​ຟ້າ​ສະຫວັນ​ເໝືອນກັນ.” 27ຂໍ້ຄວາມ​ທີ່​ວ່າ, “ຍັງ​ອີກເທື່ອໜຶ່ງ” ນັ້ນ ສະແດງ​ວ່າ​ສິ່ງ​ທີ່​ຫວັ່ນໄຫວ​ນັ້ນ ຈະ​ຖືກ​ຍົກຍ້າຍ​ໄປ​ເສຍ ເໝືອນ​ກັບ​ສິ່ງ​ທີ່​ຊົງ​ສ້າງ​ໃຫ້​ມີ​ຂຶ້ນ ເພື່ອ​ໃຫ້​ສິ່ງ​ທີ່​ບໍ່​ຫວັ່ນໄຫວ​ຍັງ​ຄົງ​ເຫຼືອ​ຢູ່.
28ເຫດສະນັ້ນ ເນື່ອງ​ດ້ວຍ​ພວກເຮົາ​ຮັບ​ແຜ່ນດິນ​ທີ່​ຫວັ່ນໄຫວ​ບໍ່ໄດ້​ແລ້ວ, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພື່ອ​ພວກເຮົາ​ຈະ​ໄດ້​ບົວລະບັດ​ພຣະເຈົ້າ ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ດ້ວຍ​ຄວາມ​ເຄົາຣົບ​ຢຳເກງ. 29ເພາະ​ພຣະເຈົ້າ​ຂອງເຮົາ​ທັງຫຼາຍ ຊົງ​ເປັນ​ໄຟ​ທີ່​ເຜົາຜານ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in