ປະຖົມມະການ 40
40
ໂຢເຊັບແກ້ຄວາມຝັນຂອງນັກໂທດ
1ຫລັງຈາກນັ້ນມາອີກບໍ່ເຫິງເທົ່າໃດ ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນ ກັບຫົວໜ້າພະນັກງານເຮັດເຂົ້າຈີ່ຂອງກະສັດເອຢິບໄດ້ເຮັດໃຫ້ກະສັດເຄືອງໃຈ. 2ສະນັ້ນ ເພິ່ນຈຶ່ງໃຈຮ້າຍຂ້າຣາຊການສອງຄົນນີ້ 3ແລະສັ່ງຂັງພວກເຂົາໃນຄຸກທີ່ເຮືອນຂອງນາຍທະຫານຮັກສາຣາຊວັງ ຊຶ່ງເປັນບ່ອນດຽວກັນກັບທີ່ໂຢເຊັບຖືກຂັງຢູ່. 4ພວກເຂົາຢູ່ນຳກັນໃນຄຸກເປັນເວລານານ ແລະເຈົ້າໜ້າທີ່ຮັກສາໄດ້ເອົາໂຢເຊັບ ມາເປັນຜູ້ຮັບໃຊ້ຂ້າຣາຊການສອງຄົນນີ້.
5ຄືນໜຶ່ງ ໃນຫ້ອງຂັງນັ້ນ ຂ້າຣາຊການສອງຄົນຕ່າງກໍຝັນ; ຄວາມຝັນຂອງແຕ່ລະຄົນມີຄວາມໝາຍແຕກຕ່າງກັນ. 6ຕອນເຊົ້າມາ ເມື່ອໂຢເຊັບເຂົ້າໄປໃນຫ້ອງຂອງພວກເຂົາ ລາວກໍສັງເກດເຫັນວ່າເຂົາທັງສອງກະວົນກະວາຍໃຈ. 7ລາວຈຶ່ງຖາມວ່າ, “ມື້ນີ້ ພວກທ່ານມີຄວາມທຸກໃຈເລື່ອງຫຍັງນໍ?”
8ພວກເຂົາຕອບວ່າ, “ພວກຂ້ອຍຝັນ ແລະບໍ່ມີຜູ້ໃດໃນທີ່ນີ້ສາມາດແກ້ຄວາມຝັນໄດ້.”
ໂຢເຊັບເວົ້າຂຶ້ນວ່າ, “ແມ່ນພຣະເຈົ້າເທົ່ານັ້ນທີ່ຈະແກ້ໄດ້ ພວກທ່ານລອງເລົ່າຄວາມຝັນສູ່ຂ້ານ້ອຍຟັງເບິ່ງດູ.”
9ເມື່ອໄດ້ຍິນດັ່ງນັ້ນ ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນ ຈຶ່ງເລົ່າຄວາມຝັນຂອງຕົນສູ່ໂຢເຊັບຟັງວ່າ, “ຂ້ອຍໄດ້ຝັນເຫັນເຄືອອະງຸ່ນເຄືອໜຶ່ງຢູ່ຕໍ່ໜ້າຂ້ອຍ 10ແລະມີສາມງ່າ. ໃນທັນໃດ ງ່າເຫຼົ່ານັ້ນກໍປົ່ງໃບ, ດອກກໍບານ ແລະມີພົ້ວໝາກອະງຸ່ນສຸກຢູ່ເຕັມງ່າ. 11ຂ້ອຍຍົກຈອກຂອງກະສັດຂຶ້ນ ແລະປິດໝາກອະງຸ່ນບີບລົງໃສ່ຈອກນັ້ນແລະຍື່ນໃຫ້ເພິ່ນ.”
12ໂຢເຊັບເວົ້າວ່າ, “ຄວາມຝັນຂອງທ່ານມີຄວາມໝາຍດັ່ງນີ້: ສາມງ່ານັ້ນໝາຍເຖິງສາມວັນ. 13ພາຍໃນສາມວັນ ກະສັດຈະປົດປ່ອຍທ່ານອອກຈາກຄຸກ ທັງຍົກໂທດໃຫ້ແລະມອບຕຳແໜ່ງເດີມໃຫ້. ທ່ານຈະຍໍຈອກເຫຼົ້າອະງຸ່ນໃຫ້ເພິ່ນດັ່ງທີ່ເຄີຍໄດ້ເຮັດມາ. 14ແຕ່ຢ່າລືມຂ້ານ້ອຍເດີ ເມື່ອທຸກສິ່ງຮຽບຮ້ອຍໄປດ້ວຍດີແລ້ວ. ຂໍທ່ານກະລຸນາບອກເລື່ອງຂອງຂ້ານ້ອຍໃຫ້ກະສັດຮັບຮູ້ນຳແດ່ ແລະຊ່ວຍຂ້ານ້ອຍໃຫ້ອອກຈາກຄຸກນີ້ດ້ວຍ. 15ຕາມທີ່ຈິງແລ້ວ ຂ້ານ້ອຍຖືກຂາຍມາແຕ່ດິນແດນຂອງຊາວເຮັບເຣີ; ແມ່ນແຕ່ທີ່ປະເທດເອຢິບນີ້ ຂ້ານ້ອຍກໍບໍ່ໄດ້ເຮັດຜິດຫຍັງເລີຍ ພໍທີ່ຈະຖືກຄຸກຍ້ອນ.”
16ເມື່ອຫົວໜ້າພະນັກງານເຮັດເຂົ້າຈີ່ເຫັນວ່າ ຄວາມຝັນຂອງພະນັກງານເຫຼົ້າອະງຸ່ນເປັນເລື່ອງດີ; ລາວຈຶ່ງເວົ້າກັບໂຢເຊັບວ່າ, “ຂ້ອຍກໍຝັນຄືກັນ ຂ້ອຍຝັນວ່າໄດ້ຖືຖາດເຂົ້າຈີ່ສາມຖາດເທິງຫົວຂ້ອຍ. 17ໃນຖາດໜ່ວຍເທິງມີເຂົ້າຈີ່ທຸກຊະນິດສຳລັບກະສັດ ແຕ່ນົກໄດ້ມາກິນເຂົ້າຈີ່ນັ້ນ.”
18ໂຢເຊັບຕອບວ່າ, “ຄວາມຝັນນັ້ນມີຄວາມໝາຍດັ່ງນີ້: ຖາດສາມໃບນັ້ນໝາຍເຖິງສາມວັນ. 19ພາຍໃນສາມວັນ ກະສັດຟາໂຣຈະເອົາທ່ານອອກມາຈາກຄຸກ ແລະສັ່ງຕັດຄໍທ່ານເສຍ! ແລ້ວເຂົາກໍຈະເອົາສົບຂອງທ່ານໄປແຂວນໄວ້ທີ່ຕົ້ນໄມ້ ແລະຝູງນົກຈະມາເຈາະກິນເນື້ອຂອງທ່ານ.”
20ຫລັງຈາກນັ້ນສາມວັນ ກໍເປັນວັນເກີດຂອງກະສັດ ເພິ່ນໄດ້ຈັດງານກິນລ້ຽງຂຶ້ນສຳລັບຂ້າຣາຊການທັງຫລາຍຂອງເພິ່ນ; ກະສັດໄດ້ປ່ອຍພະນັກງານເຮັດເຫຼົ້າອະງຸ່ນ ແລະພະນັກງານເຮັດເຂົ້າຈີ່ອອກຈາກຄຸກ ແລະໃຫ້ພວກເຂົາມາຢືນຢູ່ຕໍ່ໜ້າຂ້າຣາຊການທັງຫລາຍ. 21ເພິ່ນມອບຕຳແໜ່ງເດີມຄືນໃຫ້ພະນັກງານເຮັດເຫຼົ້າອະງຸ່ນ 22ແຕ່ສັ່ງປະຫານຫົວໜ້າພະນັກງານເຮັດເຂົ້າຈີ່. ທຸກສິ່ງເປັນໄປຕາມທີ່ໂຢເຊັບໄດ້ກ່າວໄວ້. 23ແຕ່ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນບໍ່ໄດ້ລະນຶກເຖິງໂຢເຊັບເລີຍ ລາວລືມໄລໂຢເຊັບໄປຢ່າງໝົດສິ້ນ.
Currently Selected:
ປະຖົມມະການ 40: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.