ປະຖົມມະການ 35
35
ພຣະເຈົ້າອວຍພອນຢາໂຄບທີ່ເບັດເອນ
1ພຣະເຈົ້າໄດ້ບອກຢາໂຄບວ່າ, “ຈົ່ງຮີບຕຽມຕົວໄປທີ່ເບັດເອນດຽວນີ້ ແລະອາໄສຢູ່ທີ່ນັ້ນ. ໃນທີ່ນັ້ນ ຈົ່ງສ້າງແທ່ນບູຊາຖວາຍແກ່ພຣະເຈົ້າ ອົງທີ່ໄດ້ປາກົດແກ່ເຈົ້າຄາວທີ່ເຈົ້າກຳລັງໄດ້ປົບໜີຈາກເອຊາວ ອ້າຍຂອງເຈົ້າ.”
2ດັ່ງນັ້ນ ຢາໂຄບຈຶ່ງບອກຄົນຢູ່ໃນຄອບຄົວ ແລະທຸກຄົນທີ່ອາໄສຢູ່ນຳຕົນວ່າ, “ຈົ່ງຖິ້ມຮູບພະຂອງຄົນຕ່າງຊາດທີ່ພວກເຈົ້າມີຢູ່ນັ້ນ; ຈົ່ງຊຳລະຕົວໃຫ້ໝົດມົນທິນ ແລະນຸ່ງຫົ່ມເຄື່ອງທີ່ສະອາດ. 3ພວກເຮົາຈະໜີຈາກທີ່ນີ້ໄປຢູ່ເບັດເອນ; ໃນທີ່ນັ້ນ ຂ້ອຍຈະສ້າງແທ່ນບູຊາຖວາຍແກ່ພຣະເຈົ້າ ອົງທີ່ໄດ້ຊ່ວຍເຫລືອຂ້ອຍຍາມເດືອດຮ້ອນ ແລະອົງທີ່ສະຖິດຢູ່ນຳຂ້ອຍໃນທຸກບ່ອນທີ່ຂ້ອຍໄປ.” 4ດັ່ງນັ້ນ ພວກເຂົາຈຶ່ງເອົາຮູບພະທັງໝົດຂອງຄົນຕ່າງຊາດ ຊຶ່ງພວກເຂົາມີຢູ່ກັບຕຸ້ມຫູທີ່ພວກເຂົາໃສ່ຢູ່ມອບໃຫ້ຢາໂຄບ. ເພິ່ນໄດ້ເອົາເຄື່ອງເຫຼົ່ານີ້ໄປຝັງໄວ້ໃຕ້ຕົ້ນໝາກກໍ່ໃກ້ກັບເມືອງຊີເຄມ.
5ເມື່ອຢາໂຄບພ້ອມກັບລູກຊາຍກຳລັງອອກເດີນທາງໄປນັ້ນ ຊາວເມືອງໃກ້ຄຽງກໍເກີດຄວາມຢ້ານກົວຫຼາຍ ແລະບໍ່ກ້າໄລ່ຕິດຕາມພວກເຂົາໄປ. 6ຢາໂຄບແລະຄົນຂອງຕົນທຸກຄົນໄດ້ມາຮອດເມືອງລູເຊໃນການາອານ ຊຶ່ງເອີ້ນກັນໃນເວລານັ້ນວ່າ ເບັດເອນ. 7ໃນທີ່ນັ້ນ ເພິ່ນໄດ້ສ້າງແທ່ນບູຊາ ແລະໃສ່ຊື່ບ່ອນນີ້ວ່າ ພຣະເຈົ້າຂອງເບັດເອນ ເພາະພຣະເຈົ້າປາກົດແກ່ເພິ່ນຄາວທີ່ເພິ່ນໄດ້ປົບໜີຈາກອ້າຍຂອງຕົນນັ້ນ. 8ນາງເດໂບຣາເອື້ອຍລ້ຽງຂອງນາງເຣເບກາໄດ້ເສຍຊີວິດ ແລະຖືກຝັງໄວ້ໃຕ້ຕົ້ນໝາກກໍ່ທີ່ຢູ່ທາງທິດໃຕ້ຂອງເມືອງເບັດເອນ. ສະນັ້ນ ພວກເຂົາຈຶ່ງໃສ່ຊື່ຕົ້ນໄມ້ນັ້ນວ່າ, “ຕົ້ນໝາກກໍ່ແຫ່ງນໍ້າຕາ.”
9ເມື່ອຢາໂຄບກັບຈາກເມໂຊໂປຕາເມຍນັ້ນພຣະເຈົ້າໄດ້ປາກົດແກ່ເພິ່ນອີກ ແລະທັງອວຍພອນເພິ່ນວ່າ, 10“ເຈົ້າຊື່ຢາໂຄບ ແຕ່ບັດນີ້ໄປ ຊື່ຂອງເຈົ້າຈະແມ່ນອິດສະຣາເອນ.” ສະນັ້ນ ພຣະເຈົ້າຈຶ່ງເອີ້ນເພິ່ນວ່າ ອິດສະຣາເອນ. 11ແລ້ວພຣະອົງກໍກ່າວອີກວ່າ, “ເຮົາແມ່ນພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. ຈົ່ງມີລູກຫລານໃຫ້ຫລວງຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະກາຍເປັນຫລາຍຊົນຊາດ ແລະສືບເຊື້ອສາຍໃຫ້ກະສັດຫລາຍຄົນ. 12ເຮົາຈະມອບດິນແດນທີ່ເຮົາໄດ້ມອບໃຫ້ອັບຣາຮາມແລະອີຊາກນັ້ນ ໃຫ້ແກ່ເຈົ້າແລະເຊື້ອສາຍຂອງເຈົ້າສືບຕໍ່ກັນໄປ.” 13ແລ້ວພຣະເຈົ້າກໍຈາກເພິ່ນໄປ. 14ໃນບ່ອນທີ່ພຣະເຈົ້າກ່າວແກ່ຢາໂຄບນັ້ນ ເພິ່ນໄດ້ຕັ້ງເສົາຫີນໄວ້ເປັນທີ່ລະນຶກ ແລະຖວາຍໃຫ້ພຣະເຈົ້າໂດຍຖອກເຫຼົ້າອະງຸ່ນກັບນໍ້າມັນໝາກກອກເທດໃສ່ເທິງນັ້ນ. 15ຢາໂຄບໃສ່ຊື່ບ່ອນນັ້ນວ່າ ເບັດເອນ.
ນາງຣາເຊັນຕາຍ
16ຢາໂຄບແລະຄອບຄົວຂອງຕົນໄດ້ອອກຈາກເບັດເອນໄປ ແລະເມື່ອເດີນທາງມາໃກ້ຈະຮອດເອຟຣາທາ ນາງຣາເຊັນກໍເຈັບທ້ອງຈະອອກລູກ. ເທື່ອນີ້ນາງຄອດລູກລຳບາກຫລາຍ. 17ເມື່ອນາງເບັ່ງລູກອອກເທື່ອໃດ ນາງຜະດຸງຄັນກໍເວົ້າກັບນາງວ່າ “ບໍ່ຕ້ອງຢ້ານຣາເຊັນເອີຍ ເຈົ້າຈະໄດ້ລູກຜູ້ຊາຍອີກ.” 18ແຕ່ນາງສິ້ນໃຈຕາຍຫລັງຈາກຄອດລູກແລ້ວ. ກ່ອນສິ້ນໃຈຕາຍ ນາງໄດ້ໃສ່ຊື່ໃຫ້ລູກຊາຍຂອງຕົນວ່າ ເບັນໂອນີ ແຕ່ຢາໂຄບຜູ້ເປັນພໍ່ໃສ່ຊື່ໃຫ້ໃໝ່ວ່າ ເບັນຢາມິນ.
19ຣາເຊັນໄດ້ຕາຍໄປ ແລະຢາໂຄບໄດ້ຝັງສົບຂອງນາງໄວ້ ໃກ້ແຄມທາງໄປເມືອງເອຟຣາທາ ປັດຈຸບັນນີ້ແມ່ນເມືອງເບັດເລເຮັມ. 20ຢາໂຄບຝັງເສົາຫີນໄວ້ທີ່ນັ້ນເປັນທີ່ລະນຶກ ແລະເສົາຫີນນັ້ນໝາຍຊື່ຂອງນາງຣາເຊັນໄວ້ ຈົນເຖິງເທົ່າທຸກວັນນີ້. 21ຢາໂຄບໄດ້ຍົກຍ້າຍໄປຕໍ່ ແລະຕັ້ງຄ້າຍພັກອາໄສຢູ່ທາງດ້ານໜຶ່ງອີກຂອງຫໍຄອຍເອເດ.
ພວກລູກຊາຍຂອງຢາໂຄບ
(1 ຂຄ 2:1-2)
22ເມື່ອຢາໂຄບໄດ້ອາໄສຢູ່ໃນດິນແດນນັ້ນ ຣູເບັນໄດ້ລັກນອນນຳນາງບິນຮາ ເມຍນ້ອຍຄົນໜຶ່ງຂອງພໍ່ຕົນ; ເມື່ອຢາໂຄບຮູ້ເລື່ອງນີ້ ເພິ່ນກໍຮ້າຍຫຼາຍ.
ຢາໂຄບມີລູກຊາຍສິບສອງຄົນ. 23ລູກຊາຍທີ່ເກີດຈາກນາງເລອາ ມີດັ່ງນີ້: ຣູເບັນຜູ້ເປັນອ້າຍກົກ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະເຊບູໂລນ. 24ລູກຊາຍທີ່ເກີດຈາກນາງຣາເຊັນ ມີດັ່ງນີ້: ໂຢເຊັບແລະເບັນຢາມິນ. 25ລູກຊາຍທີ່ເກີດຈາກນາງບິນຮາ ເອື້ອຍລ້ຽງຂອງຣາເຊັນ ມີດັ່ງນີ້: ດານແລະເນັບທາລີ. 26ລູກຊາຍທີ່ເກີດຈາກນາງຊີລະປາ ເອື້ອຍລ້ຽງຂອງນາງເລອາ ມີດັ່ງນີ້: ກາດແລະອາເຊ. ພວກລູກຊາຍເຫຼົ່ານີ້ໄດ້ເກີດທີ່ເມໂຊໂປຕາເມຍ.
ອີຊາກຕາຍ
27ຢາໂຄບໄດ້ກັບຄືນມາຫາອີຊາກພໍ່ຂອງຕົນທີ່ມຳເຣ ໃກ້ກັບເຮັບໂຣນ ບ່ອນທີ່ອັບຣາຮາມແລະອີຊາກເຄີຍອາໄສຢູ່. 28ອີຊາກໄດ້ດຳລົງຊີວິດອີກຕໍ່ໄປຈົນເຖິງ 180 ປີ; 29ເພິ່ນໄດ້ຕາຍໄປເມື່ອອາຍຸສູງຫລາຍ; ຢາໂຄບ ແລະເອຊາວລູກຊາຍຂອງເພິ່ນເອງ ເປັນຜູ້ຝັງສົບເພິ່ນໄວ້.
Currently Selected:
ປະຖົມມະການ 35: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: