ປະຖົມມະການ 33
33
ຢາໂຄບພົບເອຊາວ
1ຢາໂຄບເຫັນເອຊາວພ້ອມລູກນ້ອງ 400 ຄົນກຳລັງເດີນທາງມາ. ດັ່ງນັ້ນ ເພິ່ນຈຶ່ງແບ່ງເດັກນ້ອຍໃຫ້ເລອາ, ຣາເຊັນ ແລະໃຫ້ສາວໃຊ້ທັງສອງ. 2ເພິ່ນໃຫ້ສາວໃຊ້ສອງຄົນກັບລູກຂອງພວກເຂົາອອກໜ້າກ່ອນ ຕໍ່ມາແມ່ນເລອາແລະລູກຢູ່ກາງ ແລະຣາເຊັນກັບໂຢເຊັບຢູ່ທາງຫລັງ. 3ສ່ວນຢາໂຄບເອງໄດ້ອອກໜ້າພາພວກເຂົາໄປ ແລະຂາບລົງເຈັດເທື່ອຈົນເຂົ້າໄປຮອດອ້າຍ. 4ຝ່າຍເອຊາວກໍຟ້າວແລ່ນໄປພົບຢາໂຄບ ທັງກອດແລະຈູບລາວ. ພວກເຂົາພາກັນຮ້ອງໄຫ້. 5ເມື່ອເອຊາວມືນຕາຂຶ້ນເຫັນພວກແມ່ຍິງ ແລະເດັກນ້ອຍ ລາວຈຶ່ງຖາມວ່າ, “ຄົນທີ່ມານຳເຈົ້ານີ້ແມ່ນໃຜ?”
ຢາໂຄບຕອບວ່າ, “ທ່ານເອີຍ ພວກເຫຼົ່ານີ້ແມ່ນລູກຂອງນ້ອງເອງ ທີ່ພຣະເຈົ້າໂຜດປະທານໃຫ້.” 6ແລ້ວພວກເຂົາກໍຫຍັບເຂົ້າມາກົ້ມຂາບເອຊາວເປັນລຳດັບໄປ ດັ່ງນີ້: ສາວໃຊ້ທັງສອງພ້ອມດ້ວຍລູກ 7ຕໍ່ມາ ເລອາພ້ອມດ້ວຍລູກ ແລະທ້າຍສຸດແມ່ນຣາເຊັນພ້ອມດ້ວຍໂຢເຊັບ.
8ເອຊາວຈຶ່ງຖາມວ່າ, “ຖ້າດັ່ງນັ້ນ ໝວດທີ່ອ້າຍພົບມາກ່ອນຫັ້ນເດ ແມ່ນພວກໃດ?”
ຢາໂຄບຕອບວ່າ, “ພວກນັ້ນແມ່ນນ້ອງໄດ້ສົ່ງໄປຂໍຄວາມກະລຸນາຈາກອ້າຍ.”
9ແຕ່ເອຊາວຕອບວ່າ, “ນ້ອງເອີຍ ອ້າຍມີພໍແລ້ວ ເອົາໄວ້ເພື່ອເຈົ້າເອງສາ.”
10ຢາໂຄບເວົ້າວ່າ, “ບໍ່ແມ່ນຢ່າງນັ້ນ ຖ້າອ້າຍກະລຸນານ້ອງແລ້ວ ຈົ່ງຮັບເອົາຂອງຕ້ອນນີ້ເຖີດ. ເຫັນໜ້າອ້າຍກໍເທົ່າກັບໄດ້ເຫັນໜ້າພຣະເຈົ້າ ດຽວນີ້ອ້າຍດີຕໍ່ນ້ອງແທ້ໆ. 11ຈົ່ງຮັບເອົາຂອງຕ້ອນທີ່ນ້ອງນຳມາມອບໃຫ້ອ້າຍນີ້ສາ ພຣະເຈົ້າໄດ້ໂຜດກະລຸນານ້ອງໂດຍໃຫ້ທຸກສິ່ງທີ່ນ້ອງຕ້ອງການ.” ຢາໂຄບວິງວອນຂໍຢ່າງອ່ອນນ້ອມຈົນອ້າຍຍອມຮັບເອົາ.
12ເອຊາວເວົ້າວ່າ, “ເຮົາພາກັນອອກເດີນທາງເທາະ ອ້າຍຈະນຳໜ້ານ້ອງໄປ.”
13ຢາໂຄບຕອບວ່າ, “ອ້າຍເອີຍ ອ້າຍກໍເຫັນແລ້ວວ່າພວກເດັກນ້ອຍຍັງອ່ອນແຮງຫລາຍ ແລະນ້ອງຍັງເປັນຫ່ວງນຳຝູງສັດ ແລະລູກນ້ອຍຂອງມັນທີ່ຍັງກິນນົມຢູ່. ຖ້າພວກເຮົາຮີບເຮັ່ງໄລ່ມັນໄປໃນມື້ດຽວໂລດ ສັດເຫຼົ່ານີ້ກໍຈະຕາຍໝົດ. 14ອ້າຍຈົ່ງໄປກ່ອນສາເຖີດ ນ້ອງກັບເດັກນ້ອຍພ້ອມດ້ວຍຝູງສັດຈະຕິດຕາມໄປນຳຫລັງຊ້າໆ, ແຕ່ກໍຈະພະຍາຍາມໄປໄວເທົ່າທີ່ຈະໄວໄດ້ຈົນຮອດເມືອງເອໂດມ.”
15ເອຊາວເວົ້າວ່າ, “ຖ້າດັ່ງນັ້ນ ອ້າຍຈະປະຄົນຂອງອ້າຍບາງຄົນໄວ້ກັບນ້ອງ.”
ແຕ່ຢາໂຄບຕອບວ່າ, “ນ້ອງເຫັນວ່າບໍ່ມີຄວາມຈຳເປັນດອກ ເພາະນ້ອງຕ້ອງການຄວາມກະລຸນາຈາກອ້າຍຫລາຍກວ່າ.” 16ສະນັ້ນ ເອຊາວຈຶ່ງກັບຄືນເມືອດິນແດນເອໂດມໃນວັນນັ້ນເອງ. 17ສ່ວນຢາໂຄບນັ້ນ ໄດ້ເດີນທາງໄປເຖິງເມືອງຊຸກໂກດ ແລະສ້າງເຮືອນຫລັງໜຶ່ງສຳລັບຄອບຄົວຂອງຕົນ ແລະສ້າງຄອກສຳລັບຝູງສັດ. ດ້ວຍເຫດນີ້ບ່ອນນັ້ນຈຶ່ງມີຊື່ວ່າ ຊຸກໂກດ.
18ເມື່ອຄາວກັບມາແຕ່ເມໂຊໂປຕາເມຍນັ້ນ ຢາໂຄບໄດ້ເດີນທາງໄປຢ່າງປອດໄພ ຈົນຮອດເມືອງຊີເຄມຢູ່ໃນການາອານ ແລະຕັ້ງຄ້າຍພັກຢູ່ໃກ້ນາທົ່ງໜຶ່ງຂອງເມືອງນັ້ນ. 19ເພິ່ນໄດ້ຊື້ນາທົ່ງນັ້ນ ລາຄາໜຶ່ງຮ້ອຍຫລຽນຈາກເຊື້ອສາຍຂອງຮາໂມ ພໍ່ຂອງຊີເຄມ. 20ເພິ່ນໄດ້ສ້າງແທ່ນບູຊາຂຶ້ນທີ່ນັ້ນແລະໃສ່ຊື່ແທ່ນນັ້ນວ່າ ເອນ, ພຣະເຈົ້າຂອງຊາດອິດສະຣາເອນ.
Currently Selected:
ປະຖົມມະການ 33: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: